ໃນວັນທີ 13 ສິງຫາ 2026 ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ໄດ້ຈັດກອງປະຊຸມສະຫຼຸບ ຜົນການດຳເນີນທຸລະກິດ ປະຈຳ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2026ໂດຍການເປັນປະທານຂອງ ທ່ານ ນາງ ຍອດ ແພງສົມບັດ ຜູ້ອຳນວຍການ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ, ມີຄະນະອຳນວຍການ, ພ້ອມດ້ວຍ ພະນັກງານ-ວິຊາການພາຍໃນບໍລິສັດ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ແກ້ວຄູນມີ ກົມມະເມືອງຮອງຜູ້ອຳນວຍການ ໄດ້ຜ່ານບົດສະຫຼຸບ 06 ເດືອນຕົ້ນປີ ເຫັນໄດ້ວ່າ ການເຄື່ອນໄຫວຈຳໜ່າຍຫວຍພັດທະນາ ຜ່ານຊ່ອງທາງ POS (ນັ່ງຂາຍ) ແລະ ຊ່ອງທາງແອັບມືຖື ໃນນັ້ນສາມາດສັງລວມເຄື່ອງຂາຍຫວຍ POS ທີ່ລົງທະບຽນຢູ່ໃນລະບົບຖານຂໍ້ມູນ LOTLINK ທັງໝົດ ຈຳນວນ 345,268 ເຄື່ອງ, ແອັບມືຖື ເລກ 1-6 ໂຕ ຈໍານວນ 13 ແອັບ ແລະ ສະຫຼາກພັດທະນາ 5/45 ຈໍານວນ 01 ແອັບ.
ການຈັດຕັ້ງປະຕິບັດ ການຈຳໜ່າຍຫວຍພັດທະນາໃນໄລຍະ 6 ເດືອນຕົ້ນປີ ປະຕິບັດໄດ້ 21,812.80 ຕື້ກວ່າກີບ ເທົ່າກັບ 141,14% ຂອງແຜນການ (ສະບັບປັບປຸງ), ເກີນແຜນ 41,14% ທຽບໃສ່ໄລຍະດຽວກັນຂອງປີ 2025 ເພີ່ມຂຶ້ນ 48,46%; ດ້ານລາຍຮັບ ປະຕິບັດໄດ້ 925.91 ຕື້ກວ່າກີບ ເທົ່າກັບ 136,66% ຂອງແຜນການ (ສະບັບປັບປຸງ) ເກີນແຜນ 36,66% ທຽບໃສ່ໄລຍະດຽວກັນຂອງປີ 2025 ເພີ່ມຂຶ້ນໂດຍສະເລ່ຍ 75,87%; ດ້ານລາຍຈ່າຍ ປະຕິບັດໄດ້ 112.28 ຕື້ກວ່າກີບ ເທົ່າກັບ 12,13% ຂອງລາຍຮັບລວມ ເທົ່າກັບ 111,87% ຂອງແຜນການ (ສະບັບປັບປຸງ), ເກີນແຜນ 11,87% ທຽບໃສ່ໄລຍະດຽວກັນຂອງປີ 2025 ເພີ່ມຂຶ້ນ 60,92%, ສາມາດມອບພັນທະເຂົ້າງົບປະມານໄດ້ 618.12 ຕື້ກວ່າກີບ ເທົ່າກັບ 142,13% ຂອງແຜນການ(ສະບັບປັບປຸງ) ເພີ່ມຂື້ນ 76,79%.
ໄລຍະ 6 ເດືອນທ້າຍປີ ບໍລິສັດໄດ້ວາງຄາດໝາຍສູ້ຊົນ ຈະປະຕິບັດ ລາຍຮັບໃຫ້ໄດ້ 767.56 ຕື້ກີບ, ລາຍຈ່າຍ 109.84 ຕື້ກີບ, ກຳໄລລວມ 677.72 ຕື້ກີບ ແລະ ປະຕິບັດພັນທະງົບເຂົ້າປະມານໃຫ້ໄດ້ 507.64 ຕື້ກີບ. ພ້ອມທັງສືບຕໍ່ຊຸກຍູ້ຕົວແທນຈຳໜ່າຍ, ປັບປຸງນິຕິກຳ, ພັດທະນາລະບົບເຕັກໂນໂລຊີ, ເລັ່ງທວງໜີ້ສິນ ແລະ ປະສານສົມທົບກັບຄະນະກຳມະການສະເພາະກິດ (ຂັ້ນສູນກາງ) ເພື່ອຕ້ານ ແລະ ແກ້ໄຂບັນຫາຫວຍເຖື່ອນຢ່າງຕໍ່ເນື່ອງ.
ໃນຕອນທ້າຍຂອງກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກກຳມະບານ; ຂໍ້ຕົກລົງ ປະດັບຫຼຽນກາ ກຳມະບານ ໃຫ້ບຸກຄົນທີ່ມີຜົນງານໃນການເຄື່ອນໄຫວວຽກກຳມະບານໄລຍະ 5 ປີ ແລະ ຈັດຕັ້ງປະຕິບັດ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ; ມອບໃບຍ້ອງຍໍໃຫ້ບຸກຄົນ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານກຳມະບານໄລຍະ 5 ປີ ແລະ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງບັນດາສະມາຊິກກຳມະບານທີ່ຂື້ນກັບສະຫະພັນກຳມະບານ ກະຊວງການເງິນ ພ້ອມທັງ ຈັດພິທີມອບຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ບຸກຄົນທີມີຜົນງານດີເດັ່ນ ຢ່າງສົມກຽດ.