ອີງຕາມ ແຜນການຮ່ວມມື ປະຈຳປີ 2026 ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມ, ໃນວັນທີ 14 ສິງຫາ 2026 ກົມສ່ວຍສາອາກອນ ກະຊວງການເງິນ ແຫ່ງ ສປປລາວ ໄດ້ເຊັນບົດບັນທຶກການຮ່ວມເຮັດວຽກ ກັບ ກົມຄຸ້ມຄອງ, ຕິດຕາມກວດກາ ນະໂຍບາຍອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ ກະຊວງການເງິນ ສສ ຫວຽດນາມ.
ການເຊັນບົດບັນທຶກຮ່ວມກັນໃນຄັ້ງນີ້ ທັງສອງພາກສ່ວນ ໄດ້ຮ່ວມກັນເຮັດວຽກ ແລະ ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນ ເປັນຕົ້ນແມ່ນ ແລກປ່ຽນ ແລະ ລາຍງານສະພາບການຈັດຕັ້ງປະຕິບັດບັນດາກິດຈະກໍາ ໃນຂອບເຂດການຮ່ວມມື ລະຫວ່າງ ສອງ ກະຊວງການເງິນ ສປປ ລາວ (ກົມສ່ວຍສາອາກອນ) ແລະ ສສ ຫວຽດນາມ (ກົມຄຸ້ມຄອງ, ຕິດຕາມກວດກາ ນະໂຍບາຍອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ) ໃນໄລຍະຜ່ານມາ; ແລກປ່ຽນກ່ຽວກັບປະສົບການ ໃນການສ້າງນິຕິກໍາຂໍ້ກໍານົດກົດໝາຍ ກໍຄື ການສ້າງບັນດານະໂຍບາຍອາກອນ, ໃນນັ້ນ ເນັ້ນໃສ່ອາກອນມູນຄ່າເພີ່ມ ແລະ ສຸມໃສ່ນະໂຍບາຍອາກອນມູນຄ່າເພີ່ມ ສໍາລັບຄໍາ ແລະ ກິດຈະກໍາທຸລະກິດ ການຊື້-ຂາຍຄໍາ; ພ້ອມນັ້ນ ສອງຝ່າຍ ໄດ້ເປັນເອກະພາບກັນ ຕີລາຄາສູງຕໍ່ຜົນສໍາເລັດການຮ່ວມມືໃນຄັ້ງນີ້ ແລະ ກັບການຊ່ວຍດ້ານປະສົບການ ໃນການສ້າງນະໂຍບາຍອາກອນ, ໄດ້ແລກປ່ຽນບົດຮຽນຕົວຈິງ ໃນການຄຸ້ມຄອງ ແລະ ການຜັນຂະຫຍາຍນະໂຍບາຍອາກອນ ຢູ່ ຂັ້ນທ້ອງຖິ່ນ.
ພ້ອມນັ້ນຍັງໄດ້ວາງແຜນ ການຈັດຕັ້ງປະຕິບັດວຽກງານ ປີ 2027 ເພື່ອລາຍງານ ຄະນະນຳກະຊວງການເງິນ ຂອງສອງຝ່າຍ ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຢູ່ ຂັ້ນສູນກາງ ແລະ ທ້ອງຖິ່ນ.
ໃຫ້ກຽດ ລົງນາມຄັ້ງນີ້ ໂດຍ ທ່ານ ພັນຄຳ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ແລະ ທ່ານ ເຈີ່ນ ວັນ ເຊີນ ຮອງຫົວໜ້າກົມຄຸ້ມຄອງ, ຕິດຕາມກວດການະໂຍບາຍອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ ສສ ຫວຽດນາມ, ມີຄະນະພະແນກກ່ຽວຂ້ອງທັງສອງຟ່າຍເຂົ້າຮ່ວມ.