ໃນຕອນບ່າຍວັນທີ 18 ສິງຫາ 2026 ທີ່ ກະຊວງການເງິນ ທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ສປປ ລາວ ພ້ອມດ້ວຍ ຄະນະກົມກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບການມາເຄື່ອນໄຫວເຮັດວຽກຂອງ ທ່ານ ຟ້າມ ກວາງ ຕ໋ວານ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງການເງິນ ສສ ຫວຽດນາມ ພ້ອມດ້ວຍຄະນະ.
![]() | ![]() |
ຈຸດປະສົງຂອງການເຄື່ອນໄຫວຄັ້ງນີ້ ແມ່ນເປັນການຕິດຕາມ, ກວດກາການຈັດຕັ້ງປະຕິບັດ ແລະ ມອບ-ຮັບໂຄງການ ທີ່ລັດຖະບານ ສສ ຫວຽດນາມ ໄດ້ໃຫ້ ທຶນຊ່ວຍເຫຼືອ ນໍາໃຊ້ເຂົ້າໃນການກໍ່ສ້າງພັດທະນາພື້ນຖານໂຄງລ່າງ ຂອງໂຄງການກໍ່ສ້າງສະຖາບັນເສດຖະກິດ - ການເງິນ ໄລຍະ 3 ແລະ ພື້ນຖານໂຄງລ່າງ ຂອງໂຄງການປັບປຸງແລະ ຍົກລະດັບ ໂຮງຮຽນຊັ້ນສູງການເງິນ ຂອງ ສະຖາບັນເສດຖະກິດ - ການເງິນ ສາຂາພາກໃຕ້ (ແຂວງຈໍາປາສັກ) ໃນໄລຍະຜ່ານມາ.
![]() | ![]() |
ໂອກາດນີ້, ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ສປປ ລາວ ລາຍງານໃຫ້ຮູ້ວ່າ ສາຍພົວພັນ ການຮ່ວມມືລະຫວ່າງສອງກະຊວງ, ກະຊວງການເງິນ ສປປ ລາວ ແລະ ກະຊວງການເງິນ ສສ ຫວຽດນາມ ຮ່ວມພັດທະນາບັນດາວຽກງານທີ່ສໍາຄັນ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການສະໜັບສະໜູນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ແຕ່ລະໄລຍະ,ປັດຈຸບັນແມ່ນຢູ່ໃນໄລຍະການຈັດຕັ້ງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີ X ແລະ ແຜນງົບປະມານແຫ່ງລັດ ໄລຍະ 5 ປີ (ປີ 2026-2030). ພ້ອມນີ້ ທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ຂອງລັດຖະບານ, ກໍ່ຄືກະຊວງການເງິນ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ກະຊວງການເງິນ ສປປ ລາວ ຕະຫຼອດມາ.



