ໃນລະຫວ່າງວັນທີ 6-7 ກຸມພາ 2025 ທີ່ແຂວງວຽງຈັນ ກົມຄຸ້ມຄອງການບັນຊີ ກະຊວງການເງິນ ໄດ້ເປີດກອງປະຊຸມຄົ້ນຄວ້າ ແລະ ຮຽບຮຽງ “ຮ່າງ” ຄຳແນະນຳ ການນຳໃຊ້ ສາລະບານບັນຊີ-ງົບປະມານ ໂດຍການເປັນປະທານຂອງ ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງບັນຊີ, ມີ ຮອງຫົວໜ້າກົມ ແລະ ຄະນະວິຊາການ ເຂົ້າຮ່ວມ.
![]() |
ໃນກອງປະຊຸມ ໄດ້ນຳສະເໜີ “ຮ່າງ” ຄໍາແນະນໍາວ່າດ້ວຍການນໍາໃຊ້ ສາລະບານບັນຊີ-ງົບປະມານ (ສະບັບປັບປຸງ) ແລະ ຄົ້ນຄວ້າ, ປະກອບຄຳເຫັນ ຕໍ່ “ຮ່າງ” ຄໍາແນະນໍາ ສະບັບດັ່ງກ່າວ ຢ່າງກົງໄປກົງມາ ເປັນຕົ້ນ ດ້ານໂຄງສ້າງ ຮ່າງຄໍາແນະນໍາ ເພື່ອໃຫ້ສອດຄ່ອງ ກັບລະບຽບດ້ານນິຕິກໍາ ທີ່ກ່ຽວຂ້ອງ ແລະ ໃຫ້ມີເນື້ອໃນຄົບຖ້ວນ ເພື່ອໃຫ້ຜູ້ອ່ານ ເຂົ້າໃຈວິທີການນໍາໃຊ້ ສາລະບານບັນຊີ-ງົບປະມານສະບັບປັບປຸງ ແລະ ເພື່ອໃຫ້ສາມາດບັນລຸຈຸດປະສົງ ແລະ ລະດັບຄາດໝາຍ ໃນການເຜີຍແຜ່ ສາລະບານບັນຊີ-ງົບປະມານ ໃຫ້ສໍາເລັດໃນເດືອນມີນາ 2025 ນີ້, ກອງປະຊຸມຄັ້ງນີ້ ຍັງໄດ້ຄົ້ນຄວ້າ ແລະ ປຶກສາກັນຫຼາຍບັນຫາເປັນຕົ້ນ: ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງຄໍາແນະນໍາວ່າດ້ວຍການນໍາໃຊ້ສາລະບານບັນຊີ-ງົບປະມານ ສະບັບປັບປຸງ ທີ່ທາງກອງເລຂາ ກໍຄືກົມຄຸ້ມຄອງການບັນຊີ ໄດ້ຮ່າງເບື້ອງຕົ້ນ. ທັງນີ້ ກໍເພື່ອໃຫ້ສໍາເລັດ ແລະ ນໍາສະເໜີຂັ້ນເທິງພິຈາລະນາຮັບຮອງ ກ່ອນການລົງເຜີຍແຜ່. ຄົ້ນຄວ້າ ແຜນໃນການຈັດເຜີຍແຜ່ ສາລະບານບັນຊີ-ງົບປະມານ; ການກໍານົດ ເນື້ອໃນ ແລະ ວິທີການເຜີຍແຜ່ ແລະ ການແບ່ງງານກັນ ໃນການເຜີຍແຜ່. ການຄົ້ນຄ້ວາ ແບ່ງຄວາມຮັບຜິດຊອບຕາມຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ຄຸ້ມຄອງການປັບປຸງ ເລກລະຫັດ ແລະ ເນື້ອໃນ ສາລະບານບັນຊີ-ງົບປະມານ (ສະບັບປັບປຸງ)

ໂອກາດນີ້, ທ່ານ ນາງ ດາວອນ ທອງຈັນ ຍັງໃຫ້ຮູ້ຕື່ມວ່າ: ສາລະບານບັນຊີ-ງົບປະມານ ເປັນເຄື່ອງມືພື້ນຖານ ໃນການຕິດຕາມການເຄື່ອນໄຫວດ້ານບັນຊີ-ງົບປະມານ ເພື່ອໃຫ້ໄດ້ຂໍ້ມູນທີ່ຊັດເຈນ ຮັບໃຊ້ການວິເຄາະວິໄຈດ້ານການເງິນ ເພື່ອໃຫ້ເຫັນໄດ້ສະຖານະດ້ານການເງິນ, ຈຸດແຂງ ແລະ ຈຸດຄົງຄ້າງ ໃນການບໍລິຫານວຽກງານງົບປະມານ-ການເງິນ ແນໃສ່ຊອກວິທີທາງແກ້ໄຂ ເພື່ອໃຫ້ການຄຸ້ມຄອງການເງິນແຫ່ງລັດ ມີປະສິດທິຜົນສູງ ແລະ ຕອບສະໜອງໄດ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຍືນຍົງ ກໍຄືສອດຄ່ອງ ຕາມທິດ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ໃນການຄົ້ນຄວ້າ ສາລະບານບັນຊີ-ງົບປະມານດັ່ງກ່າວ ເພື່ອໃຫ້ສາມາດຮອງຮັບ ການປະຕິບັດຕາມມາດຕະຖານສາກົນດ້ານການບັນຊີແຫ່ງລັດ, ຕາມມາດຕະຖານສາກົນ ດ້ານສະຖິຕິການເງິນຂອງລັດຖະບານ ແລະ ໃຫ້ສອດຄ່ອງກັບສະພາບການຕົວຈິງຂອງປະເທດລາວ ແລະ ທິດທາງ ໃນການພັດທະນາຕໍ່ໜ້າ ທີ່ລວມມີການຫັນເປັນທັນສະໄໝ ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ ແບບເຊື່ອມໂຍງ, ຊຶ່ງຈະເປັນເຄື່ອງມືຄົບຊຸດ ເຮັດໃຫ້ການສ້າງບົດລາຍງານໃຫ້ໄດ້ທັນການ ເພື່ອຮັບໃຊ້ການຄຸ້ມຄອງການເງິນ-ງົບປະມານ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.
