ໃນວັນທີ 24-25 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ, ກົມຄຸ້ມຄອງການບັນຊີ ໄດ້ຈັດກອງປະຊຸມຮ່ວມມືສອງຝ່າຍ ລາວ-ຫວຽດນາມ ເພື່ອແລກປ່ຽນບົດຮຽນດ້ານວິຊາການ ຮ່ວມກັບ ກົມຄຸ້ມຄອງບັນຊີ ແລະ ການກວດສອບ ປະຈໍາປີ 2025. ຕາງໜ້າໂດຍທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ສປປ ລາວ ແລະ ທ່ານ ບຸ່ຍ ຮຶວ ຟູ້ ຮອງຫົວໜ້າກົມຄຸ້ມຄອງບັນຊີ ແລະ ການກວດສອບ, ກະຊວງການເງິນ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ທັງສອງຝ່າຍ ເຂົ້າຮ່ວມ.
![]() | ![]() |
ກອງປະຊຸມຄັ້ງນີ້, ຄະນະທັງສອງຝ່າຍ ໄດ້ລາຍງານສະພາບໂດຍຫຍໍ້ ພ້ອມກັນຕີລາຄາທົບທວນຄືນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະພາຍໃຕ້ຂອບການຮ່ວມມືຂອງສອງກະຊວງການເງິນ ໄລຍະ 05 ປີ (2021-2025) ຊຶ່ງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນໃນຫຼາຍຫົວຂໍ້ສໍາຄັນ ເປັນຕົ້ນ: ການຈັດຕັ້ງປະຕິບັດ ວຽກງານບັນຊີແຫ່ງລັດ (ສໍາລັບຫົວໜ່ວຍງົບປະມານ, ກອງທຶນຂອງລັດ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ ລວມທັງການຈັດຕັ້ງປະຕິບັດມາດຕະຖານບັນຊີ) ແລະ ການຈັດຕັ້ງປະຕິບັດວຽກງານບັນຊີວິສາຫະກິດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງທັງສອງພາກສ່ວນ.
![]() | ![]() |
ໃນນັ້ນ, ທັງສອງຝ່າຍໄດ້ເປັນເອກະພາບ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການເຄື່ອນໄຫວຮ່ວມມືໃນຄັ້ງນີ້ ແລະ ຕາງໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການມາຢ້ຽມຢາມອັນແສນອົບອຸ່ນ ແລະ ສະໜັບສະໜູນການຮ່ວມມືທາງດ້ານວິຊາການ ຂອງຝ່າຍ ສສ ຫວຽດນາມ ແລະ ຫວັງຢ່າງຍິ່ງວ່າທັງສອງຝ່າຍ ຈະສືບຕໍ່ເສີມຂະຫຍາຍຮ່ວມມືກັນໃນຂົງເຂດວຽກງານການບັນຊີ ແລະ ການກວດສອບ ໄລຍະ 05 ປີ ຕໍ່ໜ້າ (2026-2030) ບົນພື້ນຖານແນວທາງການພັດທະນາຂອງຂະແໜງການເງິນ ກໍຄືວຽກງານບັນຊີ ແລະ ກວດສອບ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ປະສົບຜົນສໍາເລັດຕາມເປົ້າໝາຍທີ່ວາງໄວ້.



