• ກະຊວງການເງິນ
  • |
  • 2025-12-12
  • |
  • ວຽກຮ່ວມມື

      ໃນວັນທີ 12 ທັນວາ 2025 ຜ່ານມາ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມາມຕ້າ ເມທີ (Mamta Murthi) ຮອງປະທານ ຝ່າຍປະຊາຊົນ ປະຈໍາ ທະນາຄານໂລກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

                 ການມາຢ້ຽມຢາມ ກະຊວງການເງິນ ໃນຄັ້ງນີ້ ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນກ່ຽວກັບຫຼາຍວຽກງານ ເຊັ່ນ: ແຜນການຂອງລັດຖະບານກ່ຽວກັບການສ້າງວຽກເຮັດງານທໍາ ເພື່ອແຂ່ງຂັນ ແລະ ຫຼຸດຜ່ອນຄວາມທຸກຍາກ, ການຈັດສັນງົບປະມານດ້ານສາທາລະນະສຸກ ແລະ ການສຶກສາ, ພາສີສຸຂະພາບ, ທິດທາງ ແລະ ແຜນການຂອງລັດຖະບານກ່ຽວກັບການຍົກເວັັ້ນ ແລະ ສິດທິພິເສດພາຍໃຕ້ສັນຍາໃບອະນຸຍາດລົງທຶນ ກັບບໍລິສັດຢາສູບທີີ່ຈະໝົດອາຍຸໃນປີ 2026 ແລະ ການປະຕິບັດນະໂຍບາຍທີ່ພົ້ນເດັ່ນພາຍໃຕ້ນະໂຍບາຍການເງິນການພັດທະນາແບບຍືນຍົງ (SDFP) ສໍາລັບ ສປປ ລາວ.

      ໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວຕື່ມວ່າ: ສໍາລັບບັນດາໂຄງການທີີ່ນອນໃນແຜນ ປີ 2025-2026 ມີ 5 ໂຄງການ ທີີ່ກໍາລັງກະກຽມຈະຕ້ອງໄດ້ເພີີ່ມທະວີ ເຊັັ່ນ: ການອອກແບບໂຄງການ ຕ້ອງເນັັ້ນໃສ່ໝາກຜົນ ທີີ່ສາມາດຈັບຕ້ອງໄດ້ ແລະ ມີຜົນປະໂຫຍດຢ່າງແທ້ຈິງຕໍໍ່ສັງຄົມ ແລະ ຊຸມຊົນ, ຫຼີກເວັັ້ນການສ້າງໂຄງການທີີ່ມີມູນຄ່າສູງ ແຕ່ຄວນເນັັ້ນໃສ່ການຕໍໍ່ຍອດ ການສ້າງມູນຄ່າເພີີ່ມໃຫ້ເງິນກູ້ ເພື່ອຮັບປະກັນຄວາມຍືນຍົງຂອງໂຄງການ ລວມທັງການສ້າງຄວາມເຂັັ້ມແຂງໃຫ້ທຸກພາກສ່ວນ ທີີ່ເປັນຮູບປະທໍາຫຼາຍຂຶ້ນ. ບໍໍ່ຄວນເອົາຂອບເວລາມາເປັນຕົວແປໃນການບີບຮັດໄລຍະການກະກຽມໂຄງການ ເຊິ່ງຈະເຮັດໃຫ້ການອອກແບບໂຄງການບໍໍ່ລະອຽດຮອບຄອບ ແລະ ມີບັນຫາຕ່າງໆ ຕາມມາ ໃນການຈັດຕັັ້ງປະຕິບັດໂຄງການ.

© 2025 Copyright: ກະຊວງການເງິນ, ສປປ ລາວ