• ກະຊວງການເງິນ
  • |
  • 2025-11-17
  • |
  • ວຽກຮ່ວມມື

       ກອງປະຊຸມ ສະຫຼຸບທົບທວນ ການລົງຕິດຕາມການຈັດຕັ້ງປະຕິບັດ ໂຄງການຄວບຄຸມຄວາມສ່ຽງໄພພິບັດທາງທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ປະຈໍາ 6 ດືອນທ້າຍປີ 2025 ຮ່ວມກັບທະນາຄານໂລກ ໃນວັນທີ 17 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນປະທານຄະນະຊີ້ນໍາໂຄງການ ເເລະ ທ່ານ ນາງ ວຽງສະໄໝ ສຣິດທິຣາດ ຮັກສາການ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ມີຜູ້ຊ່ຽວຊານ ຈາກກະຊວງການເງິນ,​ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທະນາຄານໂລກ ເຂົ້າຮ່ວມ.

        ໃນກອງປະຊຸມ, ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ ມີຄວາມສຳຄັນຫລາຍ ໃນການສະຫຼຸບລາຍງານການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ຕົວຊີ້ວັດຕ່າງໆ ຂອງໂຄງການທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານ ທັງນີ້ກໍເພື່ອສະແດງໃຫ້ເຫັນຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດຜ່ານມາ ເພືຶ່ອສາມາດຖອດຖອນບົດຮຽນ ເເລະ ເເລກປ່ຽນບົດຮຽນຮ່ວມກັນ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການໃນໄລຍະ II ມີປະສິດຕິພາບ ເເລະ ມີຜົນສຳເລັດຍິ່ງຂຶ້ນ” ເຊິ່ງໂຄງການຄວບຄຸມຄວາມສ່ຽງໄພພິບັດທໍາມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຈະສິ້ນສຸດລົງໃນທ້າຍເດືອນທັນວາ 2025 ນີ້.

        ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທາງທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເປັນໂຄງການຊ່ວຍເຫລືອທາງການເພື່ອການພັດທະນາ ຈາກທະນາຄານໂລກ ມີມູນຄ່າລວມທັງໝົດຈໍານວນ 56 ລ້ານໂດລາສະຫະລັດ. ໃນນັ້ນ, ເປັນເງິນກູ້ຢືມ ຈໍານວນ 55 ລ້ານໂດລາສະຫະລັດ, ທຶນຊ່ວຍເຫລືອລ້າຈໍານວນ 1 ລ້ານໂດລາສະຫະລັດ, ມີໄລຍະຈັດຕັ້ງປະຕິບັດ 8 ປີ ແຕ່ປີ 2017-2025.

        ຜ່ານການລົງຕິດຕາມຂອງທະນາຄານໂລກ ໃນລະຫວ່າງ ວັນທີ 27 ຕຸລາ ຫາ 17 ພະຈິກ 2025 ເຫັນໄດ້ວ່າມີຜົນສຳເລັດ ເເລະ ສິ່ງທ້າທາຍຫລາຍຢ່າງ ໃນການຈັດຕັ້ງປະຕິບັດບັ້ນສຸດທ້າຍຂອງໂຄງການ. ປັດຈຸບັນ ການເບີກຈ່າຍງົບປະມານທັງໝົດຂອງໂຄງການໄດ້ສໍາເລັດ 93% ປະກອບມີ ບ້ວງເງິນກູ້ຢືມ ເບີກຈ່າຍທັງໝົດ 92.93%, ສຳລັບບ້ວງເງິນຊ່ວຍເຫຼືອລ້າ ເເມ່ນສຳເລັດການເບີກຈ່າຍ 100%. ເຊິ່ງໃນ 4 ອົງປະກອບຂອງໂຄງການ SEADRM ສະແດງໃຫ້ເຫັນຜົນໄດ້ຮັບທີ່ເປັນຮູບປະທໍາຄື:

1. ເນັ້ນໃສ່ການຄຸ້ມຄອງຄວາມສ່ຽງນໍ້າຖ້ວມດ້ານໂຄງສ້າງ ໄດ້ສຳເລັດການກໍ່ສ້າງພື້ນຖານໂຄງລ່າງ ກໍຄື ການກໍ່ສ້າງຕາຝັ່ງເຈື່ອນ ຢູ່ ແຂວງອຸດົມໄຊ ແລະ ແຂວງບໍລິຄໍາໄຊ ເເມ່ນສຳເລັດ 100%. ສໍາລັບແຂວງຫຼວງພະບາງ ເຖິງວ່າຈະມີຄວາມຊັກຊ້າ ເນື່ອງຈາກພາຍຸວິພາ (Wipha) ແຕ່ກຳລັງດຳເນີນການກໍ່ສ້າງຢ່າງຂຸ້ນຂ້ຽວເພື່ອໃຫ້ສຳເລັດຕາມກຳນົດການປິດສັນຍາ.

2. ໄດ້ມີການປັບປຸງ ເເລະ ຮັບການພັດທະນາຢ່າງຫຼວງຫຼາຍໃນວຽກງານການຫັນລະບົບອຸຕຸນິຍົມ ເເລະ ອຸທົກກະສາດ ເເລະ ການເເຈ້ງເຕືອນລ່ວງໜ້າເປັນທັນສະໄໝ ໂດຍການສ້າງສະຖານີວັດແທກອຸຕຸນິຍົມ-ອຸທົກກະສາດ ໄດ້ຖືກເຊື່ອມໂຍງເຂົ້າໃນລະບົບ Neo-Platform ແລ້ວ. ເຖິງວ່າຍັງມີສິ່ງທ້າທາຍໃນການສົ່ງຂໍ້ມູນບາງຈຸດ ແຕ່ຍັງສືບຕໍ່ແກ້ໄຂບັນຫາ ການບຳລຸງຮັກສາ ແລະ ການເຊື່ອມຕໍ່ຢ່າງເອົາໃຈໃສ່ ເພື່ອໃຫ້ມີຄວາມຍືນຍົງ. 

3. ຜົນສໍາເລັດໃນການຊື້ປະກັນໄພ ດ້ານໄພພິບັດທາງທໍາມະຊາດ ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນໃນການຊອກຫາເເຫ່ງທຶນ ເພື່ອມາປັບປຸງ ເເລະ ເເກ້ໄຂສະພາບຄ່ອງດ້ານການເງິນ ໃນວຽກງານຄຸ້ມຄອງໄພພິບັດ.

4. ໄດ້ສໍາເສັດການສ້າງຍຸດທະສາດການຄຸ້ມຄອງ ແລະ ນໍາໃຊ້ງົບປະມານການລົງທຶນຂອງລັດ ເພື່ອຟື້ນຟູໂຄງລ່າງພື້ນຖານຫຼັງໄພພິບັດທາງທໍາມະຊາດ ຮອດປີ 2035 ແລະ ສຳເລັດການສ້າງລະບົບຄຸ້ມຄອງຕິດຕາມໂຄງການລົງທຶນຂອງລັດ ບ້ວງຟື້ນຟູໄພພິບັດ (MMSystem) ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນປີ 2026.

© 2025 Copyright: ກະຊວງການເງິນ, ສປປ ລາວ