ໃນວັນທີ 23 ຕຸລາ 2025, ໄດ້ຈັດກອງປະຊຸມລະດັບວິຊາການ (Consultation Expert Meeting), ທີ່ ມະຫາວິທະຍາໄລເສດຖະກິດ-ການຄ້າ, ມົສກູ, ສ.ຣັດເຊຍ; ເປັນປະທານ ແລະ ປະທານຮ່ວມໂດຍ ທ່ານ ປອ ວົງຄຳແຫງ ວົງທະຈັກ, ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນ, ຫົວໜ້າກອງເລຂາຄະນະກຳມາທິການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລາວ-ຣັດເຊຍ ແລະ ທ່ານ ນາງ ເອບກິເນຍ ອັກເຊໂນວາ (Evgoniya Aksenova), ຮອງຫົວໜ້າກົມຮ່ວມມືເສດຖະກິດຫຼາຍຝ່າຍ ແລະ ໂຄງການພິເສດ, ຮອງຫົວໜ້າກອງເລຂາຄະນະກຳມາທິການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ຣັດເຊຍ-ລາວ. ໂດຍມີການປຶກສາຫາລືສອງຝ່າຍດ້ານວິຊາການ ເພື່ອຄວາມເປັນເອກະພາບ ແລະ ປະກອບຄໍາເຫັນ ໃສ່ເນື້ອໃນ ຂອງ ຮ່າງບົດບັນທຶກ ກອງປະຊຸມ ຄະນະກຳມາທິການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກນິກ ລາວ-ຣັດເຊຍ ຄັ້ງທີ XVIII ຕິດພັນກັບ ຂະແໜງການບູລິມະສິດເຊັ່ນ: ວຽກງານການຮ່ວມມືສອງຝ່າຍ, ຂະແໜງການເສດຖະກິດການຄ້າ-ການລົງທຶນ, ອຸດສາຫະກຳ, ການເງິນ-ການທະນາຄານ, ການສຶກສາ, ສາທາລະນະສຸກ, ວັດທະນະທໍາ ແລະ ການທ່ອງທ່ຽວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຂອງ ທັງສອງຝ່າຍໃຫ້ແຕກດອກອອກຜົນໃນອານາຄົດ ຢ່າງເປັນຮູບປະທຳ.
