ກອງປະຊຸມປະກາດ ແລະ ເຜີຍແຜ່ຜົນການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ VII ປີ 2024/2025, ໄດ້ຈັດຂຶ້ນວັນທີ 17 ຕຸລາ 2025 ທີ່ໂຮງແຮມອາມາລີ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕາງໜ້າບັນດາສະຖານ ທູດ, ອົງການຈັດຕັ້ງສາກົນ, ພະແນກການເງິນແຂວງເຂົ້າຮ່ວມກອງປະຊຸມທາງໄກ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
![]() | ![]() |
ກອງປະຊຸມຄັ້ງນີ້, ເປັນການເຜີຍແຜ່ຂໍ້ມູນ, ການລາຍງານຂະບວນການຈັດຕັ້ງປະຕິບັດ ແລະ ນຳສະເໜີຜົນການສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ VII ປີ 2024/2025 ແລະ ບົດຮຽນທີ່ຖອນຖອດໄດ້ຈາກການສຳຫຼວດ ແລະ ທິດທາງແຜນການສຳຫຼວດ ຄັ້ງທີ VIII, ເຊິ່ງຄາດວ່າຈະໄດ້ຈັດຕັ້ງປະຕິບັດໃນປີ 2028/2029 ແລະ ເຜີຍແຜ່ບົດລາຍງານສະພາບຄວາມທຸກຍາກໃນ ສປປ ລາວ ໂດຍນໍາໃຊ້ຂໍ້ມູນຈາກການສໍາຫຼວດ ການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ VII ປີ 2024/2025.
ການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ VII ປີ 2024/2025 ເປັນການສໍາຫຼວດຕົວແທນລະດັບຊາດ, ເຊິ່ງໄດ້ກໍານົດໃນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030; ສໍາລັບການສໍາຫຼວດວຽກງານດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 1992/1993, ຜົນການສໍາຫຼວດດັ່ງກ່າວໄດ້ເປັນຂໍ້ມູນທີ່ສໍາຄັນຕົ້ນຕໍໃຫ້ແກ່ການຕີລາຄາ, ການປະເມີນສະພາບຄວາມທຸກຍາກ,ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ເປົ້າໝາຍການພັດທະນາແບບຍືນຍົງ 2030 (SDG) ແລະ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ LDC ໃນແຕ່ລະໄລຍະ.

![]() | ![]() |
ໃນກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບຜົນຂອງການສຳຫຼວດ, ສະພາບຄວາມທຸກຍາກໃນ ສປປ ລາວ ຈາກການສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ VII ແລະ ການປະກອບຄໍາເຫັນຄໍາເຫັນຈາກຜູ້ຕາງໜ້າທະນາຄານໂລກ, ແຂວງຜົ້ງສາລີ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ກົມແຜນການ, ກົມນະໂຍບາຍເສດຖະກິດ ແລະ ການເງິນ ກະຊວງການເງິນ, ເຊິ່ງເປັນແຫຼ່ງຂໍ້ມູນທີ່ມີຄວາມສຳຄັນເພື່ອນຳໃຊ້ສຳລັບການຕີລາຄາ ແລະ ປະເມີນມ້ວນທ້າຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ປີ (2021-2025), ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ຂອງສປປ ລາວ ແລະ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ LDC ກໍ່ຄືແຜນ 5 ປີຄັ້ງທີ X 2026-2030.
![]() | ![]() |
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມແລະ ຕັດແຖບຜ້າປະກາດ ແລະ ເຜີຍແຜ່ຜົນການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ VII ປີ 2024/2025,ເຜີຍແຜ່ບົດລາຍງານສະພາບຄວາມທຸກຍາກໃນ ສປປ ລາວ ຢ່າງເປັນທາງການ.






