• ກະຊວງການເງິນ
  • |
  • 2025-09-25
  • |
  • ວຽກຮ່ວມມື

       ໃນວັນທີ 25 ກັນຍາ 2025 ໄດ້ສືບຕໍ່ຈັດກອງປະຊຸມຄົບຄະນະກໍາມາທິການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ.ເບລາຣຸດຊີ ຄັ້ງທີ IV ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານລັດຖະມົນຕີ ກະຊວງການເງິນ ແຫ່ງ ສປປ ລາວ, ປະທານຄະນະກຳມາທິການຮ່ວມມື ລາວ-ເບລາຣຸດຊິ  ແລະ ທ່ານ ເຊຣເກ ສະຕາເລຍຊຸກ (Siarhei Staliarсhuk) ປະທານຄະນະກຳມາທິການຮ່ວມມື ເບລາຣຸດຊີ-ລາວ,ຜູ້ອຳນວຍການ ທະນາຄານພັດທະນາ ແຫ່ງ ສ. ເບລາຣຸດຊີ; ມີຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

        ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລກປ່ຽນຄວາມຄິດເຫັນ ໂດຍສຸມໃສ່ການຕີລາຄາສະພາບການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກທີ່ໄດ້ເຊັນກັນໃນໄລຍະຜ່ານມາ ເຊັ່ນ: ຂະແໜງການເງິນ ແລະ ການທະນາຄານ, ເສດຖະກິດ-ການຄ້າ, ອຸດສະຫະກຳ, ກະສິກຳ ແລະ ສິ່ງແວດລ້ອມ, ສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ, ວັດຖະນະທຳ ແລະ ການທ່ອງທ່ຽວ, ສຸຂະພາບ ແລະ ການຢາ ແລະ ຂະແໜງຄຸ້ມຄອງພະລັງງານ ແລະ ຊັບພະຍາກອນທຳມະຊາດ ໂດຍຍົກໃຫ້ເຫັນດ້ານດີ, ຜົນງານ,ຈຸດອ່ອນ ຂໍ້ຄົງຄ້າງ ແລະ ສາເຫດຕ່າງໆ ບົນພື້ນຖານກຳນົດເນື້ອໃນສືບຕໍ່ຈັດຕັ້ງປະຕິບັດຮ່ວມມືກັນໃນປີ 2025; ພ້ອມທັງເອກະພາບກັນ ຕໍ່ເນື້ອໃນບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມມື ລາວ-ເບລາຣຸດຊີ ຄັ້ງທີ IV ເຊິ່ງໄດ້ເຊັນບົດບັນທຶກສັນຍາຮ່ວມກັນ ໃນດ້ານວຽກງານການເງິນ; ການຢາ ແລະ ການນໍາເຂົ້າ-ສົ່ງອອກ ຕ່າງໆ ລະຫວ່າງ ສອງປະເທດ.

        ຜົນຂອງກອງປະຊຸມໃນຄັ້ງນີ້ ເປັນການຕໍ່ຍອດກອງປະຊຸມໃນຄັ້ງຜ່ານມາ ທັງຈະສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ. ເບລາຣຸດຊີ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຍິ່ງໆຂຶ້ນ ອັນເປັນການປະກອບສ່ວນໃຫ້ແກ່ການຮ່ວມມືໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ເພື່ອຕອບສະໜອງຜົນປະໂຫຍດລວມຂອງປະຊາຊົນສອງຊາດ ອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ