ຕອນບ່າຍຂອງວັນທີ 25 ກັນຍາ 2025, ທ່ານ ສຸລິວັດ ສຸວັນນະຈຸມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ Dana Avram ເລຂານຸການເອກ, ຮັບຜິດຊອບ ວຽກງານການພັດທະນາ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ສະຖານເອກອັກຄະລັດຖະທູດ ນິວຊີແລນ ປະຈໍາບາງກອກ, ຣາຊະອານາຈັກໄທ ພ້ອມດ້ວຍຄະນະ.
![]() | ![]() |
ໃນການປຶກສາຫາລືການຮ່ວມມືສອງຝ່າຍ ລາວ-ນິວຊີແລນ ເຊິ່ງໃນໄລຍະ ຜ່ານມາລັດຖະບານທັງສອງປະເທດ ໄດ້ເປັນຄູ່ຮ່ວມການພັດທະນາ ແລະ ສາຍພົວພັນທາງດ້ານການທູດຢ່າງແໜ້ນແຟ້ນຕະຫຼອດມາລັດຖະບານນີວຊີແລນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ເປັນຕົ້ນແມ່ນການສະໜັບສະໜູນການຈະເລີນເຕີບໂຕທາງດ້ານເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ, ການປ່ຽນແປງດິນຟ້າອາກາດ, ການປົກປ້ອງທາງດ້ານສິ່ງແວດລ້ອມ, ການເກັບກູ້ລະເບີດທີ່ບໍ່ທັນແຕກ, ການຄໍ້າປະກັນສະບຽງອາຫານ ແລະ ກະສິກຳແບບຍືນຍົງເຊິ່ງທັງສອງຝ່າຍໄດ້ສົນທະນາແລກປ່ຽນກັນຕໍ່ກັບນະໂຍບາຍຂອງລັດຖະບານໃນການກະກຽມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ຂອງລັດຖະບານລາວ, ການຊຸກຍູ້ສົ່ງເສີມການສ້າງຄວາມເຂັ້ມແຂງໃຫ້ແກ່ດ້ານອຸດສາຫະກຳພະລັງງານໂດຍສະເພາະແມ່ນການສົ່ງເສີມພະລັງງານທົດແທນເພື່ອສ້າງມູນຄ່າເພີ່ມ ແລະ ລາຍ ຮັບໃຫ້ແກ່ລັດຖະບານ ສປປ ລາວ ໃນອານາຄົດອັນໃກ້ນີ້ພ້ອມດຽວກັນ ທ່ານ ນາງ Dana Avram ໄດ້ເຮັດວຽກທາງດ້ານວິຊາການຮ່ວມກັບກົມຮ່ວມມື ແລະ ການເງິນສາກົນ, ກະຊວງການເງິນເພື່ອປຶກສາຫາລືການຍົກສູງການຮ່ວມມືໃນຕໍ່ໜ້າລະຫວ່າງລັດຖະບານຂອງສອງປະເທດ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການສ້າງຄວາມເຂັ້ມແຂງວຽກງານ ເສດຖະກິດ-ການເງິນ.
ລັດຖະບານນິວຊີແລນໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຈຳນວນຫຼາຍຊຶ່ງການຊ່ວຍເຫຼືອດັ່ງກ່າວແມ່ນ ຖືກກັບຄວາມຕ້ອງການ ແລະ ສອດຄ່ອງກັບແຜນພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ພ້ອມນັ້ນ ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຍົກລະດັບການຮ່ວມມື ເພື່ອການພັດທະນາ ສປປ ລາວ ແລະ ສ້າງຄວາມເຂັ້ມແຂງທາງດ້ານຊັບພະຍາກອນມະນຸດໃຫ້ແກ່ພະນັກງານລັດຖະກອນໃນອານາຄົດອັນໃກ້ນີ້.