ໃນວັນທີ 22 ກັນຍາ 2025, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມໍເລ ຟໍຟານາ (Dr. Malle Fofana) ຮອງຫົວໜ້າຜູ້ບໍລິຫານງານໃຫຍ່ ສະຖາບັນການເຕີບໂຕສີຂຽວສາກົນ, ຫົວໜ້າຮັບຜິດຊອບຂົງເຂດອາຊີ ສະຖາບັນການເຕີບໂຕສີຂຽວສາກົນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເພື່ອເພີ່ມທະວີສາຍພົວພັນການຮ່ວມມືໃຫ້ແໜ້ນແຟ້ນກວ່າເກົ່າພ້ອມທັງ ປຶກສາຫາລືກ່ຽວກັບທ່າແຮງ ແລະ ກາລະໂອກາດຂອງແຜນການຮ່ວມມືໃນຕໍ່ໜ້າ.
![]() |
ສະຖາບັນການເຕີບໂຕສີຂຽວສາກົນ ປະຈຳລາວ (Global Green Growth Institute (GGGI) Lao PDR) ໄດ້ປະກອບສ່ວນຫຼາຍດ້ານໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ, ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ບັນດາວຽກງານຕ່າງໆທີ່ຕິດພັນກັບວຽກງານສີຂຽວ ເພື່ອສົ່ງເສີມການປະກອບສ່ວນຂອງ ສປປ ລາວ ໃນການແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບດິນຟ້າອາກາດ.