• ຄັງເງິນແຫ່ງຊາດ
  • |
  • 2025-09-19
  • |
  • ວຽກວິຊາສະເພາະ

ໃນວັນທີ 19 ກັນຍາ 2025, ຄັງເງິນແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມ ເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄັງເງິນແຫ່ງລັດ ແລະ ປະກາດຊັບຊ້ອນ, ໝູນວຽນພະນັກງານ ໂດຍການເປັນປະທານຂອງທ່ານ ນາງ ຍອດ ແພງສົມບັດ ຫົວໜ້າຄັງເງິນແຫ່ງລັດ, ມີບັນດາທ່ານຮອງຫົວໜ້າຄັງເງິນແຫ່ງລັດ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

          ໃນກອງປະຊຸມ, ທ່ານ ນາງ ບົວເລິງຄິນ ດວງສະຫວັນ ຮອງຫົວໜ້າຄັງເງິນແຫ່ງລັດ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄັງເງິນແຫ່ງລັດ ສະບັບເລກທີ 2888/ກງ, ລົງວັນທີ 09 ກັນຍາ 2025 ເຊິ່ງໄດ້ມີການປັບປຸງພະລະບົດບາດ;  ໜ້າທີ່; ຂອບເຂດສິດ ຂອງຄັງເງິນແຫ່ງລັດ, ຄັງເງິນແຫ່ງລັດ ປະຈໍານະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ຄັງເງິນແຫ່ງລັດ ປະຈໍານະຄອນ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປະກາດການຊັບຊ້ອນ, ໝູນວຽນ ພະນັກງານພາຍໃນຄັງເງິນແຫ່ງລັດ ເພື່ອໃຫ້ແທດເໝາະກັບການຈັດຕັ້ງປະຕິບັດວຽກງານຕົວຈີງ ໃນປັດຈຸບັນ.

          ໂອກາດນີ້, ທ່ານ ນາງ ຍອດ ແພງສົມບັດ ໄດ້ໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມວ່າ: ການປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄັງເງິນແຫ່ງລັດຄັ້ງນີ້ ເພື່ອໃຫ້ສອດຄ່ອງກັບໜ້າທີ່ວຽກງານ ໃນປັດຈຸບັນ. ພ້ອມນັ້ນ ໄດ້ເນັ້ນໃຫ້ຄະນະພະແນກ ເອົາໃຈໃສ່ຄົ້ນຄວ້າພະລະບົດບາດ, ໜ້າທີ່ ແລະ ກໍານົດຕໍາແໜ່ງງານຄືນໃໝ່ ໂດຍອີງໃສ່ພະລະບົດບາດ (ສະບັບປັບປຸງ) ຂອງຄັງເງິນແຫ່ງລັດ; ສໍາລັບພະນັກງານທີ່ໄດ້ຮັບການຊັບຊ້ອນ, ໝູນວຽນ ໃຫ້ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ