• ກະຊວງການເງິນ
  • |
  • 2025-09-19
  • |
  • ວຽກຮ່ວມມື

       ໃນວັນທີ 19 ກັນຍາ 2025, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໃນໂອກາດໄດ້ສໍາເລັດໜ້າທີ່ ການທູດ ຢູ່ ສປປ ລາວ.

        ໂອກາດດັ່ງກ່າວທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ມໍລະກົດ ສີສະຫວັດ ທີ່ໄດ້ສຳເລັດໜ້າທີ່ຮັບຜິດຊອບໃນການເສີມສ້າງສາຍພົວພັນການທູດການພັດທະນາ ແລະ ການຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ພ້ອມທັງໄດ້ຍົກລະດັບການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃນຂອບເຂດທີ່ມີຊາຍແດນຕິດຈອດມີຄວາມສະຫງົບຮຽບຮ້ອຍໂດຍພື້ນຖານ. ສໍາລັບການຮ່ວມມືດ້ານການເງິນ ໃນໄລຍະຜ່ານມາໄດ້ມີການສະໜັບສະໜູນໃຫ້ພາກສ່ວນກ່ຽວຂ້ອງທາງດ້ານການເງິນ ແລະ ການທະນາຄານຂອງສອງຝ່າຍ ມີການປະຊຸມ ປຶກສາຫາລື ແລະ ແລກປ່ຽນປະສົບການ ເພື່ອການຮ່ວມມືໃນການພັດທະນາດ້ານການເງິນ ແລະການທະນາຄານຂອງສອງປະເທດ. ພ້ອມນີ້ທ່ານລັດຖະມົນຕີ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນພາລະກິດໃໝ່ຂອງຕົນ.

        ທ່ານ ນາງ ມໍລະກົດ ສີສະຫວັດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ກະຊວງການເງິນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳ ຂອງພັກລັດ  ສປປ ລາວຕະຫລອດຮອດ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ວຽກງານຂອງຕົນຈົນໄດ້ຮັບຜົນສຳເລັດເປັນຢ່າງດີ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດໄທ ຄົນໃໝ່ ຈະສືບຕໍ່ສຸມທຸກເຫື່ອແຮງສະຕິປັນຍາຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຂະຫຍາຍຕົວຂຶ້ນໄປເລື້ອຍໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ