• ກະຊວງການເງິນ
  • |
  • 2025-09-11
  • |
  • ວຽກຮ່ວມມື

         ໃນວັນທີ 11 ກັນຍາ 2025 ກົມນະໂຍບາຍເສດຖະກິດ ແລະ ການເງິນ ແລະ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໄດ້ຈັດກອງປະຊຸມແລກປ່ຽນທາງດ້ານວິຊາການ ໂດຍການນໍາພາຂອງທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ແລະ ທ່ານ ປອ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ມີຄະນະກົມ, ຄະນະພະແນກ ແລະ ວິຊາການ ສອງພາກສ່ວນ ເຂົ້າຮ່ວມ.

                   ກອງປະຊຸມແລກປ່ຽນຄັ້ງນີ້ ໄດ້ນໍາສະເໜີຂໍ້ມູນຂ່າວສານຂອງກົມນະໂຍບາຍເສດຖະກິດ ແລະ ການເງິນ ເພື່ອຈະໂອນຍ້າຍເຂົ້າມາໃນຫ້ອງຖານຂໍ້ມູນ (Data Center) ຂອງກະຊວງການເງິນ ແລະ ເຊື່ອມຕໍ່ຂໍ້ມູນທາງການເງິນ ທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກໍໄດ້ນໍາສະເໜີ ກ່ຽວກັບລະບົບຖານຂໍ້ມູນໃຫຍ່ລວມສູນ, ການເຊື່ອມຕໍ່, ແລກປ່ຽນຂໍ້ມູນ ແລະ ວິເຄາະວິໄຈຂໍ້ມູນ (Lao FIDA), ເຊິ່ງທັງສອງກົມ ໄດ້ປະກອບຄໍາເຫັນ ແລະ ປຶກສາຫາລື ໃນການພັດທະນາໃນຕໍ່ໜ້າ ເພື່ອຮອງຮັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ). ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ຈັດຊຸດຝຶກອົບຮົມ ໃຫ້ພະນັກງານວິຊາການທີ່ກ່ຽວຂ້ອງ ໃນການນໍາໃຊ້ລະບົບດັ່ງກ່າວ  ເພື່ອຮັບປະກັນໃນການນໍາໃຊ້ລະບົບຖານຂໍ້ມູນໃຫ້ເກີດປະໂຫຍດສູງສຸດ.

© 2025 Copyright: ກະຊວງການເງິນ, ສປປ ລາວ