• ກະຊວງການເງິນ
  • |
  • 2025-09-11
  • |
  • ວຽກຮ່ວມມື

        ໃນວັນທີ 11 ກັນຍາ 2025, ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບ ທ່ານ ໂທມາສ ລາມມາ, ອຸປະທູດ ແຫ່ງ ຣາຊອານາຈັກລຸກຊໍາບວກ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ, ເຂົ້າຢ້ຽມຂ່ຳນັບ ແລະ ປຶກສາຫາລືກ່ຽວກັບວຽກງານການຮ່ວມມືສອງຝ່າຍ ພາຍໄຕ້ໂຄງການ/ແຜນງານການຮ່ວມມືໄລຍະຍາວ ຫຼື Indicative Cooperation Programme V (ICP V)  

        ໃນໂອກາດນີ້, ທ່ານ ອຸປະທູດລຸກຊຳບວກ ປະຈຳ ສປປ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມື ອັນດີງາມຂອງສອງປະເທດ ລາວ-ລຸກຊຳບວກ ໃນໄລຍະຜ່ານມາ ພ້ອມທັງຖືໂອກາດດັ່ງກ່າວລາຍງານກ່ຽວກັບ ບັນດາໂຄງການ/ແຜນງານ ພາຍໄຕ້ໂຄງການຮ່ວມມືໄລຍະຍາວ (ICP V 2022-2027) ແລະ ໂຄງການອື່ນໆ ທີ່ໃຫ້ການສະໜັບສະໜູນ ທັງທຶນຮອນ ແລະ ວິຊາການ ທີ່ກໍາລັງຈັດຕັ້ງປະຕິບັດໃນຂະແໜງບູລິມະສິດ ເຊັ່ນ: ສາທາລະນະສຸກ, ພັດທະນາທ້ອງຖິ່ນ, ພັດທະນາສີມືແຮງງານ, ການປົກຄອງທີ່ດີນ, ວຽກງານສະຖິຕິ, ການເງິນ-ການທະນາຄານ ເປັນຕົ້ນ  ຊື່ງປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. 

        ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານລຸກຊຳບວກ ຕໍ່ການສະໜັບສະໜູນດັ່ງກ່າວ ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ລາວ-ລຸກຊຳບວກ ໃນໄລຍະຜ່ານມາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ, ເຫັນດີສືບຕໍ່ ການສະໜັບສະໜູນໃນໂຄງການ/ແຜນງານກຳລັງຈັດຕັ້ງປະຕິບັດ ໂດຍສະເພາະ ການຊ່ວຍເຫຼືອທາງດ້ານວິຊາການຕໍ່ກັບວຽກງານຕ້ານການຟອກເງິນ, ການເຂົ້າເຖິງຕະຫຼາດ ທັນນະບັດສີຂຽວ (Green Bond), ການແລກປ່ຽນທາງດ້ານວິຊາການກ່ຽວກັບວຽກງານຕະຫຼາດຫຼັກຊັບ ເພື່ອເພີ່ມການດຶງດູດນັກລົງທຶນ ຈາກ ຕ່າງປະເທດໃຫ້ຫຼາຍຂຶ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ