• ກະຊວງການເງິນ
  • |
  • 2025-09-08
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 08 ກັນຍາ 2025, ໜ່ວຍພັກຮາກຖານກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ໄດ້ຈັດກອງປະຊຸມ ເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ  ພູວົງ ກິດຕະວົງ ຄະນະປະຈຳພັກ, ຮອງລັັດຖະມົນຕີ ກະຊວງການເງິນ, ມີສະຫາຍ ອຸບັນ ສຸພິດາ ກຳມະການພັກກະຊວງ, ຫົວໜ້າກົມຈັດຕັ້ງ, ມີເລຂາໜ່ວຍພັກ, ຮອງເລຂາ ໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງຂອງໜ່ວຍພັກກົມ ເຂົ້າຮ່ວມ.

        ໃນກອງປະຊຸມ, ສະຫາຍ ປອ ວົງຄຳແຫງ ວົງທະຈັກ ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ  ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໜາຍ ຄວາມສຳຄັນຢ່າງຍິ່ງ ເຊິ່ງພວກເຮົາຈະໄດ້ພ້ອມກັນໃຊ້ສິດເຕັມສ່ວນ ລົງຄະແນນສຽງຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເຂົ້າຮ່ວມກອງປະຊຸມອົງຄະນະພັກ ກະຊວງການເງິນ ສະໄໝທີ IV ຈິ່ງຮຽກຮ້ອງໃຫ້ສະມາຊິກພັກ ມີການຄົ້ນຄວ້າ ຄັດເລືອກເອົາຜູ້ທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ເປັນຕົວແທນເຂົ້າໃນການຈັດຕັ້ງປະຕິດບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກຂັ້ນເທິງຢ່າງມີຜົນສຳເລັດ.

        ພ້ອມກັນນັ້ນ, ກອງປະຊຸມ ໄດ້ມີການປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ສະໄໝທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້ຕາມກົດລະບຽບຂອງພັກ, ມີຜູ້ແທນສົມບູນທັງໝົດ 37 ສະຫາຍ, ຍິງ 13 ສະຫາຍ ໃນນັ້ນ ລົງສະໝັກເລືອກຕັ້ງ 19 ສະຫາຍ, ເລືອກເອົາຜູ້ແທນສົມບູນ 15 ສະຫາຍ, ສຳຮອງ 02 ສະຫາຍ.

        ໂອກາດນີ້, ສະຫາຍ  ພູວົງ ກິດຕະວົງ ຄະນະປະຈຳພັກ ປະທານກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເຊິ່ງເຫັນວ່າກອງປະຊຸມໄດ້ດໍາເນີນສໍາເລັດຕາມລະດັບຄາດໝາຍ. ພ້ອມກັນນັ້ນ, ໄດ້ເນັ້ນໃຫ້ຄະນະໜ່ວຍພັກ, ຄະນະນໍາຂອງກົມ ຕ້ອງໄດ້ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ເຊືີ່ອມຊຶມ ແລະ ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ຄົ້ນຄວ້າຮໍ່າຮຽນບັນດາມະຕິຕ່າງໆຂອງ ພັກ-ລັດ ໃຫ້ເລິກເຊິ່ງ; ຄຽງຄູ່ກັນນັ້ນ ຖືສໍາຄັນຄວາມສາມັກຄີຮັກແພງ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ມີສະຕິຕ້ານທຸກເລ່ລ່ຽມກົນອຸບາຍຫັນປ່ຽນຂອງສັດຕູ; ສືບຕໍ່ສຸມໃສ່ກະກຽມຄວາມພ້ອມ ການດໍາເນີນກອງປະຊຸມໃຫ່ຍ ຄັ້ງທີ IV ຂອງໜ່ວຍພັກຮາກຖານຕົນ ຮັບປະກັນໃຫ້ມີເນື້ອໃນຄົບຖ້ວນ ແລະ ຖືກຕ້ອງຕາມຄໍາແນະນໍາ ໃຫ້ບັນລຸຕາມລະດັບຄາດໝາຍ; ສໍາລັບຜູ້ທີ່ໄດ້ຮັບເລືອກຕັ້ງ ເປັນຜູ້ແທນເຂົ້າຮ່ວມກອງປະຊຸມ ຕ້ອງເຊີດຊູນໍ້າໃຈຮັບຜິດຊອບ, ເປັນເຈົ້າການເຂົ້າຮ່ວມກອງປະຊຸມໃຫ່ຍ ຂອງອົງຄະນະພັກກະຊວງການເງິນ ໃນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ກະຊວງການເງິນ ຕາມມາດຖານ ແລະ ເງືີ່ອນໄຂ ທີ່ໄດ້ກໍານົດ.

© 2025 Copyright: ກະຊວງການເງິນ, ສປປ ລາວ