• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2025-09-11
  • |
  • ວຽກວິຊາສະເພາະ

        ໃນວັນທີ 11 ກັນຍາ ປີ 2025 ຄະນະວິຊາການຮັບຜິດຊອບຈາກກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ລົງແນະນຳການນຳໃຊ້ລະບົບ AMIS ນໍາໂດຍ ທ່ານ ສຸບັນ ອຸ່ນທອງດີ ຮອງຫົວໜ້າພະແນກຄຸ້ມຄອງຂໍ້ມູນຊັບສິນແຫ່ງລັດ, ກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ຮ່ວມກັບບໍລິສັດ ສ໌ມາດເບຣນ ຈຳກັດຜູ້ດຽວ ໄດ້ລົງແນະນຳການນຳໃຊ້ລະບົບ ແລະ ປ້ອນຂໍ້ມູນເຂົ້າໃນລະບົບຂ່າວສານຄຸ້ມຄອງຊັບສິນແຫ່ງລັດແບບເອເລັກໂຕຼນິກ (AMIS) ໃຫ້ພະນັກງານ-ລັດຖະກອນ ຂອງບັນດາກະຊວງ, ອົງການທຽບເທົ່າ ຂັ້ນສູນກາງ ມີ ຕາງໜ້າຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ວິທະຍາຄານ ໄກສອນ ພົມວິຫານ ແລະ  ອົງການພຸດທະສາສະໜາ ສໍາພັນ ແຫ່ງ ສປປ ລາວເຂົ້າຮ່ວມ.

        ໂອກາດນີ້, ທ່ານ ສຸບັນ ອຸ່ນທອງດີ ໄດ້ມີຄຳເຫັນວ່າ: ໃນການລົງແນະນຳການນຳໃຊ້ລະບົບ ແລະ ປ້ອນຂໍ້ມູນເຂົ້າໃນລະບົບຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຼນິກ (AMIS) ໃນຄັ້ງນີ້ ແມ່ນເພື່ອ​ສ້າງ​ຄວາມ​ສະ​ດ​ວກ ແລະ ເປັນການປັບປຸງ ກົນໄກການຄຸ້ມຄອງ, ການນຳໃຊ້, ການຂຶ້ນບັນຊີ, ການຂຶ້ນທະບຽນຊັບສິນຂອງ​ລັດ ໃຫ້​ມີ​ປະ​ສິດ​ທິ​ຜົນ ແລະ ຫັນ​ເຄື່ອງມືເປັນທັນ​ສະ​ໄໝ ດ້ວຍ​ລະ​ບົບ​AMIS ໃນຮູບແບບອອນໄລນ໌ ແລະ ​ເວັບ​ເບ​ສ,​​ ສາ​ມາດ​ເຊື່ອມຕໍ່​ກັບ​ລະ​ບົບ​ອື່ນ ແລະ ລວມ​ສູນ​ຖານ​ຂໍ້​ມູນ​ຊັບ​ສິນ​ຂອງ​ລັດ ທຸກ​ປະ​ເພດ, ແນ່ໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ, ມີຄວາມປອດໄພ, ປະ​ຫຍັດ, ໂປ່ງໃສ, ຮັບປະກັນການຄຸ້ມຄອງ​ຖານລາຍຮັບ ແຈ້ງມອບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນຕາມກຳນົດເວລາ ທັງເປັນການແນະນໍາຂັ້ນຕອນ, ວິທີການຄຸ້ມ​ຄອງ​ນຳ​ໃຊ້​ລະ​ບົບ AMIS  ແລະ ການແບ່ງຄວາມຮັບຜິດຊອບໃຫ້ພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບກົດໝາຍ ແລະ ລະ​ບຽບ​ການຢ່າງເຂັ້ມງວດ.

      ພ້ອມດຽວກັນນັ້ນ, ກໍເປັນການສືບຕໍ່ບຳລຸງ ແລະ ກໍ່ສ້າງພະນັກງານ ທີ່ຮັບຜິດຊອບບັນຊີຊັບສິນຂອງລັດ ໃຫ້ມີຄວາມຮູ້-ຄວາມສາມາດ ດ້ານວິຊາສະເພາະ ແລະ ຄວາມຮູ້ທາງດ້ານວິທະຍາສາດ-ເຕັກນິກ ໃນລະດັບທີ່ແນ່ນອນ ເຊິ່ງມີຄວາມສຳຄັນ ແລະ ຈຳເປັນຫຼາຍ ໃນເງື່ອນໄຂໃໝ່. ຕາມທິດຫັນເປັນເສດຖະກິດ ດິຈິຕ໋ອນ ຂອງລັດຖະບານ, ເປົ້າໝາຍແມ່ນເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ ຂອງບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໃນຊຸມປີຕໍ່ໜ້າ.

      ການຄຸ້ມຄອງຊັບສິນຂອງລັດ ດ້ວຍລະບົບທັນສະໄໝ ແມ່ນຫຼັກການຄຸ້ມຄອງ ແລະ ຕິດຕາມກວດກາການນຳໃຊ້ຊັບສິນຂອງລັດ ແບບເອເລັກໂຕຼນິກ ເວົ້າລວມ, ເວົ້າສະເພາະ ແມ່ນການຕິດຕາມ ກວດກາການນຳໃຊ້ຊັບສິນຂອງລັດ ແລະ ຄຸ້ມຄອງຂໍ້ມູນສະຖິຕິຊັບສິນຂອງລັດ ປະເພດລັດຖະສົມບັດ ປະກອບມີສັງຫາລິມະຊັບ (ລົດຂອງລັດ, ພັດສະດຸວັດຖຸປະກອນຂອງລັດ) ແລະ ອະສັງຫາລິມະຊັບ (ທີ່ດິນ, ສິ່ງປຸກສ້າງຂອງລັດ) ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຮາກຖານ ໃນຂອບເຂດທົ່ວປະເທດ.

      ການນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂຕຼນິກ (AMIS) ໃນບັນດາກະຊວງ, ອົງການ ທຽບເທົ່າ ຂັ້ນສູນກາງ ແມ່ນການຫັນປ່ຽນຈາກການຈົດ​ກ່າຍ​ດ້ວຍ​ມື ​ແລະ ບັນທຶກ​ເຂົ້າ​ຄອມ​ພິວ​ເຕີ ດ້ວຍລະບົບ​ປະຕິບັດ​ການ Microsoft Office ​ແລະ Excel ໄປສູ່ລະບົບຖານຂໍ້ມູນ ຕາມມາດຕະຖານສາກົນ, ນຳໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ຫັນການຄຸ້ມຄອງ ວຽກງານຊັບສິນຂອງລັດໃຫ້ເປັນທັນສະໄໝ; ຄຸ້ມຄອງນຳໃຊ້ລະບົບເຕັກໂນໂລຊີ, ຂໍ້ມູນຂ່າວສານ ເຂົ້າໃນວຽກງານວິຊາສະເພາະຊັບສິນຂອງລັດ ການນຳໃຊ້ລະບົບ AMIS  ດັ່ງກ່າວຢູ່ໃນບັນດາກະຊວງ, ສູນກາງ ຈະສ້າງໃບໜ້າໃໝ່ໃຫ້ກັບການຄຸ້ມຄອງຂໍ້ມູນຂ່າວສານການນຳໃຊ້ຊັບສິນຂອງລັດ ຢ່າງເປັນລະບົບຄົບຊຸດ ແລະ ເອກະພາບໃນຂອບເຂດທົ່ວປະເທດ.

      ສໍາລັບຜົນທີ່ຄາດວ່າຈະໄດ້ຮັບໃນການນຳໃຊ້ລະບົບ AMIS ຢູ່ບັນດາກະຊວງ, ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈະເຮັດໃຫ້ການຄຸ້ມຄອງ ແລະ ສັງລວມຂໍ້ມູນຊັບສິນຂອງລັດໄດ້ຄົບຖ້ວນ ແລະ ຊັດເຈນ ໃນຂອບເຂດທົ່ວປະເທດ ເຂົ້າໃນການຄຸ້ມຄອງ ແລະ ຕິດຕາມກວດກາການນຳໃຊ້ຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ, ຫຼຸດຜ່ອນຄ່າຊິ້ນເປືອງໃນການນຳໃຊ້ງົບປະມານຂອງລັດ, ທັງຮັບປະກັນນະໂຍບາຍປະຫຍັດ ແລະ ຕ້ານການຟຸ່ມເຟືອຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ