ໃນວັນທີ 10 ກັນຍາ 2025, ໜ່ວຍພັກຮາກຖານ ກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ ໄດ້ຈັດກອງປະຊຸມ ເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ກໍາມະການຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງການເງິນ, ມີຄະນະໜ່ວຍພັກຮາກຖານ ພ້ອມດ້ວຍຄະນະຮັບຜິດຊອບຕິດຕາມກອງປະຊຸມ ແລະ ສະມາຊິກພັກ ທີ່ຂຶ້ນກັບໜ່ວຍພັກຮາກຖານ ກົມຄຸ້ມຄອງໜີ້ສິນສາທາລະນະ ເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ວິເລດ ກິນນາວົງ ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໜາຍ ຄວາມສຳຄັນຢ່າງຍິ່ງ ເຊິ່ງພວກເຮົາຈະໄດ້ພ້ອມກັນໃຊ້ສິດເຕັມສ່ວນ ລົງຄະແນນສຽງຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເຂົ້າຮ່ວມກອງປະຊຸມອົງຄະນະພັກ ກະຊວງການເງິນ ສະໄໝທີ IV ຈິ່ງຮຽກຮ້ອງໃຫ້ສະມາຊິກພັກ ມີການຄົ້ນຄວ້າ ຄັດເລືອກເອົາຜູ້ທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ເປັນຕົວແທນເຂົ້າໃນການຈັດຕັ້ງປະຕິດບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກຂັ້ນເທິງຢ່າງມີຜົນສຳເລັດ.
ພ້ອມກັນນັ້ນ, ກອງປະຊຸມ ໄດ້ດໍາເນີນການປ່ອນບັດເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງການເງິນ ສະໄໝທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດຕະຖານ, ເງື່ອນໄຂ ທີ່ກຳນົດໄວ້ ເຊິ່ງໄດ້ເລືອກເອົາຜູ້ແທນສົມບູນ 10 ສະຫາຍ ແລະ ສໍາຮອງ 2 ສະຫາຍ.
ໂອກາດນີ້, ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເຊິ່ງເຫັນວ່າກອງປະຊຸມໄດ້ດໍາເນີນສໍາເລັດຕາມລະດັບຄາດໝາຍ. ພ້ອມກັນນັ້ນ, ໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາຂອງກົມ ຕ້ອງໄດ້ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ເຊືີ່ອມຊຶມ ແລະ ກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ຄົ້ນຄວ້າຮໍ່າຮຽນບັນດາມະຕິຕ່າງໆຂອງ ພັກ-ລັດ ໃຫ້ເລິກເຊິ່ງ; ຄຽງຄູ່ກັນນັ້ນ ຖືສໍາຄັນຄວາມສາມັກຄີຮັກແພງ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ມີສະຕິຕ້ານທຸກເລ່ລ່ຽມກົນອຸບາຍຫັນປ່ຽນຂອງສັດຕູ; ສືບຕໍ່ສຸມໃສ່ກະກຽມຄວາມພ້ອມ ການດໍາເນີນກອງປະຊຸມໃຫ່ຍ ຄັ້ງທີ IV ຂອງໜ່ວຍພັກຮາກຖານຕົນ ຮັບປະກັນໃຫ້ມີເນື້ອໃນຄົບຖ້ວນ ແລະ ຖືກຕ້ອງຕາມຄໍາແນະນໍາ ໃຫ້ບັນລຸຕາມລະດັບຄາດໝາຍ; ສໍາລັບຜູ້ທີ່ໄດ້ຮັບເລືອກຕັ້ງ ເປັນຜູ້ແທນເຂົ້າຮ່ວມກອງປະຊຸມ ຕ້ອງເຊີດຊູນໍ້າໃຈຮັບຜິດຊອບ, ເປັນເຈົ້າການເຂົ້າຮ່ວມກອງປະຊຸມໃຫ່ຍ ຂອງອົງຄະນະພັກກະຊວງການເງິນ ໃນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ກະຊວງການເງິນ ຕາມມາດຖານ ແລະ ເງືີ່ອນໄຂ ທີ່ໄດ້ກໍານົດ.