• ກະຊວງການເງິນ
  • |
  • 2025-09-10
  • |
  • ວຽກງານພັກ-ພະນັກງານ

                   ໜ່ວຍພັກຮາກຖານ ກົມຈັດຕັ້ງປ່ອນບັດເລືອກເອົາສະມາຊິກພັກເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ສະໄໝທີ IV 

         ໃນວັນທີ 10 ກັນຍາ 2025, ໜ່ວຍພັກຮາກຖານ ກົມຈັດຕັ້ງ ໄດ້ດໍາເນີນກອງປະຊຸມສະມາຊິກພັກເພື່ອ ເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ ກະຊວງການເງິນ, ຮອງລັດຖະມົນຕີກະຊວງການເງິນ, ມີເລຂາໜ່ວຍພັກຮາກຖານ, ຄະນະຮັບຜິດຊອບຕິດຕາມກອງປະຊຸມ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

        ໃນກອງປະຊຸມ ສະຫາຍ ບຸນເກີດ ສຸວັນນະເສນ ຮອງເລຂາໜ່ວຍພັກຮາກຖານກົມກວດກາລັດ ຮອງຫົວໜ້າກົມກວດກາລັດ ໄດ້ຂຶ້ນຜ່ານເອກະສານ ຕິດພັນກັບວຽກງານການເມືອງ-ແນວຄິດຂອງພະນັກງານ - ສະມາຊິກພັກ ໂດຍອີງໃສ່ທິດຊີ້ນໍາຂອງຄະນະພັກຂັ້ນເທິງ ເພື່ອໃຫ້ບັນດາໜ່ວຍພັກຮາກຖານ ເຜີຍແຜ່ 04 ເອກະສານສໍາຄັນ ທີ່ຕິດພັນ ໂດຍສະເພາະແມ່ນການສ້າງຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ພ້ອມນັ້ນ, ຄະນະຕິຕາມກອງປະຊຸມໄດ້ ຜ່ານມາດຖານ ແລະ ເງື່ອນໄຂ ຂອງຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ພ້ອມທັງດໍາເນີນຂະບວນການປ່ອນບັດເລືອກຕັ້ງຕາມຂັ້ນຕອນ ທີ່ໄດ້ມີການກໍານົດໄວ້ຕາມລະບຽບການ ແລະ ສະມາຊິກພັກທັງໝົດ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນສະໄໝທີ IV. ເຊິ່ງມີຜູ້ສະໝັກ ຈຳນວນ 21 ສະຫາຍ ສາມາດເລືອກໄດ້ ຜູ້ແທນສົມບູນ 17 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ.

        ໂອກາດດັ່ງກ່າວ ສະຫາຍ ນາງ ພອນວັນ ອຸທະວົງ ໄດ້ມີຄຳເຫັນ ບາງຕອນວ່າ: ຫຼັງຈາກສຳເລັດໜ້າວຽກຂອງກອງປະຊຸມດັ່ງກ່າວນີ້ແລ້ວ ສະເໜີໃຫ້ ຄະນະໜ່ວຍພັກ ສືບຕໍ່ກະກຽມໜ້າວຽກຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງຮາກຖານພັກ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້, ບັນດາຜູ້ແທນສົມບູນ ຕ້ອງຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມກອງປະຊຸມ ແລະ ໃຊ້ສິດຂອງຕົນຢ່າງເຕັມສ່ວນ ຕາມລະບຽບຫຼັກການ; ສືບຕໍ່ປະຕິບັດວຽກງານຕາມພາລະ ບົດບາດ, ສິດໜ້າທີ່ຂອງຕົນ ຢ່າງມີປະສິດທິພາບ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ