ໃນວັນທີ 09 ກັນຍາ 2025 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ນາງ ການນິ ວິຍາຣາຈາ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ, ຜູ້ຊ່ວຍຜູ້ບໍລິຫານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາພາກພື້ນອາຊີ-ປາຊີຟິກ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ການນິ ວິຍາຣາຈາ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຍາມ ລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງອົງການ ສະຫະປະຊາຊາດ (ສປຊ) ກໍຄືອົງການ ສະຫະປະຊາຊາດ ເພືີ່ອການພັດທະນາ ໄດ້ປະກອບສ່ວນທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ໃນການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄື ວຽກງານຂະບວນການໂຕະມົນ ເຊິ່ງເປັນກົນໄກ ລະດັບຊາດ ຂອງ ສປປ ລາວ ໃນການລະດົມ, ຂົນຂວາຍທຶນ ແລະ ເຕັກນິກວິຊາການ.
ປັດຈຸບັນ, ການຈັດຕັ້ງປະຕິບັດແຜນງານການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ (UNDP) ໄລຍະ 05 ປີ (2022-2026) ໂດຍສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ສົກປີ (2021-2025) ໄດ້ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະ 03 ຂົງເຂດ ບູລິມະສິດແຜນງານ ຄື : ຄວາມຈະເລີນຮຸ່ງເຮືອງຢ່າງທົ່ວເຖິງ; ສິີ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວ; ການປົກຄອງ ແລະ ລະບຽບກົດໝາຍ.
ນອກຈາກນັ້ນ, ກະຊວງການເງິນ ແລະ ກະຊວງການຕ່າງປະເທດ ໄດ້ມີການຮ່ວມມືກັບ ອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ (UNDP) ສ້າງໂຄງການ ການວາງແຜນ ແລະ ການເງິນ ແຫ່ງຊາດ ເພື່ອການພັດທະນາແບບມີສ່ວນຮ່ວມ ເພືີ່ອສະໜັບສະໜູນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ເປົົ້າໝາຍການພັດທະນາແບບຍືນຍົງ (SDGs) ແນໃສ່ນໍາພາປະເທດໃຫ້ຫຼຸດພົົ້ນອອກຈາກສະຖານະພາບດ້ອຍພັດທະນາ, ກົນໄກຂະບວນການໂຕະມົນ ເພື່ອສະໜັບສະໜູນວຽກງານການພັດທະນາ ແລະ ຍົກລະດັບວຽກງານການເງິນແຫ່ງຊາດ ລວມທັງຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ໄລຍະການຈັດຕັ້ງປະຕິບັດ 03 ປີ (2023 – 2026), ເຊິ່ງໂຄງການດັັ່ງກ່າວ ຈະໄດ້ສິ້ນສຸດລົງໃນເດືອນ ມິຖຸນາ 2026 ນີ້. ພ້ອມກັນນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະເໜີອົງການສະຫະປະຊາຊາດ ເພື່ອການພັດທະນາ ສືບຕໍໍ່ໃຫ້ການສະໜັບສະໜູນ ໂຄງການດັັ່ງກ່າວ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໂດຍສະເພາະ ວຽກງານຂະບວນການໂຕະມົນ.