ໃນວັນທີ 08 ກັນຍາ 2025, ຄັງເງິນແຫ່ງລັດ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ປະຈໍາປີ 2025 ຊຸດທີ III ທີ່ສະຖາບັນເສດຖະກິດ-ການເງິນ ສາຂາພາກໃຕ້ ແຂວງ ຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ຄໍາຜ່ອນ ວິລະວົງ ຮອງຫົວໜ້າເສດຖະກິດ-ການເງິນ ສາຂາພາກໃຕ້ ແຂວງຈໍາປາສັກ ມີຕາງໜ້າພະແນກການເງິນ ແຂວງຈໍາປາສັກ, ຮອງຫົວໜ້າຄັງເງິນປະຈຳແຂວງຈຳປາສັກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນຈາກຄັງເງິນແຫ່ງລັດ ແລະ ນັກສໍາມະນາກອນທີ່ ມາຈາກຄັງເງິນປະຈຳແຂວງ 06 ແຂວງ ແລະ ຄັງເງິນປະຈຳເມືອງ ຈໍານວນ 28 ເມືອງ ພ້ອມດ້ວຍ ຄູອາຈານສະຖາບັນເສດຖະກິດ-ການເງິນ ສາຂາພາກໃຕ້ ແຂວງຈໍາປາສັກ ເຂົ້າຮ່ວມ. ໃນພິທີເປີດຊຸດຝຶກອົບຮົມຄັ້ງນີ້, ທ່ານ ຄໍາຜ່ອນ ວິລະວົງ ກ່າວວ່າ: ວຽກງານຝຶກອົບຮົມ ແມ່ນກົນໄກໜຶ່ງ ທີ່ສໍາຄັນໃນການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານໃນທຸກໆຂັ້ນ ບໍ່ວ່າຈະເປັນລະດັບຂັ້ນວິຊາການ, ຜູ້ບໍລິຫານລະດັບກາງ ຫຼື ຜູ້ບໍລິຫານລະດັບສູງ ກໍຕ້ອງໄດ້ມີການຝຶກອົບຮົມຢ່າງສະໝໍ່າສະເໝີ ເພື່ອເປັນການຮຽນຮູ້, ແລກປ່ຽນບົດຮຽນ ແລະ ເຕັກນິກການນຳໃຊ້ລະບົບເຄື່ອງມືທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ. ການຝຶກອົບຮົມວຽກງານຄັງເງິນ ໄດ້ສືບຕໍ່ຈັດຕັ້ງປະຕິບັດມາໃນທຸກໆປີ ແລະ ເຫັນໄດ້ວ່າໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ. ໂດຍອີງຕາມ ແຜນພັດທະນາຂະແໜງຄັງເງິນແຫ່ງລັດ ໄລຍະ 05 ປີ (2021-2025) ໃນແຜນງານທີ 6 ກ່ຽວກັບ ວຽກງານກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ຊຶ່ງພະນັກງານ–ລັດຖະກອນຂະແໜງຄັງເງິນຕ້ອງໄດ້ຜ່ານການຝຶກອົບຮົມວຽກງານວິຊາສະເພາະຢ່າງນ້ອຍ 40 ຊົ່ວໂມງ ຕໍ່ຄົນຕໍ່ປີ ເພື່ອເປັນການພັດທະນາຄວາມຮູ້, ຄວາມສາມາດ ແລະ ຄວາມຈໍາເປັນຂອງວຽກງານພັດທະນາຊັບພະຍາກອນມະນຸດຂອງຂະແໜງຄັງເງິນ ໃຫ້ມີຄວາມຮັບຮູ້ເຂົ້າໃຈເລິກເຊິງທາງດ້ານທິດສະດີ ແລະ ພຶດຕິກໍາ ໃນການປະຕິບັດວຽກງານຕົວຈິງ; ສະນັ້ນ, ຈຶ່ງໄດ້ຈັດຊຸດຝຶກອົບຮົມ ໃນຄັ້ງນີ້ ເປັນເວລາ 05 ວັນ ນັບແຕ່ວັນທີ 08-12 ກັນຍາ 2025 ແລະ ຈະໄດ້ຮຽນຮູ້ກ່ຽວກັບບັນດາຫົວຂໍ້ທີ່ສໍາຄັນຕ່າງໆ ເຊັ່ນ: ການເຜີຍແຜ່ ບັນດານິຕິກຳທີ່ນຳໃຊ້ໃນວຽກງານຄັງເງິນ; ວຽກງານບັນຊີລວມສູນຄັງເງິນ (TSA); ວຽກງານກວດກາລາຍຈ່າຍງົບປະມານ; ວຽກງານບໍລິການຄັງເງິນ; ວຽກງານການບັນຊີຄັງເງິນ; ວຽກງານການນຳໃຊ້ລະບົບທັນສະໄໝ (LIFMIS); ວຽກງານກວດກາ ແລະ ວິທີການກວດກາ. ການຝຶກອົບຮົມຄັ້ງນີ້, ນັກສຳມະນາກອນ ຍັງຈະໄດ້ເຮັດບົດທົດສອບ ຄວາມຮູ້ ຄວາມສາມາດ ກ່ອນ-ຫຼັງ ການຝຶກອົບຮົມ ເພື່ອປະເມີນການປະຕິບັດ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ຕາມການມອບມາຍ ແລະ ຍົກສູງຄວາມອາດສາມາດ ໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມກັນນີ້, ທ່ານຮອງຫົວໜ້າສະຖາບັນເສດຖະກິດ-ການເງິນ, ສາຂາພາກໃຕ້ ແຂວງ ຈໍາປາສັກ ຍັງຮຽກຮ້ອງໃຫ້ນັກສໍາມະນາກອນ ຈົ່ງເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມ ແລະ ເປັນເຈົ້າການໃນການປະກອບຄວາມຄິດເຫັນ, ແລກປ່ຽນບົດຮຽນ, ມີຄໍາຖາມເຈາະຈີ້ມ, ຖາມ–ຕອບ ບັນຫາທີ່ພົບເຫັນຕົວຈິງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຄັງເງິນຂອງຕົນທີ່ຜ່ານມາ ເພື່ອເປັນການແລກປ່ຽນບົດຮຽນ ຊອກຫາວິທີແກ້ໄຂ, ສະເໜີແນະນໍາວິທີທາງ, ກຳນົດບັນດາວິທີການ, ມາດຕະການໃນການປັບປຸງວຽກງານຄັງເງິນ ດ້ວຍຄວາມຮັບຜິດຊອບ ເພື່ອກ້າວໄປເຖິງຄວາມເຂົ້າໃຈ ທີ່ຈະແຈ້ງ ແລະ ມີຄວາມເປັນເອກະພາບ ຕໍ່ບັນດາບັນຫາທີ່ຍົກຂື້ນ ເພື່ອພ້ອມກັນປັບປຸງ ແລະ ແກ້ໄຂວຽກງານໃຫ້ນັບມື້ນັບເຂັ້ມແຂງເປັນກ້າວໆຕາມທິດຫັນວຽກງານຂະແໜງການເງິນເປັນທັນສະໄໝ.
