ໃນວັນທີ 5 ກັນຍາ 2025, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການສົ່ງເສີມການມີສ່ວນຮ່ວມ, ການສ້າງຄວາມເຂົ້າໃຈ ໃນການນໍາໃຊ້ຂໍ້ມູນສະຖິຕິ ແລະ ຄວາມເຊື່ອໝັ້ນໃນຂໍ້ມູນສະຖິຕິທາງການ (User Engagement, Statistics Literacy and Trust in Official Statistics Promotion Workshop) ທີ່ໂຮມແຮມທີມາກ, ເມືອງວັງວຽງ, ແຂວງວຽງຈັນ. ພາຍໃຕ້ການສະໜັບສະໜູນຈາກໂຄງການຮ່ວມມືລາວ-ລຸກຊໍາບວກ ດ້ານສະຖິຕິ ໄລຍະ II ປີ 2021-2026, ຊຶ່ງເປັນກອງປະຊຸມສະຫຼຸບຜົນການເຮັດວຽກຮ່ວມກັບຊ່ຽວຊານ ກ່ຽວກັບວຽກງານດັ່ງກ່າວ ໄລຍະວັນທີ 1-4 ກັນຍາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ແລະ ມີທ່ານ ນາງ Ola Awad ຫົວໜ້າສູນສະຖິິຕິ ຂອງປະເທດ ປາແລດສະຕິນ, ບັນດາຊ່ຽວຊານ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການຈາກສູນສະຖິຕິແຫ່ງຊາດເຂົ້າຮ່ວມ. ການຈັດກອງປະຊຸມສໍາມະນາຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ ໃນການແລກປ່ຽນບົດຮຽນ, ການສ້າງຄວາມເຂົ້າໃຈຂະບວນການເຮັດວຽກຮ່ວມກັນລະຫວ່າງທີມງານຜະລິດຂໍ້ມູນສະຖິຕິ ແລະ ທີມງານເຜີຍແຜ່ ພ້ອມທັງຄົ້ນຄວ້າກ່ຽວກັບການປັບປຸງວຽກງານເຜີຍແຜ່ຂໍ້ມູນສະຖິຕິທາງການ ຂອງສູນສະຖິຕິແຫ່ງຊາດ ໃຫ້ມີເຕີບໃຫຍ່ເຂັ້ມແຂງ ທຽບທັນກັບສາກົນ, ເພື່ອໃຫ້ຜູ້ນໍາໃຊ້ຂໍ້ມູນສາມາດເຂົ້າໃຈ, ນໍາໃຊ້ຂໍ້ມູນສະຖິຕິໃຫ້ຖຶກຕ້ອງ, ມີຄວາມເຊື່ອໜັ້ນ ໄວ້ວາງໃຈຕໍ່ຂໍ້ມູນສະຖິຕິທາງການ, ພ້ອມດຽວກັນນັ້ນ ຍັງໄດ້ມີການນໍາເອົາຂໍ້ມູນທີ່ມີມາເຮັດເປັນຕົວຢ່າງ ແລະ ນໍາໃຊ້ Infographic ເຂົ້າໃນການສະແດງຄວາມໝາຍຂໍ້ມູນສະຖິຕິ. ນອກນັ້ນ ທ່ານ ນາງ Ola Awad, ຫົວໜ້າສູນສະຖິິຕິ ຂອງປະເທດ ປາແລດສະຕິນ, ຍັງໃຫ້ຄໍາແນະນໍາ, ທິດທາງໃນການເຜີຍແຜ່ຂໍ້ມູນ ແລະ ຮູບແບບການເຜີຍແຜ່ຂໍ້ມູນ ຂອງປະເທດ ປາແລດສະຕິນ ແລະ ບັນດາອົງການຈັດຕັ້ງສາກົນອີກດ້ວຍ. ໃນຕອນທ້າຍ ທ່ານປະທານ ໄດ້ເນັ້ນໃຫ້ທີມງານເຜີຍແຜ່ຄົ້ນຄວ້າພິຈາລະນາ ສ້າງແຜນຈັດຕັ້ງປະຕິບັດວຽກງານເຜີຍແຜ່ຂໍ້ມູນສະຖິຕິ, ການເຮັດວຽກຮ່ວມກັນລະຫວ່າງທີມງານຜະລິດຂໍ້ມູນສະຖິຕິ ແລະ ທີມງານເຜີຍແຜ່, ການສ້າງຄວາມອາດສາມາດດ້ານສະຖິຕິ, ທັກສະໃນການນໍາໃຊ້ສື່ໂຄສະນາຕ່າງໆຕໍ່ກຸ່ມເປົ້າໝາຍນໍາໃຊ້ຂໍ້ມູນສະຖິຕິທາງການ.
