ໃນວັນທີ 05 ກັນຍາ 2025, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄວີມາ ເອັນທາຣາ (Mr. Khwima Nthara) ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ (ຄົນໃໝ່) ພ້ອມດ້ວຍຄະນະ, ມີຄະນະນໍາກົມກອງອ້ອມຂ້າງ ເຂົ້າຮ່ວມ.
ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ພ້ອມທັງສະແດງຄວາມຂອບໃຈ ມາຍັງຫ້ອງການທະນາຄານໂລກ ທີ່ຊ່ວຍຊຸກຍູ້ສະໜັບສະໜູນ ການຊ່ວຍເຫຼືອທຸກຮູບແບບ ຈາກທະນາຄານໂລກ ມາສູ່ ສປປ ລາວ ແລະ ເຊື່ອໝັ້ນເປັນຢ່າງຍິ່ງວ່າ ການພົບປະຄັ້ງນີ້ ຈະຊ່ວຍໃຫ້ທະນາຄານໂລກຮັບຮູ້ ແລະ ເຂົ້າໃຈຂຶ້ນຕື່ມຕໍ່ກັບສະພາບພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ລວມທັງການກະກຽມໂຄງການໃໝ່ໃນແຜນການຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ.
ໂອກາດນີ້, ທ່ານ ຄວີມາ ເອັນທາຣາ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດບາງໂຄງການ ແລະ ການກະກຽມໂຄງການນອນໃນແຜນການຮ່ວມມື ໃນຂອບ IDA 20 ເຊິ່ງມີຫຼາຍໂຄງການທີ່ໄດ້ສໍາເລັດການລົງນາມເຊັນສັນຍາ. ປັດຈຸບັນ ກຳລັງກະກຽມໂຄງການຮ່ວມກັບ ກະຊວງການເງິນ ແມ່ນໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດ ເປັນທັນສະໄໝ ໄລຍະ 2 (EFITS 2).
ການຕ້ອນຮັບຄັ້ງນີ້, ທ່ານ ລັດຖະມົນຕີ ກະຊວງການເງິນ ຍັງໄດ້ສະເໜີໃຫ້ທະນາຄານໂລກ ໃນການກະກຽມໂຄງການ ຮ່ວມກັບຂະແໜງການຕ່າງໆ ໃຫ້ມີການປະສານສົມທົບກັນຢ່າງລະອຽດ, ຮັບປະກັນໃຫ້ມີສ່ວນຮ່ວມຂອງຂະແໜງການຕ່າງໆ ໃນການກະກຽມ ແລະ ຈັດຕັ້ງປະຕິບັດ, ຕ້ອງເປັນໂຄງການທີ່ຕອບສະໜອງຄວາມຕ້ອງການທີ່ແທ້ຈິງ ຂອງແຕ່ລະຂົງເຂດ ເພື່ອເປັນພື້ນຖານໃນການຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ ແຫ່ງຊາດ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງ 10 ໃນປີ 2026-2030 ນີ້.