• ຫ້ອງການ
  • |
  • 2025-09-04
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 04 ກັນຍາ 2025, ໜ່ວຍພັກຮາກຖານ ຫ້ອງການ ໄດ້ຈັດກອງປະຊຸມສະມາຊິກພັກ ເລືອກຕັ້ງຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງການເງິນ ສະໄໝທີ IV, ໂດຍການເປັນປະທານຂອງ ສະຫາຍ ພູວົງ ກິດຕະວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງການເງິນ ໂດຍມີ ສະຫາຍ ສົມຈິດ ຄໍາມຸງຄຸນ ເລຂາໜ່ວຍພັກຮາກຖານຫ້ອງການ, ພ້ອມດ້ວຍບັນດາສະ ຫາຍຄະນະໜ່ວຍພັກ, ຄະນະຮັບຜິດຊອບຕິດຕາມກອງປະຊຸມ, ສະມາ ຊິກພັກສົມບູນ, ສໍາຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

        ໂອກາດນີ້ ສະຫາຍ ສົມຈິດ ຄຳມຸງຄຸນ ໄດ້ກ່າວເປີດກອງປະຊຸມໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນລາວບັນດາ ເຜົ່າກໍາລັງອອກແຮງແຂ່ງຂັນກັນສ້າງຜົນງານໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງອົງຄະນະພັກກະຊວງການ ເງິນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX (2021-2025) ແລະ ຂໍ່ານັບຮັບຕ້ອນສາມວັນປະຫັວດສາດ ແລະ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກທີ່ກໍາລັງຈະມາເຖິງ ຢ່າງເປັນຂະບວນການ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກະສານທີ່ສໍາຄັນຕ່າງໆ ຂອງພັກ, ຜ່ານມາດຖານ ແລະ ເງື່ອນໄຂຂອງຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ສະໄໝທີ IV.

        ໃນກອງປະຊຸມ ໄດ້ມີການປ່ອນບັດເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກພກະຊວງການເງິນ ສະໄໝທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕແລະຖືກຕ້ອງສອດຄ່ອງກັບມາດຕະຖານ, ເງື່ອນໄຂ ທີ່ກຳນົດໄວ້ຕາມກົດລະບຽບຂອງພັກ ເຊິ່ງມີສະມາຊິກພັກສົມບູນທັງໝົດ 73 ສະຫາຍ, ໃນນັ້ນ, ຜູ້ທີ່ມີເງື່ອນໄຂລົງສະໝັກເລືອກຕັ້ງ 21 ສະຫາຍ ແລະ ສາມາດເລືອກໄດ້ຜູ້ ແທນສົມບູນ 17 ສະຫາຍ ແລະ ສຳຮອງ 2 ສະຫາຍ.

        ໃນຕອນທ້າຍຂອງກອງປະຊຸມໄດ້ຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ພູວົງ ກິດຕະວົງ ເຊິ່ງສະຫາຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ, ພ້ອມທັງເນັ້ນໃຫ້ບັນດາສະຫາຍຜູ້ແທນສົມ ບູນ ທັງ 17 ສະຫາຍ ທີ່ໄດ້ຮັບການໄວ້ວາງໃຈຈາກສະມາຊິກພັກ ຈົ່ງຍົກ ສູງຄວາມຮັບຜິດຊອບໃນການເຂົ້າຮ່ວມກອງປະຊຸມ ແລະ ໃຊ້ສິດຂອງຕົນຢ່າງເຕັມສ່ວນ ບົນພື້ນຖານຖືກຕ້ອງຕາມລະບຽບຫຼັກການ, ຊຶ່ງຜູ້ແທນສົມບູນຕ້ອງເຊື່ອມຊຶມ, ກໍາແໜ້ນບັນດາຂໍ້ຫ້າມ (10 ຂໍ້ຫ້າມ) ໂດຍໄດ້ເນັ້ນໃຫ້ຜູ້ແທນສົມບູນເອົາໃຈໃສ່ຕິດຕາມວາລະການດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການເງິນ ຢ່າງເປັນປົກກະຕິ ໃນຊ່ວງທີ່ມີວາລະການດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງການເງິນ ໃຫ້ສາມາດເຂົ້າຮ່ວມໄດ້ຕາມວາລະໃຫ້ສຳເລັດຕາມລະດັບຄສດໝາຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ