ໃນວັນທີ 02 ກັນຍາ 2025 ທີ່ໂຮງແຮມລາວພາຊາ ກົມຄຸ້ມຄອງການບັນຊີໄດ້ຈັດກອງປະຊຸມ ຄົ້ນຄ້ວາ ປຶກສາຫາລື ປະກອບຄຳເຫັນ ໃສ່ສາລະບັນບັນຊີ-ງົບປະມານ ໂດຍການເປັນປະທານ ຂອງທ່ານ ນາງ ປອ ພິລານີ ພິດສະໄໝ ຮອງຫົວໜ້າກົມຄຸ້ມຄອງການບັນຊີ, ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງກະສິກາໍ ແລະ ສິ່ງແວດລ້ອມ ແລະ ອົງການກວດສອບແຫ່ງລັດ, ຄະນະຮັບຜິດຊອບຄຸ້ມຄອງ ການປັບປຸງ ເລກລະຫັດ ແລະ ເນື້ອໃນສາລະບານບັນຊີ ງົບປະມານ ຕາມຂໍ້ຕົກລົງສະບັບເລກທີ 2198/ກງ, ລົງວັນທີ 18 ກໍລະກົດ 2025 ລວມທັງໝົດ 55 ທ່ານ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງທີ່ສາລະບານບັນຊີ - ງົບປະມານ ໄດ້ຮັບການຮັບຮອງ ຕາມຂໍ້ຕົກລົງສະບັບເລກທີ 4432/ກງ ລົງວັນທີ 9 ທັນວາ 2024 ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ຄຸ້ມຄອງ ປັບປຸງ ເລກລະຫັດ ແລະ ເນື້ອໃນສາລະບານບັນຊີ-ງົບປະມານ ສະບັບເລກທີ 2198/ກງ, ລົງວັນທີ 18 ກໍລະກົດ 2025. ຄະນະ ໄດ້ດໍາເນີນກອງປະຊຸມຄົ້ນຄວ້າ ຮ່າງ ບົດອະທິບາຍກ່ຽວກັບ ການນໍາໃຊ້ສາລະບານບັນຊີ-ງົບປະມານ ເພື່ອຜັນຂະຫຍາຍ ຄໍາແນະນໍາ ວ່າດ້ວຍ ການຈັດຕັ້ງປະຕິບັດໂຄງສ້າງເນື້ອໃນສາລະບານບັນຊີ-ງົບປະມານ ສະບັບເລກທີ 1227/ກງ, ລົງວັນທີ 22 ເມສາ 2025 ແລະ ຊີ້ແຈງເຫດຜົນໃນການປັບປຸງ ແຕ່ລະອົງປະກອບ ຂອງໂຄງສ້າງສາລະບານທັງໝົດ 07 ອົງປະກອບ, ຄະນະຮັບຜິດຊອບ ຄຸ້ມຄອງ ການປັບປຸງ ເລກລະຫັດ ແລະ ເນື້ອໃນ ສາລະບານບັນຊີ-ງົບປະມານ ຈຶ່ງສ້າງບົດອະທິບາຍ ກ່ຽວກັບ ການນໍາໃຊ້ສາລະບານບັນຊີ-ງົບປະມານ ສະບັບນີ້. ກອງປະຊຸມໄດ້ຮັບການຊ່ວຍເຫຼືອ ຈາກເງິນໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 (3rd PFM reform program). ກອງປະຊຸມບົດອະທິບາຍເນື້ອໃນ ສາລະບານບັນຊີ-ງົບປະມານ ຄັ້ງນີ້ ມີຄວາມໝາຍສຳຄັນ ແລະ ຈໍາເປັນຫຼາຍ ເນື່ອງຈາກວ່າ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃຫ້ແຕ່ລະເລກສາລະບານ ແລະ ເນື້ອໃນ ມີຄໍານິຍາມໃນການນໍາໃຊ້ຈະແຈ້ງຂຶ້ນ ສະດວກຕໍ່ຜູ້ນໍາໃຊ້ ແລະ ຜູ້ພັດທະນາລະບົບ ໂດຍສະເພາະ ກະກຽມຄວາມພ້ອມເຂົ້າສູ່ການປະຕິບັດລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນ (LIFMIS) ທີ່ຈະມາປ່ຽນແທນລະບົບ GFIS. ດັັ່ງທີີ່ເຮົາຮູ້ແລ້ວວ່າ ຢູ່ໃນສາລະບານບັນຊີ-ງົບປະມານ ທີ່ນໍາໃຊ້ໃນປະຈຸບັນ ຍັງມີບາງລາຍການຕ້ອງໄດ້ອະທິບາຍປັບປຸງ ດ້ານໂຄງສ້າງ ໝວດບັນຊີ ແຍກເລກບັນຊີ ຊັບສິນ, ເລກບັນຊີໜີ້ສິນ, ເລກບັນຊີລາຍຮັບ ແລະ ລາຍຈ່າຍ ໃຫ້ລະອຽດກວ່າເກົ່າ ຈັດເປັນໝວດ, ກຸ່ມ ແລະ ປະເພດ ຂອງໃຜມັນ ບໍ່ປົນເປກັນ ພ້ອມທັງສອດຄ່ອງກັບການປະຕິບັດທີ່ດີຂອງສາກົນ. ໂອກາດນີ້, ທ່ານ ນາງ ປອ ພິລານີ ພິດສະໄໝ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ເນື່ອງຈາກບົດອະທິບາຍສະບັບນີ້ ແມ່ນເພື່ອໃຫ້ລາຍລະອຽເພີ່ມເຕີມ ກ່ຽວກັບ ເຫດຜົນ, ສິ່ງທີ່ໄດ້ປັບປຸງ ຫຼື ເພີ່ມໃໝ່ ແລະ ຄວາມໝາຍຂອງ ເລກລະຫັດ ແລະ ເນື້ອໃນ ຂອງແຕ່ລະອົງປະກອບ ແນ່ໃສ່ໃຫ້ຜູ້ນໍາໃຊ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າໃຈຈະແຈ້ງຂື້ນຕື່ມ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ບົດອະທິບາຍດັ່ງກ່າວໄດ້ລົງເລິກລະອຽດ ເນື້ອໃນ ຂອງແຕ່ລະອົງປະກອບ ໂດຍສະເພາະອົງປະກອບເສດຖະກິດ ທີ່ມີຄວາມສໍາຄັນ ໃນການສ້າງແຜນ, ການຈັດຕັ້ງປະຕິບັດ ແລະ ການສະຫຼຸບລາຍງານ, ເພື່ອໃຫ້ການນໍາໃຊ້ໂຄງສ້າງສາລະບານໃນລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ (LIFMIS) ມີຄວາມເຂົ້າໃຈງ່າຍ ແລະ ສະດວກ.