• ຂ່າວທ້ອງຖິ່ນ
  • |
  • 2025-09-02
  • |
  • ວຽກວິຊາສະເພາະ

        ໃນວັນທີ 02 ກັນຍາ 2025, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ, ສູນສະຖິິຕິແຫ່ງຊາດ ກະຊວງການເງິນ, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຜ່ານຮ່າງແບບສອບຖາມເກັບກໍາຂໍ້ມູນ ແບບລາຍງານບໍລິຫານ, ທີ່ທ່າລາດ, ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ວິໄຊ ສັນຕິວົງ ຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ ສູນສະຖິິຕິແຫ່ງຊາດ ກະຊວງການເງິນ, ມີຜູ້ເຂົ້າຮ່ວມມາຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

        ໂອກາດດັ່ງກ່າວ, ທ່ານ ວິໄຊ ສັນຕິວົງ ຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ, ສູນສະຖິິຕິ ແຫ່ງຊາດ ກະຊວງການເງິນ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເກັບກໍາຂໍ້ມູນສະຖິຕິຄວາມໜັ້ນຄົງ ຈາກບັນດາ ຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມເອກະພາບກັນທາງດ້ານຂໍ້ມູນ, ນິຍາມຂໍ້ມູນ, ແຫຼ່ງຂໍ້ມູນ, ຊື່ຕົວຊີ້ບອກ, ຊື່ຕາຕະລາງ, ຫົວໜ່ວຍຕ່າງໆ ໃຫ້ມີຄວາມຊັດເຈນ ແລະ ມີຄຸນນະພາບ. ໃນກອງປະຊຸມ ໄດ້ຮັບຟັງການນໍາສະເໜີ ຂອງຄະນະຮັບຜິດຊອບ ຈາກກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ ນຳສະເໜີກອບແນວຄວາມຄິດ, ນິຍາມ ແລະ ຫຼັກການ ການອອກແບບສອບຖາມເກັບຂໍ້ມູນແບບລາຍງານບໍລິຫານສະຖິຕິການຄໍ້າປະກັນສະບຽງອາຫານ ແລະໂພສະນາການ; ສະຖິຕິປະກັນ ແລະ ສະຫວັດດີການສັງຄົມ, ສະຖິຕິຄວາມສ່ຽງດ້ານການດໍາລົງຊີວິດ, ການເຄື່ອນຍ້າຍຖິ່ນຖານຂອງປະຊາກອນ ແລະໄພພິບັດ ເຂົ້າໃນການວາງແຜນນະໂຍບາຍຂອງລັດຖະບານ ພ້ອມການກະກຽມ ຕົວຊີ້ບອກເຂົ້າໃນການຕິດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ແລະ ຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs). 

        ພ້ອມນັ້ນ, ທ່ານຍັງໃຫ້ຮູ້ອີກວ່າ: ຄາດຄະເນຜົນໄດ້ຮັບໃນການຝຶກອົບຮົມ ຄັ້ງນີ້ ຈະເຮັດໃຫ້ການເກັບກໍາຂໍ້ມູນສະຖິຕິຄວາມໝັ້ນຄົງ ມີຄຸນນະພາບ ແລະ ເໝາະສົມ ໃນການເກັບກຳຂໍ້ມູນ, ສັງລວມ, ປຸງແຕ່ງ ແລະ ການເຜີຍແຜ່; ກອບການຜະລິດສະຖິຕິຄວາມໝັ້ນຄົງ ມີຄວາມເປັນເອກະພາບກັບຂະແໜງການທີ່ກ່ຽວຂ້ອງ; ມີຕົວຊີ້ບອກ ທີ່ສໍາຄັນ ສາມາດເຊື່ອມໂຍງກັບກອບການພັດທະນາສະຖິຕິສິ່ງແວດລ້ອມຂອງສາກົນ, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. 

        ສະນັ້ນ, ຈຶ່ງເປັນກອງປະຊຸມທີ່ສຳຫຼາຍ ແລະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນການ ເກັບກຳ ແລະ ຜະລິດຂໍ້ມູນສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງໃນຕໍ່ໜ້າ, ເຊິ່ງຈະກາຍ ເປັນການລິເລີ່ມອັນສຳຄັນ ແລະ ເປັນການສ້າງຂີດຄວາມອາດສາມາດ ແລະ ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ກັບພະນັກງານບັນດາແຂວງໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເພື່ອສ້າງຄວາມເຂົ້າໃຈ, ຄວາມຕ້ອງການຂໍ້ມູນ. 

© 2025 Copyright: ກະຊວງການເງິນ, ສປປ ລາວ