ໃນວັນທີ 2 ກັນຍາ 2025 ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມຄູ່ຮ່ວມພັດທະນາ ຄັ້ງທີ VI ສະໜັບສະໜູນການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025.ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຮອງຫົວຫນ້າຄະນະຊີ້ນຳ ລະດັບຊາດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ມີ ທ່ານ ບັກຕີຢໍ ຄາດີລອບ ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ ພ້ອມດ້ວຍ ບັນດາກະຊວງທີ່ກ່ຽວຂ້ອງ, ສະຖານທູດ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ເພື່ອ ທົບທວນຄືນຄວາມຄືບໜ້າ, ຜົນສຳເລັດ, ສິ່ງທ້າທາຍ ແລະ ກຳນົດວຽກບຸລິມະສິດ ໃນການກະກຽມຄວາມພ້ອມສໍາລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດທີ່ຈະມາເຖິງໃນຕໍ່ໜ້ານີ້. ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນ ການສໍາຫຼວດແບບດິຈິຕອນ ທີ່ທັນສະໄໝຄັ້ງທຳອິດ ຂອງ ສປປ ລາວ. ການສຳຫຼວດຄັ້ງນີ້ຖືເປັນໂອກາດສຳຄັນໃນຮອບ 10 ປີ ຂອງ ປະເທດ ໃນການເກັບກຳຂໍ້ມູນທີ່ຈໍາເປັນເພື່ອນໍາໃຊ້ເປັນບ່ອນອີງໃນການວາງນະໂຍບາຍ ແລະ ກຳນົດທິດທາງການພັດທະນາປະເທດໃນອະນາ ຄົດ. ພ້ອມທັງໄດ້ເນັ້ນເຖິງຄວາມຈຳເປັນໃນການເພີ່ມທະວີການຮ່ວມມື, ການປັບປຸງການປະສານງານ ແລະ ການ ສະໜັບສະໜູນທີ່ຕໍ່ເນື່ອງແນ່ໃສ່ຮັບປະກັນໃຫ້ການຈັດຕັ້ງປະຕິບັດການສຳຫຼວດຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຕາມຄາດໝາຍ ແລະ ຕາມໄລຍະເວລາທີ່ກຳນົດ. ໃນກອງປະຊຸມຈະໄດ້ຮັບຟັງການລາຍງານຄວາມຄືບໜ້າການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຜ່ານມາ ໄດ້ສໍາເລັດການສ້າງແບບສອບຖາມ, ສຳເລັດການສຳຫຼວດທົດລອງ. ປັດຈຸບັນໄດ້ດຳເນີນມາຮອດຂັ້ນຕອນສຸດທ້າຍ ແລະ ພວມສຸມໃສ່ການກຳນົດເຂດສຳຫຼວດ, ການເກັບກຳຂໍ້ມູນຕົວຈິງຢູ່ພາກສະໜາມໄດ້ກຳນົດໃຫ້ເລີ່ມຂຶ້ນໃນວັນທີ 3 ພະຈິກ ແລະ ຈະດຳເນີນເປັນໄລຍະເວລາ 6 ຫາ 8 ອາທິດ, ສໍາລັບການຝຶກອົບຮົມຄູຝຶກຈະສໍາເລັດໃນວັນທີ 5 ກັນຍາ ແລະ ການຝຶກອົບຮົມ ນັກເດີນສໍາຫຼວດຈະສໍາເລັດໃນທ້າຍເດືອນຕຸລາ. ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນ ຕໍ່ກອງປະຊຸມວ່າ: ຂໍ້ມູນຈາກການສຳຫຼວດຄັ້ງນີ້ ຈະເປັນເຄື່ອງມືທີ່ສຳຄັນ ໃນການປະເມີນການຈັດຕັ້ງປະຕິບັດ ແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ເປັນບ່ອນອີງພື້ນຖານໃນ ການຕິດຕາມ ກວດກາການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ທີ່ຈະຮັບຮອງໃນປີໜ້າ ແລະ ສະແດງຄວາມຂອບໃຈມາຍັງອົງການ UNFPA, ຄູ່ຮ່ວມ ພັດທະນາ ແລະ ຜູ້ຊ່ຽວຊານຕ່າງປະເທດທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ການເງິນຢ່າງຕໍ່ເນື່ອງ.
