• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2025-09-02
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 02 ກັນຍາ 2025, ໜ່ວຍພັກຮາກຖານກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນ ສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ອຸຕະແກ້ວ ແກ້ວດວງສິນ ກຳມະການຄະນະບໍລິຫານພັກກະຊວງ, ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ມີສະຫາຍ ອຸບັນ ສຸພິດາ ກຳມະການຄະນະບໍລິຫານພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ, ສະຫາຍເລຂາໜ່ວຍພັກ, ຮອງເລຂາ, ກະມະການຄະນະໜ່ວຍພັກກົມຄຸ້ມຊັບສິນແຫ່ງລັດ, ສະຫາຍຜູ້ຕາງໜ້າກົມຈັດຕັ້ງ, ກົມກວດກາລັດ,​ ພ້ອມດ້ວຍສະມາຊິກພັກສົມບູນ, ສຳຮອງຂອງກົມຄຸ້ມຄອງຊັບສິນແຫ່ງລັດເຂົ້າຮ່ວມຢ່າງພ້ອມພຽງ.     

        ສະຫາຍ ທໍາມະລົດ ຣາຊະພົນ ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມໜາຍຄວາມສຳຄັນຢ່າງຍິ່ງ ໃນຊິວິດການເມືອງທີ່ບັນດາສະມາຊິກພັກສົມບູນ, ສຳຮອງ ຈະໄດ້ໃຊ້ສິດລົງຄະແນນສຽງເພື່ອຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເຂົ້າຮ່ວມກອງປະຊຸມອົງຄະນະພັກ ກະຊວງການເງິນ ສະໄໝທີ IV, ບັນດາສະຫາຍສະມາຊິກພັກ ຈະຕັ້ງໜ້າປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ກໍຄືວຽກງານວິຊາສະເພາະ ເປັນຕົ້ນແມ່ນປະກອບສ່ວນເຂົ້າໃນການຄົ້ນຄ້ວາ, ສ້າງ, ປັບປຸງບັນດານິຕິກໍາໃຕ້ກົດໝາຍຂະແໜງການເງິນ ເພື່ອເປັນເຄື່ອງມືຄຸ້ມຄອງລວມສູນການເກັບລາຍ ຮັບເຂົ້າງົບປະມານແຫ່ງລັດ. ສໍາລັບວຽກງານຄຸ້ມຄອງຊັບສິນແຫ່ງລັດ ໂດຍສະເພາະການເກັບພັນທະຄ່າຊັບພະຍາກອນ, ຄ່າເຊົ່າ ແລະ ຄ່າສຳປະທານ ຊັບສິນຂອງລັດ ແລະ ລາຍຮັບອື່ນໆ ຕາມກົດໝາຍ, ການຈັດຕັ້ງປະຕິບັດດຳລັດວ່າດ້ວຍຊັບສິນທີ່ຖືກຍຶດ, ອາຍັດ ແລະ ຮິບເປັນຂອງລັດ ສະບັບເລກທີ 280/ລບ, ດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ແລະ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ ແລະ ວຽກງານ ອື່ນໆ ທີ່ປິ່ນອ້ອມຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງກົມຄຽງຄູ່ກັບການຫັນເປັນທັນສະໄໝຂອງຂະແໜງຊັບສິນ ກໍຄືຂະແໜງການເງິນ.

        ໃນກອງປະຊຸມ ໄດ້ມີການປ່ອນບັດເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ສະໄໝທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດຕະຖານ, ເງື່ອນໄຂ ທີ່ກຳນົດໄວ້ຕາມກົດລະບຽບຂອງພັກ ເຊິ່ງມີຜູ້ແທນສົມບູນທັງໝົດ 37 ສະຫາຍ, ໃນນັ້ນ ລົງສະໝັກເລືອກຕັ້ງ 18 ສະຫາຍ ເລືອກເອົາຜູ້ແທນສົມບູນ 14 ສະຫາຍ, ສຳຮອງ 2 ສະຫາຍ. 

        ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ອຸຕະແກ້ວ ແກ້ວດວງສິນ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ, ພ້ອມທັງເນັ້ນໃຫ້ບັນດາສະຫາຍສະມາຊິກພັກ ລົງເລິກຄົ້ນຄວ້າສ້າງການຫັນປ່ຽນໃໝ່ໃນວຽກງານຄຸ້ມຄອງຊັບສິນຂອງລັດ ຢ່າງມີຈຸດສຸມ ແລະ ກຳໄດ້ຂໍ້ມູນການເງິນຢ່າງຮອບດ້ານ ເພື່ອສ້າງເງື່ອນໄຂໃຫ້ວຽກງານຄຸ້ມຄອງຊັບສິນຂອງລັດ ມີຄວາມເຂັ້ມແຂງ.

© 2025 Copyright: ກະຊວງການເງິນ, ສປປ ລາວ