• ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ
  • |
  • 2025-09-01
  • |
  • ວຽກງານພັກ-ພະນັກງານ

 

         ໃນວັນທີ 1 ກັນຍາ 2025, ໜ່ວຍພັກຮາກຖານກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ຈັດກອງປະ ຊຸມສະມາຊິກພັກ ເລືອກຕັ້ງຜູ້ແທນສົມບູນ, ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນສະໄໝທີ IV ໂດຍການເປັນປະທານຂອງ ສະຫາຍ ພູວົງ ກິດຕະວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນ ຕີກະຊວງການເງິນ, ມີສະຫາຍ ຂັນຄຳ ໄຊຍະວົງ ຮັກສາການຫົວໜ້າກົມກວດກາລັດ, ສະຫາຍ ພູວັນ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີເລຂາໜ່ວຍພັກຮາກຖານກົມເຕັກໂນໂລຊີຂໍ້ມູນຂ່າວ ສານການເງິນ ພ້ອມດ້ວຍຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ

.

        ໃນກອງປະຊຸມ ສະຫາຍ ພູວັນ ໄຊຍະວົງ ໄດ້ຜ່ານເອກະສານທີ່ຕິດພັບກັບວຽກງານການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ໂດຍອີງໃສ່ທິດຊີ້ນໍາຂອງຄະນະພັກຂັ້ນເທິງ ເພື່ອໃຫ້ບັນດາໜ່ວຍພັກຮາກຖານ ເຜີຍແຜ່ 04 ເອກະສານສໍາຄັນ ທີ່ຕິດພັນ ໂດຍສະເພາະແມ່ນການສ້າງຄວາມເຂົ້າໃຈກ່ຽວກັບກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ການຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວສະ ມາຊິກພັກ-ພະນັກງານ ພ້ອມທັງຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຂອງຄະນະເລຂາທິການສູນກາງ ຄັ້ງວັນທີ 13 ທັນວາ 2022 ພຶດຕິກຳຕົວຈິງ ຂອງວຽກງານການ ເມືອງ-ແນວຄິດ ໃຫ້ສາມາດບຸກທະລຸໄດ້ ຕາມເນື້ອໃນຈິດໃຈທີ່ພັກ ແລະ ລັດວາງໄວ້.

 

        ພ້ອມນັ້ນ, ສະຫາຍ ຂັນຄຳ ໄຊຍະວົງ ກໍ່ໄດ້ ຜ່ານມາດຕະຖານ ແລະ ເງື່ອນໄຂ ຂອງຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນ ພ້ອມທັງດໍາເນີນຂະບວນການປ່ອນບັດເລືອກຕັ້ງຕາມຂັ້ນຕອນ ທີ່ໄດ້ມີການກໍານົດໄວ້ຕາມລະບຽບການ ແລະ ສະມາຊິກພັກທັງໝົດ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງການເງິນສະໄໝທີ IV ເຊິ່ງມີຜູ້ລົງສະໝັກ ຈໍານວນ 19 ສະຫາຍ, ສາມາດເລືອກໄດ້ 17 ສະຫາຍ ໃນນີ້, ຜູ້ແທນສົມບູນ 15 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ.

          ໂອກາດດັ່ງກ່າວ, ສະຫາຍ ພູວົງ ກິດຕະວົງ ໄດ້ໃຫ້ກຽດໂອ້ລົມ ໂດຍໃຫ້ຮູ້ວ່າ: ກອງປະຊຸມໃນມື້ນີ້ແມ່ນມີຄວາມໝາຍສຳຄັນຂອງຄະນະໜ່ວຍພັກ ເນື່ອງຈາກວ່າເປັນການ ສະຫຼຸບຕີລາຄາຄືນການຊີ້ນຳ-ນຳພາລວມຂອງຄະນະໜ່ວຍພັກ ຢ່າງໃດກໍ່ດີ, ຄະນະໜ່ວຍພັກຍັງຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດຫຼາຍໜ້າວຽກ ເພື່ອເປັນການກະ ກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຂອງຮາກຖານພັກ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້, ບັນດາຜູ້ແທນສົມບູນ ທີ່ໄດ້ຮັບການຄັດເລືອກເປັນຕົວແທນ ສະມາຊິກພັກທັງໝົດ ຂອງໜ່ວຍພັກຮາກຖານກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ຕ້ອງຍົກສູງຄວາມຮັບຜິດຊອບໃນການເຂົ້າຮ່ວມກອງປະຊຸມ ແລະ ໃຊ້ສິດຂອງຕົນຢ່າງເຕັມສ່ວນ ບົນພື້ນຖານຖືກຕ້ອງຕາມລະບຽບຫຼັກການກໍານົດ; ທັງເອົາໃຈໃສ່ຕິດຕາມວາລະການດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການເງິນ ຢ່າງເປັນປົກກະຕິ ແລະ ຕ້ອງເຊື່ອມຊຶມ, ກໍາແໜ້ນບັນດາຂໍ້ຫ້າມ (10 ຂໍ້ຫ້າມ) ທີ່ຄະນະຮັບຜິດຊອບໄດ້ສະເໜີຜ່ານ ເພື່ອໃຫ້ບັນດາສະຫາຍ ນຳໄປພິຈາລະນາ ຄົ້ນຄວ້າ ພ້ອມທັງຍົກສູງຄວາມເປັນເຈົ້າການ ປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຢ່າງຈົບງາມ.

© 2025 Copyright: ກະຊວງການເງິນ, ສປປ ລາວ