• ກະຊວງການເງິນ
  • |
  • 2025-09-01
  • |
  • ວຽກວິຊາສະເພາະ

        ໃນວັນທີ 1 ກັນຍາ 2025, ພະແນກການເງິນ ນະຄອນຫຼວງວຽງຈັນ, ສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ຮ່ວມກັບ ຫ້ອງການ-ການເງິນເມືອງ, ສ່ວຍສາອາກອນ ປະຈໍາເມືອງນາຊາຍທອງ, ໄດ້ຝຶກອົບຮົມ, ແນະນຳວຽກງານບັນຊີວິສາຫະກິດຜ່ານທາງເອເລັກໂຕຣນິກ ແລະ ເຜີຍແຜ່ກ່ຽວກັບນິຕິກໍາຕ່າງໆກ່ຽວກັບວຽກສ່ວຍສາອາກອນ ໃຫ້ຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງທົ່ວເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູເຂົາຄໍາ ພິມມະສອນ ຮອງເຈົ້າເມືອງນາຊາຍທອງ, ມີຫົວໜ້າຫ້ອງການ-ການເງິນເມືອງ, ຫົວໜ້າສ່ວຍສາອາກອນປະຈໍາເມືອງ, ນັກວິທະຍາກອນຈາກຂະແໜງຄຸ້ມຄອງການບັນຊີ ແລະ ສ່ວຍສາອາກອນ ປະຈໍານະຄອນຫຼວງ, ນັກສໍາມະນາກອນ ແລະ ນາຍບັນຊີຂອງຫົວໜ່ວຍຖືບັນຊີພາຍໃນເມືອງນາຊາຍທອງເຂົ້າຮ່ວມ.

        ໂອກາດນີ້, ທ່ານ ພູເຂົາຄໍາ ພິມມະສອນ ຮອງເຈົ້າເມືອງນາຊາຍທອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ໄດ້ມີຄໍາເຫັນຍົກໃຫ້ເຫັນບົດບາດຄວາມສໍາຄັນໃນການຝຶກອົບຮົມ, ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດກໍ່ຄືຜູ້ປະກອບການໄດ້ຮັບຮູ້ເຂົ້າໃຈຢ່າງລະອຽດ ໃນການປະຕິບັດລະບຽບກົດໝາຍທີ່່ໄດ້ກໍານົດໄວ້ ໂດຍສະເພາະວຽກງານການບັນຊີເປັນຕົ້ນ: ຂັ້ນຕອນ, ກົນໄກ, ວິທີການໃນການສົ່ງເອກະສານຜ່ານລະບົບເອເລັກໂຕຣນິກ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຟັງເຜີຍແຜ່ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ແລະ ດຳລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ, ເພື່ອສ້າງຄວາມຮັບຮູ້ກ່ຽວກັບການປ່ຽນແປງ ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ເພື່ອນຳໃຊ້ເປັນບ່ອນອີງໃນການເຄື່ອນໄຫວທຸລະກິດ ແລະ ການຈັດເກັບລາຍຮັບ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິຜົນ ສາມາດປະກອບສ່ວນໃນການມອບພັນທະອາກອນມູນຄ່າເພີ່ມ.

 

        ການຫັນເອົາບັນດາຫົວໜ່ວຍທຸລະກິດ ທີ່ໄດ້ຮັບການສ້າງຕັ້ງຈາກຂະແໜງການທີ່ກ່ຽວຂ້ອງ ແລະ ໄດ້ຮັບເລກປະຈຳຕົວຜູ້ເສຍອາກອນແລ້ວຕ້ອງໄດ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ຫົວໜ່ວຍທີ່ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ຕ້ອງຮັບປະກັນໃຫ້ມີການຖືບັນຊີໃຫ້ສອດຄ່ອງກັບ ກົດໝາຍບັນຊີ ຂອງ ສປປ ລາວ, ຮັບປະກັນທຸກການຊື້-ຂາຍ ຕ້ອງມີການນໍາໃຊ້ໃບເກັບເງິນ ອມພ ຢ່າງຖືກຕ້ອງ, ເມື່ອມີການເກັບເງິນ ອມພ ມາແລ້ວ ກໍ່ຕ້ອງຮັບປະກັນວ່າຫົວໜ່ວຍທຸລະກິດ ໄດ້ນໍາເອົາເງິນ ອມພ ທີ່ເກັບໄດ້ນັ້ນມາແຈ້ງມອບ ຢ່າງຄົບຖ້ວນ, ລວມເຖິງອາກອນປະເພດອື່ນໆທີ່ຫົວໜ່ວຍ ທຸລະກິດເຂົ້າໃນລະບົບ ອາກອນມູນຄ່າເພີ່ມຕ້ອງໄດ້ແຈ້ງມອບ ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດ ພາຍໃນເມືອງນາຊາຍທອງ ກໍ່ຄືໃນທົ່ວນະຄອນຫຼວງວຽງຈັນ ສາມາດປະຕິບັດວຽກງານດັ່ງກ່າວຢ່າງຖືກຕ້ອງ ແລະ ເປັນເອກະພາບ ປະກອບສ່ວນສ້າງລາຍຮັບອາກອນມູນຄ່າເພີ່ມ ຂອງເມືອງກໍ່ຄື ຂອງນະຄອນຫຼວງວຽງຈັນ ໃຫ້ນັບມື້ເພີ່ມພູນທະວີຂຶ້ນເລື້ອຍໆ.

       ໃນຕອນທ້າຍຂອງການຝືກອົບຮົມບັນດານັກສໍາມະນາກອນໄດ້ມີການປະກອບຄໍາຄິດເຫັນ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ລວມທັງສະເໝີຂໍ້ຫຍຸ້ງຍາກທີ່ຕ້ອງໄດ້ຮັບການແກ້ໄຂ, ເພື່ອໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການ ເຊິ່ງວິທະຍາກອນກໍ່ໄດ້ແນະນໍາ ແລະ ໃຫ້ຄວາມກະຈ່າງແຈ້ງໃນວິທີການຂັ້ນຕອນໃນການແກ້ໄຂ ເພື່ອໃຫ້ມີຄວາມໂລ່ງລ່ຽນໃນການປະຕິບັດວຽກງານຂອງທັງພາກລັດ ແລະ ເອກະຊົນນໍາອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ