• ກະຊວງການເງິນ
  • |
  • 2025-07-03
  • |
  • ວຽກຮ່ວມມື

        ໃນວັນທີ 03 ກໍລະກົດ 2025 ທີ່ ກະຊວງການເງິນ, ທ່ານ ສັນຕິພາບ ພົມວິຫານ, ລັດຖະມົນຕີກະຊວງການເງິນໄດ້ຕ້ອນຮັບ ທ່ານ ຫງວຽນ ມິງ ເຕີມ (ĐỒNG CHÍ NGUYỄN MINH TÂM) ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.  

      ເພື່ອເຮັດໃຫ້ ລາວ - ຫວຽດນາມ ເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບອັນຍິ່ງໃຫ່ຍຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ສອງຝ່າຍ ເຫັນດີເປັນເອກະພາບ ສືບຕໍ່ປະສານສົມທົບກັນ ຢ່າງແໜ້ນແຟ້ນ ເພື່ອຄົ້ນຄວ້າບັນດາວິທີການລະອຽດ ແນໃສ່ລະດົມບັນດາແຫຼ່ງກຳລັງ ເພື່ອຈັດຕັ້ງປະຕິບັດບັນດາໂຄງການພື້ນຖານໂຄງລ່າງເຊື່ອມຕໍ່ຄົມມະນາຄົມທີ່ເປັນຈຸດສຸມ ລະຫວ່າງ ສອງປະເທດເປັນຕົ້ນແມ່ນການສ້າງທາງດ່ວນວຽງຈັນ-ຮ່າໂນ້ຍ ແລະ ໂຄງການເສັ້ນທາງລົດໄຟ ວຽງຈັນ-ຫວຸ້ງອ່າງ ເພື່ອເຊື່ອມຕໍ່ ລາວ ແລະ ຫວຽດນາມ ກັບບັນດາປະເທດ ASEAN ແລະ GMS. ພ້ອມກັນນັ້ນຍັງໄດ້ ສືບຕໍ່ແຜນການຮ່ວມມື ລະຫວ່າງ ກະຊວງການເງິນ ສປປ ລາວ ແລະ ສສ ຫວຽດນາມ ໂດຍສຸມໃສ່ :  ການປັບປຸງນະໂຍບາຍການເງິນ, ການປັບປຸງນິຕິກຳຂະແໜງການເງິນ, ການປະຕິຮູບການຄຸ້ມຄອງລາຍຮັບ, ລາຍຈ່າຍ, ການພັດທະນາຂະແໜງການເງິນເປັນທັນສະໄໝ, ພັດທະນາການບັນຊີ ແລະ ການກວດກາ-ການເງິນ ໃຫ້ໜັກແໜ້ນເຂັ້ມແຂງ, ການຄຸ້ມຄອງ ແລະ ພັດທະນາການຈັດຕັ້ງ-ບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດຫຼາຍຂື້ນ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນການຮ່ວມມືຂອງສອງ ຟ່າຍ, ໃນໄລຍະປີ 2021 – 2025.

© 2025 Copyright: ກະຊວງການເງິນ, ສປປ ລາວ