• ກົມຈັດຕັ້ງ ແລະ ພະນັກງານ
  • |
  • 2025-05-30
  • |
  • ວຽກວິຊາສະເພາະ

​          ໃນວັນທີ 30 ພຶດສະພາ 2025 ກົມຈັດຕັ້ງ ແລະ ພະນັກງານ ໄດ້ເປີດກອງປະຊຸມ ວຽກງານພັກ-ລັດ ຂອງກົມຈັດຕັ້ງ ແລະ ພະນັກງານ ໂດຍການເປັນປະທານ ຂອງທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍ ພະນັກງານສົມບູນຂອງກົມເຂົ້າຮ່ວມ.

        ໃນກອງປະຊຸມ ທ່ານ ອຸໄທ ອີນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດສະຫຼຸບ ປະຈຳເດືອນພຶດສະພາ ແລະ ທິດທາງແຜນການ ເດືອນ ມີຖຸນາ ປະຈຳປີ 2025 ເຊິ່ງການຈັດຕັ້ງປະຕິບັດວຽກງານໃນ 01 ເດືອນຜ່ານມາເຫັນໄດ້ວ່າມີຜົນສຳເລັດໃນຫລາຍດ້ານ ເປັນຢ່າງດີ ເພື່ອສືບຕໍ່ວຽກງານໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ໃຫ້ບັນດາພະແນກທີ່ກ່ຽວຂອງສືບຕໍ່ຈັດຕັ້ງປະຕິບັດວຽກງານຕາມແຜນທີ່ໄດ້ວາງໄວ້.

​         ໃນກອງປະຊຸມ ໄດ້ມີພິທີມອບໃບຍ້ອງຍໍຜົນງານ ພະນັກງານ-ລັດຖະກອນ ປະຈຳປີ 2023 ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ ພະນັກງານ-ລັດຖະກອນ; ຜູ້ທີ່ມີຜົນງານດີຫຼາຍມີຈຳນວນ 09 ທ່ານ, ຍິງ 01 ທ່ານ; ຜູ້ທີມີຜົນງານລະດັບດີມີ 14 ທ່ານ, ຍິງ 05 ທ່ານ ແລະ ພະນັກງານທີ່ມີຜົນງານກາງ ປະກອບມີ 04 ມ່ານ ຍິງ 03 ທ່ານ. ໃນຕອນທ້າຍຂອງກການປະຊຸມ ຍັງໄດ້ຮັບຟັງ ການໂອລົມຈາກ ປະທານກອງປະຊຸມ ເພື່ອເປັນເຂັມທິດເຍືອງທາງໃນການປະຕິບັດວຽກງານໃຫ້ເກີດດອກອອກຜົນ.

© 2025 Copyright: ກະຊວງການເງິນ, ສປປ ລາວ