ໃນວັນທີ 27 ພຶດສະພາ 2025 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ນາງ ເອລິສເບັດ-ແອນ ແຊນນີ ແຄມເບວ (Ms. Elizabeth-Anne Shanny Campbell) ຜູ້ອຳນວຍການ ຫ້ອງການ ADB ປະຈໍາ ສປປ ລາວ ເພື່ອແນະນຳໂຕເອງ ຢ່າງເປັນທາງການ ໃນວາລະການ ປະຈໍາການ ຢຸ່ ສປປ ລາວ ທັງເພື່ອເສີມຂະຫຍາຍສາຍພົວພັນ-ການຮ່ວມມືລະຫວ່າງ ADB ແລະ ສປປ ລາວ ແລະ ປຶກສາຫາລືວຽກງານການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ADB, ຍຸດຖະສາດການຮ່ວມມື CPS (2024-2028). ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ຂໍສະແດງຄວາມຊົມເຊີຍການໄດ້ຮັບການແຕ່ງຕັ້ງມາຮັບຕໍາແໜ່ງ ເປັນຜູ້ອຳນວຍການ ຫ້ອງການ ADB ປະຈໍາ ສປປ ລາວ, ກະຊວງການເງິນ ຍິນດີຕ້ອນຮັບ ແລະ ພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ຮ່ວມມື ຈັດຕັ້ງປະຕິບັດວຽກງານ ຮ່ວມກັບ ຫ້ອງການ ADB ປະຈໍາ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ, ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ໄລຍະ ປີ 2024-2028 ໃຫ້ບັນລຸຕາມເປົ້າໝາຍ. ການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມື ໄລຍະ ປີ 2024-2028 ເປັນເຄື່ອງມືວັດແທກການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB, ການອອກແບບ ແລະ ຈັດຕັ້ງປະຕິບັດໂຄງການ ຕ້ອງມີລັກສະນະຈຸດສຸມ ເນັ້ນໃຫ້ເຫັນໝາກຜົນ ທີ່ເປັນປະໂຫຍດ ໃຫ້ສົງຄົມ ຢ່າງຍືນຍົງ ທົນທານ ສ້າງມູນຄ່າເພີ່ມ ຕໍ່ຍອດໃຫ້ເງິນກູ້. ສະນັ້ນ, ການປະສານສົມທົບ ລະຫວ່າງ ADB ແລະ ພາກສ່ວນກ່ຽວຂ້ອງຂອງລັດ ເປັນຕົ້ນ ກະຊວງການເງິນ ຈະຕ້ອງເຮັດວຽກຮ່ວມກັນຢ່າງໃກ້ສິດ ເພື່ອຄົ້ນຄວ້າ ຄັດເລືອກກິດຈະກຳຂອງໂຄງການທີ່ເຫັນວ່າ ຈະເກີດປະໂຫຍດສູງສຸດ ໃນການນຳໃຊ້ເງິນກູ້. ເອກະຊົນມີທ່າແຮງຫຼາຍດ້ານ ເຊັ່ນ ທຶນ, ເຕັກໂນໂລຊີ, ເຄືອຂ່າຍ, ບົດຮຽນ ປະສົບການ, ສະເໜີ ADB ຊ່ວຍພິຈາລະນາ ການລະດົມຂົນຂວາຍພາກເອກະຊົນ ເຂົ້າມາມີສ່ວນຮ່ວມໃນການພັດທະນາໂຄງການຕ່າງໆ ໃນຂະແໜງສັງຄົມ ແລະ ການບໍລິການ ເພື່ອຫຼຸດຜ່ອນການກູ້ຢືມຂອງລັດຖະບານ. ທັງສະເໜີ ADB ສືບຕໍ່ຊຸກຍູ້ ສົ່ງເສີມການເຊື່ອມຈອດລະຫວ່າງ ສປປ ລາວ ກັບປະເທດເພື່ອນບ້ານ ແລະ ພາກພື້ນ ເພື່ອສ້າງໃຫ້ ສປປ ລາວ ເປັນສູນກາງດ້ານການຂົນສົ່ງ, ເສດຖະກິດ ແລະ ການທ່ອງທ່ຽວ ແລະ ອື່ນໆ ທີ່ຈະຊ່ວຍເພີ່ມລາຍຮັບໃຫ້ ສປປ ລາວ ແລະ ຊ່ວຍໃຫ້ ສປປ ລາວ ສາມາດເຂົ້າເຖິງແຫຼ່ງທຶນສີຂຽວ ທີ່ມີເງື່ອນໄຂຜ່ອນຜັນ ເພື່ອນຳໃຊ້ເຂົ້າໃນການພັດທະນາໂຄງລ່າງພື້ນຖານ ແລະ ການພັດທະນາສີຂຽວ.
