• ກະຊວງການເງິນ
  • |
  • 2025-05-27
  • |
  • ວຽກວິຊາສະເພາະ

        ໃນວັນທີ 27 ພຶດສະພາ 2025 ກະຊວງການເງິນ ໄດ້ ສະສາງລົດໃຫ້ພະນັກງານບໍຳນານ ກະຊວງປ້ອງກັນຄວາມສະຫງົບ ໂດຍການນໍາພາຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ມີພະນັກງານບໍານານ ປ້ອງກັນຄວາມສະຫງົບ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

        ໃນການສະສາງລົດຂອງລັດ ໃຫ້ແກ່ພະນັກງານບໍານານ ກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ແມ່ນອີງຕາມ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ ລົງວັນທີ 28 ທັນວາ 2023 ແລະ ອີງຕາມບົດລາຍງານຂອງກົມຄຸ້ມຄອງຊັບສິນແຫ່ງລັດ ເຊິ່ງລົດທີ່ສາມາດສະສາງອອກໃຫ້ໄດ້ແມ່ນຕ້ອງເປັນລົດຂອງລັດ ທີ່ນອນໃນເປົ້າໝາຍການສະສາງ ແມ່ນລົດບໍລິຫານ (ປ້າຍສີຟ້າ) ທີ່ພະນັກງານບໍານານ ໄດ້ເອົາໄປນໍາໃຊ້ໃນເວລາເຂົ້າຮັບອຸດໜູນບໍານານ ເຊິ່ງເປັນປະເພດລົດໃຫ່ຍແມ່ນລົດທີ່ມີອາຍຸການນໍາໃຊ້ 10 ປີຂຶ້ນໄປ.

        ໃນການສະສາງລົດຂອງລັດໃຫ້ພະນັກງານກະຊວງປ້ອງກັນຄວາມສະຫງົບໃນຄັ້ງນີ້ ມີຈຳນວນທັງໝົດ 46 ຄັນ ທີ່ສາມາດສະສາງໃຫ້ພະນັກງານບໍານານທີ່ໄດ້ນໍໃຊ້ໃນໄລຍະຜ່ານມາ ແລະ ເປັນລົດທີ່ພະນັກງານທີ່ມີເງຶ່ອນໄຂຄົບຖ້ວນ ຈື່ງສາມາດສະສາງອອກໄດ້.

© 2025 Copyright: ກະຊວງການເງິນ, ສປປ ລາວ