ໃນວັນທີ 26 ພຶດສະພາ 2025, ໄດ້ມີກອງປະຊຸມເຜີຍແຜ່ ແນະນຳຝຶກອົບຮົມວຽກງານຄຸ້ມຄອງ ເກັບລາຍຮັບ, ຄ່າທຳນຽມ, ຄ່າບໍລິການ ຂອງຫ້ອງການອ້ອມຂ້າງເມືອງ, ໂດຍການເປັນປະທານ ຂອງ ທ່ານ ທະວີໄຊ ເໝົາຊົມພູ ເຈົ້່າເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ່ານ ເພັດສາຄອນ ສີສຸລິດ ຫົວໜ້າຫ້ອງການ-ການເງິນເມືອງສີໂຄດຕະບອງ, ຕາງໜ້າຂະແໜງບັນຊີພະແນກການເງິນນະຄອນຫຼວງ, ໜ່ວຍງານກ່ຽວຂ້ອງ, ຕາງໜ້າຈາກບັນດາບ້ານພາຍໃນເມືອງເຂົ້າຮ່ວມ. ໂອກາດນີ້ທ່ານ ເພັດສາຄອນ ສີສຸລິດ ໄດ້ມີຄຳເຫັນວ່າ: ກອງປະຊຸມວຽກງານດັ່ງກ່າວແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ທີ່ຈະສາມາດສ້າງພື້ນຖານ ໃຫ້ມີຄວາມເຂັ້ມແຂງ ໂປ່ງໄສ ແລະ ຫັນທັນສະໄໝເທື່ອລະກ້າວຊຶ່ງປະຊຸມ ໄດ້ຮັບຟັງ ການເຜີຍແຜ່, ແນະນໍາ ການຝຶກອົບຮົມ ວຽກງານຄຸ້ມຄອງ ເກັບລາຍຮັບ, ຄ່າທໍານຽມ, ຄ່າວິຊາການ ຂອງຫ້ອງການອ້ອມຂ້າງເມືອງ, ລວມມີ ເຜີຍແຜ່-ແນະນໍາ ຂັ້ນຕອນປະກອບເອກະສານ ຂໍເບີກຈ່າຍງົບປະມານ, ຄ່າທໍານຽມ ແລະ ຄ່າບໍລິການຈົດ (ຮັບ-ຈົດຈ່າຍ) ຂອງບັນດາຫ້ອງການອ້ອມຂ້າງເມືອງ; ເຜີຍແຜ່, ແນະນໍາ ຂັ້ນຕອນການປະກອບເອກະສານຖອນເງິນ ແລະ ການເປີດບັນຊີເງິນຝາກຢູ່ຄັງ ເງິນເມືອງ; ແນະນໍາ ຝຶກອົບຮົມ ລະບົບການເງິນບ້ານຜ່ານທາງເອເລັກໂຕຣນິກ; ນິຕິກໍາກ່ຽວກັບວຽກຄຸ້ມຄອງຊັບສິນຂອງລັດ;ເຜີຍແຜ່, ແນະນໍາ ນິຕິກຳກ່ຽວກັບອາກອນທີ່ດິນ, ປ້ອນຂໍ້ມູນຕອນດິນ ເຂົ້າລະບົບແລນ ແທັກ; ຜູ້ເຂົ້າຮ່ວມຍັງໄດ້ມີຄໍາເຫັນ, ແລກປ່ຽນ ແລະ ສົນທະນາຢ່າງກົງໄປກົງມາ. ການຝຶກອົບຮົມຄັ້ງນີ້ກໍເພື່ອຍົກສູງຄວາມສາມາດ ຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ, ການເກັບຄ່າທໍານຽມ, ຄ່າບໍລິການ ຂອງບັນດາຫ້ອງການ ອ້ອມຂ້າງເມືອງ ເວົ້າລວມເວົ້າສະເພາະ ກໍ່ແມ່ນການ (ຈົດຮັບ-ຈົດຈ່າຍ) ແລະ ລວມເຖິງ ການເກັບຄ່າບໍລິການຂອງບ້ານ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ມີປະສິດທິຜົນ, ແນໃສ່ຍົກສູງຄວາມເປັນເຈົ້າການ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາດ້ານການເງິນ ໃຫ້ມີຄວາມເຂັ້ມແຂງ ຕາມທິດວຽກງານ 3 ສ້າງ ໃຫ້ປະ ກົດຜົນເປັນຈິງ.
