• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2025-05-23
  • |
  • ວຽກວິຊາສະເພາະ


        ໃນວັນທີ  23 ພຶດສະພາ 2025 ກະຊວງການເງິນ ໄດ້ດໍາເນີນການສະສາງລົດຂອງລັດ ໃຫ້ພະນັກງານບໍານານ ຂອງອົງການໄອຍະການປະຊາຊົນສູງສຸດ ຈໍານວນ 18 ຄັນ. ໂດຍການນໍາພາຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ມີພະນັກງານບໍານານ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ຕາງໜ້າພະນັກງານບໍານານ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.

        ​ການສະສາງລົດ ໃຫ້ພະນັກງານບໍານານ ໃນຄັ້ງນີ້ ແມ່ນເປັນການສະສາງລົດ ທີ່ພະນັກງານບໍານານ ໄດ້ນໍາໃຊ້ໃນຊ່ວງໄລຍະຜ່ານມາ ເຊິ່ງຕ້ອງເປັນຜູ້ທີ່ມີເງື່ອນໄຂຄົບຖ້ວນ ຈຶ່ງຈະສາມາດສະສາງອອກໃຫ້ໄດ້ ໃນການສະສາງລົດ ຈໍານວນ 18 ຄັນ ຄັ້ງນີ້ ປະກອບມີ ປະເພດລົດກະບະ ຈໍານວນ 12 ຄັນ, ລົດເກັງ 1 ຄັນ, ລົດຕູ້ 2 ຄັນ ແລະ ລົດຈັກ 3 ຄັນ.

       ສໍາລັບວິທີການສະສາງ ແມ່ນສະສາງດ້ວຍຮູບການປະເມີນສະພາບລົດໃນປັດຈຸບັນ ເພື່ອຕີລາຄາມູນຄ່າຂອງລົດຕົວຈິງ ທີ່ນໍາໃຊ້ປັດຈຸບັນ ຕາມລະບຽບຫຼັກການທີ່ກໍານົດໄວ້ ໂດຍແມ່ນຂະແໜງການຄຸ້ມຄອງຊັບສິນແຫ່ງລັດເປັນໃຈກາງ, ຊຶ່ງຄະນະກຳມະການປະກອບມີ ການຈັດຕັ້ງທີ່ກ່ຽວຂ້ອງ, ເຈົ້າໜ້າທີ່ຄຸ້ມຄອງຊັບສິນແຫ່ງລັດ, ເຈົ້າໜ້າທີ່ພາສີ, ຂະແໜງຂົນສົ່ງ. ຈາກນັ້ນກໍ່ດໍາເນີນການປົດປ້າຍທະບຽນເກົ່າອອກໃນເວລາປະເມີນລາຄາ ແລະ ເຮັດສັນຍາຊື້-ຂາຍ, ຈົດທະບຽນສັນຍາຊື້-ຂາຍ ແລະ ເງິນທີ່ໄດ້ຈາກການຊື້-ຂາຍ ແມ່ນໄດ້ມອບເງິນເຂົ້າງົບປະມານແຫ່ງລັດ ຜ່ານລະບົບ Tax RIS ຈາກນັ້ນກໍ່ ປະກອບແບບຟອມລົບລ້າງອອກຈາກບັນຊີຊັບສິນຂອງລັດ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ