• ກະຊວງການເງິນ
  • |
  • 2025-04-17
  • |
  • ວຽກຮ່ວມມື

        ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງລັດຖະມົນຕີກະຊວງການເງິນ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີການເງິນອາຊຽນຄັ້ງທີ 29, ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 12 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ພາຍໃຕ້ການເປັນປະທານຮອບວຽນອາຊຽນຂອງ ມາເລເຊຍ ປະຈໍາປີ 2025, ເຊິ່ງດຳເນີນພາຍໃຕ້ຄໍາຂວັນ: “ອາຊຽນທີ່ທົ່ວເຖິງ ແລະ ຍືນຍົງ (Inclusivity and Sustainability)”. ກອງປະຊຸມ ແມ່ນໄດ້ດຳເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ອາເມຍ ຮາມັດ ອາຊິຊັນ, ລັດຖະມົນຕີກະຊວງການເງິນ ມາເລເຊຍ ແລະ ທ່ານ ອັບດູນ ຣາຊີດ ກາຟູ, ຜູ້ວ່າການທະນາຄານກາງມາເລເຊຍ, ພ້ອມດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີການເງິນ, ຜູ້ວ່າການທະນາຄານກາງອາຊຽນ, ຕີມໍເເລດເຕ, ສະຖາບັນການເງິນພາກພື້ນ-ສາກົນ ແລະ ປະເທດຄູ່ຮ່ວມພາຄີເຂົ້າຮ່ວມ. 

        ກອງປະຊຸມການເງິນປະຈໍາປີ 2025  ແມ່ນເປັນການສືບຕໍ່ແລກປ່ຽນ, ທົບທວນການຈັດຕັ້ງປະຕິບັດວຽກງານການຮ່ວມມື-ການເຊື່ອມໂຍງ ຂອງຂະແໜງການເງິນ ​ແລະ​ ທະນາຄານ​ກາງອາຊຽນ ໃນໄລຍະ 1 ປີຜ່ານມາ ​ແລະ ຢືນຢັນ​ຄືນບັນດາຄຳ​ໝັ້ນ​ສັນຍາ​ຮ່ວມມື​ກັນຮັກສາສະຖຽນລະພາບທາງດ້ານການເງິນໃຫ້ມີຄວາມໝັ້ນທ່ຽງ ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະ ກິດຕາມແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025, ລວມທັງແຜນພັດທະນາຂະແໜງການເງິນ-ເງິນຕາ ອາຊຽນ ໄລຍະໃໝ່ຕາມທິດສີຂຽວ-ຍືນຍົງ, ເຊິ່ງໄດ້ແລກປ່ຽນ ແລະ ຮັບຮອງບັນຫາສຳຄັນດັ່ງນີ້: 

  • ໄດ້ແລກປ່ຽນ ສະພາບເສດຖະກິດຂອງໂລກ ແລະ ພາກພື້ນ, ໂດຍສະເພາະບັນຫາເຄັ່ງຮ້ອນທີ່ຢູ່ໃນຄວາມສົນໃຈ ຕໍ່ກັບການເພີ່ມກໍາແພງພາສີ ຕາມຄໍາສັ່ງຂອງ ປະທານປະທດ ສະຫະລັດອາເມຣິກາ, ເຊິ່ງໃນເວທີການເງິນອາຊຽນ ແມ່ນເຫັນໄດ້ເຖິງຜົນກະທົບ, ສິ່ງທ້າທາຍ ແລະ ກາລະໂອກາດ ໃນການສ້າງຄວາມເຂັ້ມແຂງພາຍໃນອາຊຽນ, ພ້ອມທັງສະແດງຈຸດຢືນຂອງຂະແໜງການເງິນອາຊຽນໃນການເປັນອັນໜຶ່ງອັນດຽວໃນການຮັບມື ແລະ ແກ້ໄຂຮ່ວມກັນ ເພື່ອຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ​ທາງດ້ານເສດຖະກິດ-ການເງິນ ທີ່​ອາດ​ເກີດ​ຂຶ້ນ​ຕໍ່​ການ​ຄ້າ​ໃນ​ພາກ​ພື້ນ.
  • ຮັບຮອງແຜນວຽກບູລິມະສິດທາງດ້ານເສດຖະກິດ (PEDs) ຂະແໜງການເງິນ ປະຈໍາປີ 2025, ທີ່ປະກອບດ້ວຍ 3 ແຜນວຽກບູລິມະສິດໃນການຈັດຕັ້ງປະຕິບັດ ເພື່ອສະໜັບສະໜູນວຽກງານການປ່ຽນຜ່ານດ້ານພະລັງງານ, ສົ່ງເສີມຕະຫລາດທຶນອາຊຽນໃຫ້ເຊື່ອມຈອດກັນຫລາຍຂຶ້ນ ແລະ ຍືນຍົງ, ຊຸກຍູ້ການເຊື່ອມຕໍ່ການຊໍາລະເງິນອາຊຽນໃຫ້ທົ່ວເຖິງ. 
  • ກອງປະຊຸມໄດ້ທົບທວນ ແລະ ຮັບຮອງຄວາມຄືບໜ້າວຽກງານການຮ່ວມມືການເງິນອາຊຽນ ພົ້ນເດັ່ນແມ່ນການຮັບຮອງແຜນຈັດຕັ້ງປະຕິບັດກອງທຶນພື້ນຖານໂຄງລ່າງອາຊຽນ 2025-2028 (Action Plan 2025-2028) ເພື່ອສ້າງຄວາມເຂັ້ມແຂງໃຫ້ກອງທຶນໃນການສະໜັບສະໜູນການລົງທຶນພື້ນຖານໂຄງລ່າງ ແລະ ການຍົກບົດບາດຂອງກອງທຶນ ເພື່ອຫັນເປັນສີຂຽວ. ຮັບຊາບບັນດາຄວາມຄືບໜ້າ ວຽກງານການຮ່ວມມືດ້ານພາສີອາຊຽນ ສະເພາະການຜົນສຳເລັດການຄົ້ນຄວ້າ ພາສີປະຕູດຽວອາຊຽນ ຮູບແບບໃໝ່, ການເພີ່ມທະວີການຮ່ວມມືອາກອນ, ແລະ ການປະກັນໄພອາຊຽນ ທີ່ພົ້ນເດັ່ນ, ຜົນສຳເລັດການສ້າງຕັ້ງເວທີການຮ່ວມມືຄັງເງິນອາຊຽນ (ATF). 
  • ກອງປະຊຸມໄດ້ທົບທວນ ແລະ ຮັບຮອງ ຜົນສຳເລັດການຈັດຕັ້ງປະຕິບັດວຽກງານເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນ ໂດຍສະເພາະການພັດທະນານະວັດຕະກໍາດິຈິຕອນ ເພື່ອອໍານວຍຄວາມສະດວກໃນການຊໍາລະສະສາງ, ການເຂົ້າຫາແຫ່ງທຶນ, ການພັດທະນາຕະຫລາດທຶນ ແລະ ການເຊື່ອຈອດລະບົບທະນາຄານຂອງພາກພື້ນອາຊຽນ; ຮັບຮອງການ TOR ການສ້າງຕັ້ງໜ່ວຍງານ ການປັບປຸງວຽກງານການເຊື່ອມໂຍງດ້ານການເງິນ-ເງິນຕາອາຊຽນ (Project Revive) ມີແຜນດໍາເນີນງານແຕ່ປີ 2025-2027.
  • ໄດ້ຮັບຊາບ ແລະ ແລກປ່ຽນກ່ຽວກັບ ຂໍ້ລິເລີ່ມການຮ່ວມມືດ້ານການເງິນ  ແນວທາງການຮ່ວມມືດ້ານການເງິນ ແລະ ການລົງທຶນ ການຊຸກຍູ້ການລົງທຶນ ສໍາລັບວຽກງານສາຍສົ່ງໄຟຟ້າອາຊຽນ (ASEAN Power Grid) ໂດຍສະເພາະ ແຜນການຈັດກອງປະຊຸມລະດັບສູງ ສາມພາກສ່ວນ ເພື່ອກຳນົດທິດທາງການພັດທະນາ ແລະ  ແລະ ຄວາມຄາດຫວັງໃນການຍົກສູງການຮ່ວມມື ແລະ ການຊ່ວຍເຫຼືອຈາກບັນດາສະຖາບັນການເງິນສາກົນ ເພື່ອມາສະໜັບສະໜູນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນອາຊຽນ. 
    • ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ໄດ້ຮັບຮອງ ຖະແຫລງການຮ່ວມກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 12.

         ນັບແຕ່​ວັນ​ທີ 7 ​ເມສາ​ 2025, ​ຄະນະຜູ້ແທນກະຊວງການເງິນ ແມ່ນໄດ້ເຂົ້າຮ່ວມກອງ​ປະຊຸມຫລາຍກວ່າ 14 ວາລະກອງປະຊຸມ ໃນລະດັບລັດຖະມົນຕີ ແລະ ຮອງລັດຖະມົນຕີ ອາຊຽນ, ອາຊຽນ+3, ອາຊຽນ+ປະເທດຄູ່ຮ່ວມພາຄີ, ອາຊຽນ+ອົງການຈັດຕັ້ງພາກພື້ນ ແລະ ສາກົນ. 

 

        ກອງປະຊຸມ 12th AFMGM ໄດ້ສໍາເລັດຢ່າງຈົບງາມດ້ວຍຄວາມເປັນເອກະພາບ ແລະ ມິດຕະພາບ ແລະ ມອບວາລະການເປັນປະທານຮອບວຽນການເງິນອາຊຽນ ສໍາລັບປີ 2026 ໃຫ້ປະເທດ ຟິລິປິນ. 

 

© 2025 Copyright: ກະຊວງການເງິນ, ສປປ ລາວ