ໃນປີ 2024 ຜ່ານມາແຂວງຫຼວງນໍ້າທາເຖິງແມ່ນວ່າໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກໍຕາມ, ແຕ່ອີງໃສ່ຈຸດພິເສດແຂວງຫຼວງນໍ້າທາ, ໂດຍມີຊາຍແດນຕິດກັບສປ ຈີນ, ຕິດກັບປະເທດມຽນມາ, ຕິດກັບແຂວງບໍ່ແກ້ວ, ຕິດກັບແຂວງອຸດົມໄຊ, ມີເຂດເສດຖະກິດພິເສດ, ດ່ານສາກົນ, ເສັ້ນທາງລົດໄຟລາວ-ຈີນຜ່ານແຂວງ, ເສັ້ນທາງ R3A ແລະ ເປັນແຂວງທີ່ມີປະຕູຜ່ານຕາມແລວທາງເສດຖະກິດເໜືອ-ໃຕ້, ເສດຖະກິດຕາເວັນອອກ, ມີແມ່ນໍ້າຂອງເປັນເສັ້ນທາງຂົນສົ່ງທາງນໍ້າທີ່ສໍາຄັນລະດັບອະນຸພາກພື້ນ,ເຊິ່ງເປັນທ່າແຮງໃນການຈັດເກັບລາຍຮັບເຂົ້າງົບປະມານຂອງລັດ ແລະ ສາມາດເກັບລາຍຮັບໄດ້ເກີນແຜນການປີ. ຕາມການໃຫ້ສຳພາດຂອງທ່ານ ສົມຈັນ ຈິດດາລາ ຮອງຫົວໜ້າພະແນກການເງິນແຂວງຫຼວງນໍ້າທາ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2024 ແລະ ທິດທາງແຜນການປີ 2025 ນີ້ວ່າ: ການ ຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນທົ່ວແຂວງ, ມີຫຼາຍວຽກທີ່ພົ້ນເດັ່ນເປັນຕົ້ນ: ດ້ານລາຍຮັບທົ່ວແຂວງ ປະຕິບັດໄດ້ 2,755.55 ຕື້ກີບເທົ່າກັບ 171.84% ຂອງແຜນໝົດປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 86.34%. ໃນນີ້, ລາຍຮັບພູດສູນກາງ (ລາຍຮັບພາສີ) ປະຕິບັດໄດ້ 2,516.57 ຕື້ກີບເທົ່າກັບ 176.23% ຂອງແຜນການປີ; ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 191.38 ຕື້ກີບເທົ່າກັບ 126.29% ຂອງແຜນການປີ; ດ້ານລາຍຈ່າຍປະຕິບັດໄດ້ 434.62 ຕື້ກີບເທົ່າກັບ 99.22% ຂອງແຜນການປີ; ສ່ວນການດຸ່ນດ່ຽງງົບປະມານປະຕິບັດໄດ້ 262.51 ຕື້ກີບເທົ່າກັບ 100% ຂອງແຜນການປີ. ຄຽງຄູ່ກັນນີ້, ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ບັນດານິຕິກຳ, ກົດໝາຍຕ່າງໆຕິດພັບກັບຂະແໜງການເງິນໃຫ້ແກ່ບັນດາພະແນກການອົງການຈັດຕັ້ງລັດ, ພາກສ່ວນທຸລະກິດ, ຊາວຄ້າຂາຍ ແລະ ປະຊາຊົນໃຫ້ເຂົ້າໃຈ, ປະສານສົມທົບກັບກົມທີ່ກ່ຽວຂ້ອງຂອງກະຊວງການເງິນ, ສຸມໃສ່ການຈັດເກັບລາຍຮັບພາສີ-ອາກອນທີ່ມອບໃຫ້ບັນດາຂະ ແໜງການຂອງລັດຂັ້ນແຂວງ, ຂັ້ນເມືອງ ແລະ ດ່ານພາສີຊາຍແດນຈັດເກັບລາຍຮັບໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກັບກຳນົດເວລາ. ທັງນີ້, ກໍຍ້ອນຍ້ອນມີແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບການຕ່າງໆເປັນທິດທາງ, ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ, ມີແຜນຍຸດທະສາດພັດທະນາຂະແໜງການເງິນຮອດປີ 2025, ວິໄສທັດຮອດປີ 2030 ແນໃສ່ໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ແຕ່ລະຂະແໜງການຂັ້ນແຂວງຮອດຂັ້ນເມືອງ, ການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໂດຍການນຳໃຊ້ເຄື່ອງມີທັນສະໄໝ ແລະ ຍົກສູງປະສິດທິພາບຂອງລາຍຈ່າຍງົບປະມານ, ປະຢັດມັດທະຍັດ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ທ່ານ ສົມຈັນ ຈິດດາລາ ກ່າວຕື່ມວ່າ: ປີ 2025 ແຂວງຫຼວງນໍ້າທາໄດ້ຮັບຕົວເລກຈັດເກັບລາຍຮັບທັງພູດສູນກາງ, ທ້ອງຖິ່ນທັງໝົດ 2,983.10 ຕື້ກີບທຽບໃສ່ແຜນດັດແກ້ປີ 2024 ເພີ່ມຂຶ້ນ 86.03 %; ແຜນລາຍຈ່າຍທັງໝົດຈໍານວນ 538.75 ຕື້ກີບທຽບໃສ່ແຜນດັດແກ້ປີ 2024 ເພີ່ມຂຶ້ນ 22.99%, ການດຸ່ນດ່ຽງງົບປະມານຈຳ ນວນ 292.75 ຕື້ກີບທຽບໃສ່ແຜນດັດແກ້ປີ 2024 ເພີ່ມຂຶ້ນ 11.52 %. ສະນັ້ນ, ຄະນະພັກ, ຄະນະນໍາແຕ່ລະຂັ້ນໄດ້ກຳນົດວຽກຈຸດສຸມດ້ານລາຍຮັບ, ລາຍຈ່າຍ ແລະ ມາດຕະການໃນການຈັດຕັ້ງປະຕິບັດຈໍານວນໜຶ່ງ, ເພື່ອສູ້ຊົນການຈັດເກັບລາຍຮັບງົບປະມານໃຫ້ບັນລຸຕາມແຜນ ຫຼື ລື່ນແຜນ ການ, ຄຸ້ມຄອງລາຍຮັບດ້ວຍລະບົບທັນສະໄໝ, ຕ້ານ ແລະ ສະກັດກັ້ນທຸກການຮົ່ວໄຫຼຂອງລາຍຮັບ, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງອະນຸມັດ-ເບີກຈ່າຍງົບປະມານຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ສາມາດກວດສອບໄດ້, ຍົກສູງຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນທຸກຂັ້ນ, ຂຸດຄົ້ນທ່າແຮງບົ່ມຊ້ອນໃຫ້ຄົບຖ້ວນ ແລະ ຊຸກຍູ້ບັນດາຫົວໜ່ວຍວິສາຫະກິດພາຍໃນ ແລະ ຕ່າງປະເທດເຂົ້າສູ່ລະບົບ, ຖືບັນຊີໃຫ້ສອດຄ່ອງຕາມກົດ ໝາຍ, ລະບຽບການ ແລະ ອື່ນໆ.
