ໃນວັນທີ 20 ມີນາ 2025 ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດທີ່ຈະໄປປະຈຳການຢູ່ປະເທດຍີ່ປຸ່ນ ແລະ ປະເທດສິງກະໂປ. ຈຸດປະສົງຂອງການເຂົ້າພົບຄະນະນຳກະຊວງການເງິນຄັ້ງນີ້ກໍ່ແມ່ນເພື່ອ ຂໍທິດຊີ້ນຳ ເພື່ອນຳໄປເປັນຂໍ້ມູນພື້ນຖານໃນການສ້າງແຜນ ຊ່ວຍຊຸກຍູ້ ໃຫ້ໄປຕາມທິດທາງລວມ ຂອງພັກ ແລະ ລັດ ກໍ່ຄືຂະແໜງການເງິນ ແນໃສ່ເຮັດໃຫ້ ແຜນການຮ່ວມມືກັບບັນດາປະເທດ ໃຫ້ມີຄວາມຖືກຕ້ອງສອດ ຄ່ອງ ກັບແນວທາງນະບາຍຂອງ ພັກ ແລະ ລັດ ກໍ່ຄື ຂະແໜງການເງິນ. ໂອກາດດັ່ງກ່າວ ສຸລິວັດ ສຸວັນນະຈູມຄຳ ໄດ້ໃຫ້ທັດສະນະບາງຕອນວ່າ: ການໄປປະຈໍາການ ກໍ່ຄືການປະຕິບັດໜ້າທີ່ຂອງບັນດາທ່ານ ຢູ່ຕ່າງປະເທດຄັ້ງນີ້ ຈະຊ່ວຍຊຸກຍູ້ການຮ່ວມມືໃນຫຼາຍໆດ້ານຮ່ວມກັບບັນດາປະເທດ. ໃນປີ 2009 ມູນນິທິເທມະເສກ (Temasek) ປະເທດ ສິງກະໂປ ໄດ້ສະໜອງທຶນຊ່ວຍເຫຼືອລ້າດ້ານວິຊາການ ໃຫ້ກະຊວງການເງິນ ໂດຍຜ່ານວິສາຫະກິດການຮ່ວມມື ປະເທດສິງກະໂປ (Singapore Cooperation Enterprise-SCE), ເພື່ອປະ ກອບສ່ວນເຂົ້າໃນແຜນງານສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການເງິນພາກລັດ (PFMSP) ແລະ ນຳໃຊ້ເຂົ້າໃນວຽກງານຝຶກອົບຮົມ ໃຫ້ພະນັກງານຂະແໜງ ການເງິນ ໃນການກະກຽມການຫັນເປັນສາມສາຍຕັ້ງ (ຄັງເງິນ, ພາສີ ແລະ ສ່ວຍສາອາກອນ). ລາວ-ສິງກະໂປ ໄດ້ແລກປ່ຽນ ຍົກລະດັບບຸກຄະລາກອນ ດ້ານພາສາຕ່າງປະເທດ ເພື່ອກະກຽມການເປັນເຈົ້າພາບກອງປະຊຸມອາຊຽນ ໃນປີ 2024 ທີ່ ສປປ ລາວ. ຝຶກອົບຮົມທັກສະການບັນທຶກກອງປະຊຸມ ແລະ ການຂຽນບົດລາຍງານ, ການແປພາສາ ຢູ່ສູນຮ່ວມມື ລາວ-ສິງກະໂປ. ພ້ອມນັ້ນ, ນັບແຕ່ປີ 1991 ເປັນຕົ້ນມາ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ, ເຊິ່ງເປັນຜູ້ໃຫ້ທຶນອັນດັບ 1 ຢູ່ ສປປ ລາວ, ດ້ວຍຫຼາຍຮູບແບບ ລວມມີ: ໂຄງການຊ່ວຍເຫຼືອດ້ານເຕັກນິກວິຊາການ (ອາສາສະມັກ), ຝຶກອົບຮົມໄລຍະສັ້ນ ແລະ ຍາວ, ໂຄງການຊ່ວຍເຫຼືອນອກໂຄງການ, ໂຄງ ການຊ່ວຍເຫຼືອຜ່ານອົງການຈັດຕັ້ງສາກົນ ຫຼື ສະຖາບັນການເງິນສາກົນອື່ນໆ, ໂຄງ ການກໍ່ສ້າງດ້ວຍທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ດອກເບັ້ຍຜ່ອນຜັນ. ທ່ານ ໄດ້ເນັ້ນຕື່ມວ່າ: ວຽກງານການທູດຖືເປັນວຽກງານສຳຄັນຢ່າງຍິ່ງ ເປັນກະບອກສຽງສຳ ຄັນ ຂອງພັກ ແລະ ລັດ ເພື່ອດຶງດູດນັກລົງ ທຶນ ຕ່າງປະເທດເຂົ້າມາລົງທຶນຢູ່ລາວ ໂດຍສະເພາະການເພື່ອດຶງດູດເອົາແຫຼ່ງທຶນການຊ່ວຍເຫຼືອເພີ່ມຂຶ້ນ ຈາກສາກົນ ກໍ່ຄື ປະເທດອ້ອມຂ້າງ ເພີ່ມຂຶ້ນເປັນໃຫ້ນັບມື້ນັບເພີ່ມຂຶ້ນ.
