ກົມກວດກາ ຂຽນເປັນຕົວອັກສອນຫຍໍ້ວ່າ “ກກ”, ເປັນພາສາອັງກິດ Department of Inspection (DOI), ແມ່ນກົງຈັກໜຶ່ງຂອງກະຊວງການເງິນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ ແລະ ລັດຖະມົນຕີກະຊວງການເງິນ ໃນການຈັດຕັ້ງປະຕິບັດວຽກງານກວດກາ-ກວດການ;
- ໜ້າທີ່
- ຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ,ກົດລະບຽບຂອງພັກ, ກົດໝາຍ, ແຜນຍຸດທະສາດ ແລະ ລະບຽບການຂອງລັດມາເປັນແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການລະອຽດຕາມພາລະບົດບາດຂອງກົມ;
- ຄົ້ນຄວ້າ, ສ້າງ, ປັບປຸງນິຕິກໍາລຸ່ມກົດໝາຍ, ນະໂຍບາຍ, ແຜນຍຸດທະສາດ, ລະບຽບການຕ່າງໆ ທີ່ພົວພັນກັບວຽກງານກວດກາຂອງຂະແໜງການເງິນ ເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດຕາມນະໂຍບາຍ, ກົດໝາຍ, ຄຳສັ່ງ, ຄຳແນະນຳ, ແຈ້ງການກ່ຽວກັບວຽກງານກວດກາທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງການເງິນ;
- ເປັນເຈົ້າການປະສານສົມທົບກັບບັນດາອົງການຈັດຕັ້ງຂອງລັດ ໃນການກຳນົດ ທິດທາງແຜນການ, ໂຄງການກວດກາລັດ, ກວດກາການສະກັດກັ້ນຕ້ານການສໍ້ລາດບັງຫຼວງເປັນປົກກະຕິໃນແຕ່ລະໄລຍະ;
- ຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານກວດກາພັກ, ການປະຕິບັດກົດລະບຽບຂອງພັກ, ມະຕິ, ຄຳສັ່ງ, ຂໍ້ຕົກລົງ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ; ປະເມີນຜົນການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ, ການກໍ່ສ້າງ ແລະ ຂະຫຍາຍພັກຂອງບັນດາຄະນະພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງການເງິນ;
- ຮັບ, ຄົ້ນຄວ້າ, ສະເໜີວິທີແກ້ໄຂຄຳຮ້ອງ, ຄໍາສະເໜີຕໍ່ການຈັດຕັ້ງພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ພົນລະເມືອງລາວ ແລະ ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ ທີ່ພົວພັນກັບຄວາມຮັບຜິດຊອບຂອງກະຊວງການເງິນ;
- ຕິດຕາມ, ກວດກາ-ກວດການ ເປັນປົກກະຕິໃນການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ແລະຄວາມຮັບຜິດຊອບໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ຂອງບັນດາກົມອ້ອມຂ້າງກະຊວງ, ຂະແໜງສາຍຕັ້ງ, ພະແນກການເງິນແຂວງ,ນະຄອນຫຼວງ, ຫ້ອງການການເງິນເມືອງ, ບັນດາຫົວໜ່ວຍງົບປະມານ, ຫົວໜ່ວຍບໍລິຫານວິຊາການ ທີ່ພົວພັນກັບການປະຕິບັດພັນທະຕໍ່ງົບປະມານຂອງບັນດາວິສາຫະກິດຢູ່ສູນກາງ ແລະ ທ້ອງຖິ່ນ;
- ຕິດຕາມ, ກວດກາ-ກວດການຕໍ່ພະນັກງານ-ລັດຖະກອນຂອງຂະແໜງການເງິນ ເມື່ອມີປະກົດການລະເມີດມະຕິ, ຄໍາສັ່ງ, ກົດໝາຍຂອງລັດ ແລະ ການປະຕິບັດໜ້າທີ່ວຽກງານ;
- ຕິດຕາມ, ກວດກາ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ, ດຳເນີນການສືບສວນ-ສອບສວນຕໍ່ບຸກຄົນ,ນິຕິບຸກຄົນ, ອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ ທີ່ມີພຶດຕິກຳລະເມີດກົດໝາຍ ແລະ ລະບຽບການພ້ອມທັງສະຫຼູບສໍານວນຄະດີສົ່ງໃຫ້ພາກສ່ວນກ່ຽວຂ້ອງ ດໍາເນີນການຕາມລະບຽບການ;
- ຮັບແຈ້ງຊັບສິນ-ລາຍຮັບ, ຄຸ້ມຄອງ, ສຳເນົາເອກະສານແຈ້ງຊັບສິນ ຂອງພະນັກງານ-ລັດຖະກອນທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງການເງິນ;
- ຕິດຕາມ, ກວດກາການປະຕິບັດໜ້າທີ່ວິຊາສະເພາະກ່ຽວກັບວຽກງານກວດກາ, ການຕັດສິນ ແລະ ການແກ້ໄຂຜົນການກວດກາຂອງບັນດາກົມອ້ອມຂ້າງກະຊວງ ແລະ ຂະແໜງກວດກາທີ່ຂຶ້ນກັບພະແນກການເງິນແຂວງ, ນະຄອນຫຼວງ;
- ຕິດຕາມ, ເກັບກໍາຂໍ້ມູນ, ປະສານສົມທົບດ້ານວິຊາການກັບພະແນກກວດກາພາຍໃນຂອງບັນດາກົມ-ທຽບເທົ່າ ແລະ ຂະແໜງກວດກາທີ່ຂຶ້ນກັບພະແນກການເງິນແຂວງ, ນະຄອນ ຫຼວງໃນການສ້າງແຜນ, ການຈັດຕັ້ງປະຕິບັດ, ການສະຫຼຸບສັງລວມ ແລະ ປະເມີນຜົນການເຄື່ອນໄຫວວຽກງານກວດກາຂອງຂະແໜງການເງິນໃນຂອບເຂດທົ່ວປະເທດ;
- ຄົ້ນຄວ້າ ແລະ ນຳສະເໜີກ່ຽວກັບການສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງ; ຄົ້ນຄວ້າການຂຶ້ນແຜນກໍານົດຄວາມຕ້ອງການພະນັກງານ-ລັດຖະກອນ, ພະນັກງານນໍາພາ-ຄຸ້ມຄອງ, ຕໍາແໜ່ງງານ; ການບໍາລຸງ-ກໍ່ສ້າງ (ການຝຶກອົບຮົມ ແລະ ພັດທະນາ) ແລະ ປະເມີນຜົນພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ຄົ້ນຄວ້າການສັບຊ້ອນ, ຈັດວາງ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ສ້າງແຜນການ, ຕິດຕາມ, ຄຸ້ມຄອງລາຍຮັບ-ລາຍຈ່າຍບໍລິຫານຂອງກົມ, ນໍາໃຊ້ງົບປະມານຕາມແຜນແບ່ງປັນຂອງກະຊວງການເງິນ; ຄຸ້ມຄອງນຳໃຊ້, ປົກປັກຮັກສາວັດຖຸ, ອຸປະກອນ, ພາຫະນະ ແລະ ຊັບສິນອື່ນໆທີ່ຂຶ້ນກັບການຄຸ້ມຄອງຂອງຕົນ;
- ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ, ພາກສ່ວນກ່ຽວຂ້ອງກັບວຽກງານກວດກາພັກ, ກວດກາລັດ, ກວດກາຕ້ານການສໍ້ລາດບັງຫຼວງ ແລະ ວຽກງານອື່ນໆ ຕາມການເຫັນດີຂອງລັດຖະມົນຕີກະຊວງການເງິນ;
- ປະຕິບັດໜ້າທີ່ອື່ນຕາມກົດໝາຍ, ລະບຽບການ ແລະ ການມອບໝາຍຂອງລັດຖະມົນຕີກະຊວງການເງິນ.
- ຂອບເຂດສິດ
- ສະເໜີລັດຖະມົນຕີກະຊວງການເງິນ ອອກຂໍ້ຕົກລົງດຳເນີນການຕິດຕາມ, ເກັບກຳຂໍ້ມູນ, ກວດກາຕາມແຜນປົກກະຕິ ແລະ ແຕ່ງຕັ້ງຄະນະກວດກາສະເພາະກິດ; ອອກຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການກ່ຽວກັບວຽກງານກວດກາໃນຂະແໜງການເງິນ;
- ສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາໃນການປັບປຸງ, ແກ້ໄຂ, ລົບລ້າງບັນດານິຕິກໍາຂອງຂະແໜງການເງິນທີ່ຂັດກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ;
- ເຊີນເປົ້າໝາຍທີ່ກ່ຽວຂ້ອງມາລາຍງານ, ໃຫ້ຄໍາຊີ້ແຈງ, ອະທິບາຍພ້ອມທັງປະກອບເອກະສານ, ຫຼັກຖານຫຼືຂໍ້ມູນທີ່ພົວພັນກັບການກວດກາ;
- ດໍາເນີນການສືບສວນ-ສອບສວນຕໍ່ເປົ້າໝາຍສໍ້ລາດບັງຫຼວງ ຕາມຂອບເຂດສິດທີ່ກໍານົດໄວ້ໃນມາດຕາ 41 ຂອງກົດໝາຍວ່າດ້ວຍຕ້ານການສໍ້ລາດບັງຫຼວງ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;
- ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອດຳເນີນການກວດກາ, ສະກັດກັ້ນການລັກລອບລົບຫຼີກພາສີ-ອາກອນ ແລະ ການຄ້າຂາຍເຖື່ອນຕາມກົດໝາຍ ແລະ ລະບຽບການ;
- ຄົ້ນຄວ້າ, ແກ້ໄຂຄຳຮ້ອງ, ຄໍາສະເໜີຕໍ່ການຈັດຕັ້ງພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ພົນລະເມືອງລາວ ແລະ ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ ທີ່ພົວພັນກັບຄວາມຮັບຜິດຊອບຂອງກະຊວງການເງິນ;
- ສະເໜີລັດຖະມົນຕີກະຊວງການເງິນ ອອກຄຳສັ່ງຮິບ, ອາຍັດຊັບ, ຮັກສາຂອງກາງ, ສັ່ງໂຈະ ຫຼື ປິດການເຄື່ອນໄຫວບັນຊີເງິນຝາກຢູ່ທະນາຄານທີ່ກ່ຽວຂ້ອງກັບພຶດຕິກຳການສໍ້ລາດບັງຫຼວງໃນຂະແໜງ ການເງິນ;
- ສະເໜີລັດຖະມົນຕີກະຊວງການເງິນອອກມາດຕະການ, ຮູບການ ແລະ ວິທີການແກ້ໄຂ ຫຼື ລົງວິໄນຕໍ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນໃນຂະແໜງການເງິນຂອບເຂດທົ່ວປະເທດທີ່ລະເມີດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ;
- ມີສິດໃນການອອກໃບສັ່ງມອບ, ເລັ່ງທວງ ໃຫ້ບັນດາສຳນັກງານ, ອົງການ, ຂະແໜງການ, ບຸກຄົນ, ນິຕິບຸກຄົນ ມອບເງິນຕາມຜົນການກວດກາເຂົ້າງົບປະມານ ແລະ ຄຸ້ມຄອງນຳໃຊ້ຕາມລະບຽບການ;
- ສະເໜີລັດຖະມົນຕີກະຊວງການເງິນ ອອກຂໍ້ຕົກລົງໂຈະ ການສະເໜີເລື່ອນຕໍາແໜ່ງ, ການປະຕິບັດໜ້າທີ່ຊົ່ວຄາວ ຫຼື ບໍ່ໃຫ້ຍົກຍ້າຍ, ແຕ່ງຕັ້ງ ແລະ ສັບປ່ຽນໜ້າທີ່ ເປົ້າໝາຍຖືກກວດກາໃນໄລຍະການດຳເນີນການສືບສວນ-ສອບສວນບໍ່ທັນສິ້ນສຸດ;
- ເຂົ້າຮ່ວມກອງປະຊຸມສະໄໝສາມັນ ແລະ ວິສາມັນຂອງຄະນະບໍລິຫານງານພັກກະຊວງ, ຄະນະພັກ ຮາກຖານ, ຄະນະໜ່ວຍພັກຕາມການມອບໝາຍຂອງຄະນະພັກກະຊວງການເງິນ;
- ສະເໜີ ແລະ ປະກອບຄຳເຫັນໃຫ້ລັດຖະມົນຕີກະຊວງການເງິນ ກ່ອນການແຕ່ງຕັ້ງ, ເລື່ອນຊັ້ນ, ຍ້ອງຍໍ, ຍົກຍ້າຍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ຕາມການມອບໝາຍ; ສະເໜີປະຕິບັດນະໂຍບາຍ, ຍ້ອງຍໍຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນທີ່ມີຜົນງານປະກອບສ່ວນເຂົ້າໃນວຽກງານກວດກາ ພ້ອມທັງສະເໜີປະຕິບັດວິໄນຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນທີ່ວິພາກວິຈານ ແລະ/ຫຼື ບິດເບືອນຈາກຄວາມເປັນຈິງຂອງພະນັກງານ-ລັດຖະກອນ ຫຼື ຕໍ່ອົງການຈັດຕັ້ງກວດກາ;
- ສະເໜີສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກກົງຈັກການຈັດຕັ້ງ; ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງຫົວໜ້າ ແລະ ຮອງຫົວໜ້າພະແນກຂອງກົມ; ສັບຊ້ອນໝູນວຽນລັດຖະກອນວິຊາການ; ສະເໜີຍ້ອງຍໍ, ປະຕິບັດນະໂຍບາຍ ( ເລື່ອນຊັ້ນ, ເລື່ອນຂັ້ນ ແລະ ອື່ນໆ ) ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດ ຊອບຂອງຕົນ;
- ນໍາໃຊ້ງົບປະມານ, ພາຫະນະ ແລະ ອຸປະກອນຕ່າງໆຕາມການແບ່ງປັນຂອງກະຊວງການເງິນ ແລະ ຕາມລະບຽບການ;
- ປະສານສົມທົບກັບບັນດາກົມອ້ອມຂ້າງກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງໃນການເກັບກໍາຂໍ້ມູນກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານ ແລະ ເລັ່ງທວງເອົາບົດສະຫຼຸບເພື່ອສັງລວມລາຍງານໃຫ້ຂັ້ນເທິງ;
- ປະຕິບັດສິດອື່ນ ຕາມກົດໝາຍ, ລະບຽບການ ແລະ ການມອບໝາຍຂອງລັດຖະມົນຕີກະຊວງການເງິນ;
ຊື່ກົມ
ເບີໂທຕິດຕໍ່
ອີເມວຕິດຕໍ່
ເນື້ອຫາ
Tel/Fax:
Email: