Roles and Responsibilities

     ກົມສະສົມແຫ່ງລັດ ຂຽນເປັນຕົວອັກສອນຫຍໍ້ວ່າ ” ກສລ “,​ ເປັນ​ພາສາ​ອັງກິດ State Reserves Department (SRD), ແມ່ນກົງຈັກໜຶ່ງ​ຂອງກະຊວງການເງິນ, ມີພາລະບົດບາດເປັນເສນາທິການໃຫ້ ແກ່ລັດຖະມົນຕີ ກະຊວງ​ການ​ເງິນ ໃນການຄຸ້ມຄອງຄັງສະສົມແຫ່ງ​ລັດ ​ຕາມ​ກົດໝາຍ ​ແລະ ລະບຽບການ. ​

  • ໜ້າທີ່
    1. ຈັດຕັ້ງຜັນ​ຂະຫຍາຍ​​ ແຜ​ນຍຸດ​ທະ​ສາດ, ກົດໝາຍ ​ແລະ ລະບຽບການຂອງຂະແໜງການເງິນ​ ກ່ຽວກັບວຽກງານສະສົມແຫ່ງລັດ;
    2. ຄົ້ນຄວ້າ, ສ້າງ ​ແລະ ປັບປຸງ ແຜນຍຸດທະສາດ, ກົດໝາຍ ​ແລະ ນິຕິ​ກໍາ ກ່ຽວກັບ​ວຽກງານ​ສະ​ສົມ​ແຫ່ງ​ລັດ;
    3. ໂຄສະນາ, ເຜີຍແຜ່ ແນວທາງນະໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ກົດໝາຍ ແລະ ນິຕິກຳ ກ່ຽວກັບວຽກງານສະສົມແຫ່ງລັດໃນທົ່ວ​ສັງຄົມ;
    4. ຄົ້ນ​ຄວ້າ, ກຳນົດລາຍ​ການວັດຖຸສະສົມ, ມູນຄ່າການສະສົມ, ອັດຕາສ່ວນຄັງ​ສະສົມແຫ່ງລັດ ເປັນເງິນແລະ ເປັນວັດ​ຖຸໃນແຕ່ລະໄລຍະ ເພື່ອສະເໜີລັດຖະມົນຕີ ພິຈາລະນາ;
    5. ຄົ້ນ​ຄວ້າ, ສ້າງແຜນການສະ​ສົມ​ແຫ່ງ​ລັດ, ​ແຜນລາຍ​ຮັບ-ລາຍຈ່າຍຄັງ​ສະ​ສົມ​ແຫ່ງ​ລັດ, ຮັບ-​ຈ່າຍ, ຊື້-ຂາຍ, ປ່ຽນຖ່າຍວັດຖຸສະສົມ ແລະ ຈັດສັນເພີ່ມທຶນວັດຖຸສະສົມປະ​ຈຳ​ເດືອນ, ງວດ, ປີ, ສາມປີ ແລະ ຫ້າປີ ເພື່ອສະເໜີລັດຖະມົນຕີ ພິຈາລະນາ;
    6. ສະເໜີ ລັດຖະມົນຕີກະຊວງການເງິນ ພິຈາລະນາຕົກລົງອະນຸມັດກ່ຽວກັບ ການຮັບ-ຈ່າຍຄັງ​ສະ​ສົມແຫ່ງ​ລັ​ດ; ຊື້-ຂາຍ, ປົກປັກຮັກສາ, ປ່ຽນ​ຖ່າຍ​ ວັດຖຸສະສົມແຫ່ງລັດ ​ແລະ ການ​ຊ່ວຍເຫຼືອບັນເທົາທຸກ;
    7. ຈັດຕັ້ງປະຕິບັດການຮັບ-ຈ່າຍ; ຊື້-ຂາຍ, ປົກປັກຮັກສາ, ປ້ອງກັນ, ຄຸ້ມ​ຄອງຄັງສະສົມແຫ່ງລັດ ຕາມ​ພາລະ​ບົດບາດ​ຂອງ​ຕົນ;
    8. ຈັດ​ຕັ້ງປະຕິບັດການຈ່າຍວັດຖຸສະສົມ ເພື່ອສົງເຄາະ, ຊ່ວຍເຫຼືອບັນເທົາທຸກ, ກໍລະນີສຸກເສີນ, ຮີບດ່ວນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ຕາມການຕົກລົງຂອງລັດຖະບານ;
    9. ຄຸ້ມຄອງໂດຍກົງ ຫຼືວ່າ​ຈ້າງນິຕິບຸກຄົນ ​ໃນ​ການ​ຄຸ້ມ​ຄອງ ​ແລະ ປົກປັກຮັກ​ສາວັດຖຸສະສົມແຫ່ງລັດຕາມການ​ອະນຸມັດ​ຂອງ​ລັດຖະບານ;
    10. ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກໍານົດເປົ້າໝາຍ, ເກັບກຳຂໍ້ມູນສະຖິຕິ ທີ່​ຕິດ​ພັນກັບ​ການນຳໃຊ້ຄັງສະສົມແຫ່ງລັດ ໃນກໍລະນີສຸກເສີນ, ຮີບດ່ວນ ແລະ ຊ່ວຍເຫຼືອບັນເທົາທຸກ ເພື່ອສະເໜີຕໍ່ລັດຖະບານພິຈາລະນາ;
    11. ສ້າງມາດຖານ, ກຳນົດໝາຍດ້ານເຕັກນິກ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຄຸ້ມຄອງ ແລະ ປົກປັກຮັກສາວັດຖຸສະສົມແຫ່ງລັດ;
    12. ຕິດ​ຕາມ, ກວດ​ກາ ແລະ ປະ​ເມີນ​ຜົນການ​ນຳ​ໃຊ້​ຄັງ​ສະ​ສົມ​ແຫ່​ງ​ລັດ ໃຫ້​ຖື​ກເປົ້າ​ໝາຍ ແລະ ລະ​ບຽບ​​ກົດໝາຍທີ່​ໄດ້​ກຳ​ນົດ​;
    13. ຄຸ້ມ​ຄອງ, ຕິດຕາມ ​ແລະ ກວດກາ ການລົງທຶນກໍ່ສ້າງພື້ນຖານ​ໂຄງ​ລ່າງລະບົບສາງສະ​ສົມ​ແຫ່ງ​ລັດ, ປະກອບອຸປະກອນເຕັກນິກຕ່າງໆຕາມແຜນງານ, ໂຄງການ ທີ່ໄດ້ອະນຸມັດ;
    14. ຄົ້ນຄວ້າ ​ແລະ ນຳ​ສະ​ເໜີ​ກ່ຽວ​ກັບ​ການສ້າງ​ຕັ້ງ, ປັບປຸງ, ຍຸບ​​ເລິກ, ​ໂຮມ​ເຂົ້າ, ​ແຍກ​ອອກ ​ກົງຈັກ​ການຈັດ​ຕັ້ງ; ການກຳນົດມາດຖານ ແລະ ຕຳແໜ່ງງານ; ຄົ້ນຄວ້າ​ການ​ສ້າງ​ຕັ້ງ​ຫ້ອງ​ການ​ສະ​ສົມ​ແຫ່ງ​ລັດປະ​ຈຳ​ພາກໃນ​ໄລ​ຍະ ເວ​ລາທີ່ເໝາະ​ສົມ; ຄົ້ນຄວ້າ​ຂຶ້ນ​ແຜນ​ກໍານົດ​ຄວາມ​ຕ້ອງການ​ພະນັກງານ-ລັດຖະກອນ, ​ພະນັກງານ​ນໍາພາ-ຄຸ້ມ​ຄອງ, ບໍາລຸງ-ກໍ່ສ້າງ (ຝຶກ​ອົບຮົມ ​ແລະ ພັດທະນາ) ​ແລະ ປະ​ເມີນ​ຜົນ ພະນັກງານ-ລັດຖະກອນ ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ;
    15. ຄົ້ນຄວ້າການ ສັບ​ຊ້ອນ, ຈັດ​ວາງ, ປະຕິບັດ​ນະ​ໂຍບາຍ ​ແລະ ປະຕິບັດ​ວິ​ໄນ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມ​ຮັບຜິດຊອບ​ຂອງ​ຕົນ;
    16. ປະຕິບັດວຽກງານພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ກ່ຽວກັບວຽກງານສະສົມແຫ່ງລັດ;
    17. ສະຫຼຸບລາຍ​ງານ​ການຈັດຕັ້ງປະຕິບັດປະຈຳ​ອາທິດ,​ ​ເດືອນ, ງວດ, ປີ, 3 ປີ ​ແລະ 5 ປີ ​ຕາມ​ລະບຽບ​ການ;
    18. ຈັດ​ຕັ້ງການ​ຖື​ບັນຊີ​ໃຫ້​ຖືກຕ້ອງ​ຕາມ ກົດໝາຍວ່າ​ດ້ວຍ​ການ​ບັນຊີ;
    19. ເປັນ​​ເຈົ້າການ​ເຂົ້າຮ່ວມກົນ​ໄກປະກັນ​ໄພ ເພື່ອ​ຫຼຸດ​ຜ່ອນຄວາມ​ສ່ຽງ​ໄພພິບັດ​ທຳ​ມະ​ຊາດ​ໃນ​ພາກພື້ນ;
    20. ຕິດຕາມ, ກວດກາ ການປະຕິບັດສິດ ​ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ເພື່ອສະກັດກັ້ນການລະເມີດມະຕິ, ຄຳສັ່ງ, ກົດໝາຍ ​ແລະ ລະບຽບການ;
    21. ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ​ແລະ ການມອບໝາຍຂອງ​ລັດ​ຖະມົນຕີ​ກະຊວງ​ການ​ເງິນ​.
  • ຂອບເຂດສິດ
    1. ສະ​ເໜີ ສ້າງ, ປັບປຸງ ນະ​ໂຍບາຍ, ​ແຜນ​ຍຸດ​​ທະສາດ, ກົດໝາຍ ​ແລະ ລະບຽບການ​ ກ່ຽວກັບ​​ວຽກງານ​ສະ​ສົມ​ແຫ່ງ​ລັດ;
    2. ເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
    3. ເປັນ​ເຈົ້າ​ການສະ​ເໜີ​ຂັ້ນ​ເທິງ​​ເລັ່ງທວງພາກ​ສ່ວນ​ກ່ຽວຂ້ອງ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​ງົບປະມານ​​ ແລະ ​ແຫຼ່ງລາຍ​ຮັບ​ອື່ນ​ຕາມ​ກົດໝາຍ ​ແລະ ລະບຽບການ ກໍານົດເຂົ້າ​ຄັງ​ສະ​ສົມ​ແຫ່ງ​ລັດ​ໃນ​ແຕ່​ລະ​​ປີ​;
    4. ຄົ້ນຄວ້າ ແລະ ສະ​ເໜີ​​ກ່ຽວ​ກັບ ​ການ​ລົງ​ທຶນ​ພັດ​ທະ​ນາ​ພື້ນຖານໂຄງ​ລ່າງວຽກ​ງານສະ​ສົມ​ແຫ່ງ​ລັດ​;
    5. ສະເໜີ ສ້າງຕັ້ງ, ປັບປຸງ, ຍຸບເລີກ, ​ໂຮມ​ເຂົ້າ​ແຍກ​ອອກ ກົງຈັກການຈັດຕັ້ງ; ສະ​ເໜີແຕ່ງຕັ້ງ, ຍົກ ຍ້າຍ, ປົດຕໍາແໜ່ງຫົວໜ້າ ​ແລະ ຮອງ​ຫົວໜ້າພະ​ແນ​ກຂອງ​ກົມ; ສັບ​ຊ້ອນໝູນວຽນລັດຖະກອນວິຊາ​ການ; ສະ​ເໜີ ຍ້ອງຍໍ, ປະຕິບັດນະ​ໂຍບາຍ (​ເລື່ອນ​ຊັ້ນ, ​ເລື່ອນ​ຂັ້ນ ​ແລະ ​ອື່ນໆ) ​ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ​ທີ່ຢູ່​ພາຍ​ໃຕ້​ຄວາມ​ຮັບຜິ​ດຊອບ​ຂອງກົມ;
    6. ນຳໃຊ້ງົບປະມານ, ພາຫະນະ ແລະ ອຸປະກອນຕ່າງໆ ຕາມ​ການ​ແບ່ງປັນ​ ຂອງ​ກະຊວງ​ການ​ເງິນ​ ​ແລະ ຕາມ​ລະບຽບການ;
    7. ສະ​ເໜີຂໍ​ອະນຸມັດເປີດບັນຊີເງິນຝາກສະເພາະ ຢູ່ຄັງເງິນແຫ່ງຊາດ ຕາມກົດໝາຍ ​ແລະ ລະບຽບການ;
    8. ປະຕິບັດສິດອື່ນ ຕາມກົດໝາຍ, ລະບຽບການ ​ແລະ ການມອບໝາຍຂອງ​ລັດ​ຖະມົນຕີ​ກະຊວງ​ການ​ເງິນ​.
 Organization and Structure

     ກົງຈັກຂອງກົມສະສົມແຫ່ງລັດ ປະກອບດ້ວຍ:

  1. ພະແນກຈັດຕັ້ງ ​ແລະ ບໍ​ລິ​ຫານ;
  2. ພະແນກ​ແຜນການ ແລະ​ ການ​ເງິນ;
  3. ພະແນກເຕັກນິກ ແລະ ຄຸ້ມຄອງວັດຖຸສະສົມ.

 Relevant Legislation

 Contact

State Reserve Department
Contact
Mail

Content

Tel/Fax:

Email: 

Close Menu
Top