ກົມພາສີ ຂຽນເປັນຕົວອັກສອນຫຍໍ້ວ່າ “ກພສ”, ເປັນພາສາອັງກິດ Customs Department (CD), ແມ່ນກົງຈັກໜຶ່ງຂອງກະຊວງການເງິນ, ມີພາລະບົດບາດເປັນເສນາທິການໃຫ້ລັດຖະມົນຕີກະຊວງການເງິນ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານພາສີ, ລວມສູນຕາມສາຍຕັ້ງ ໃນຂອບເຂດທົ່ວປະເທດ
- ໜ້າທີ່
- ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ແຜນຍຸດທະສາດ,ກົດໝາຍ ແລະ ລະບຽບການຂອງລັດກ່ຽວກັບວຽກງານຂອງຂະແໜງພາສີ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງ ແຜນຍຸດທະສາດ, ນະໂຍບາຍ, ນິຕິກໍາລຸ່ມກົດໝາຍ, ແຜນພັດທະນາ ແລະ ກົນໄກຄຸ້ມຄອງວຽກງານພາສີ ເພື່ອສະເໜີລັດຖະມົນຕີກະຊວງການເງິນພິຈາລະນາ;
- ເປັນເຈົ້າການ ຮ່ວມກັບພາກສ່ວນອື່ນ ໃນການຄົ້ນຄວ້າ, ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍພາສີໃນແຕ່ລະໄລຍະ ເພື່ອສະເໜີລັດຖະມົນຕີກະຊວງການເງິນພິຈາລະນາ;
- ໂຄສະນາເຜີຍແຜ່ກົດໝາຍ, ລະບຽບການພາສີ ແລະ ລະບຽບການອື່ນກ່ຽວກັບວຽກງານພາສີ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທົ່ວສັງຄົມເພື່ອຮັບຮູ້ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ;
- ຄົ້ນຄວ້າສ້າງແຜນການລາຍຮັບພາສີ ແລະ ພັນທະອື່ນປະຈໍາປີ, 03 ປີ ແລະ 05 ປີ, ຈັດແບ່ງຕົວເລກແຜນການໃຫ້ບັນດາກອງຄຸ້ມຄອງພາສີ, ບັນດາດ່ານພາສີຊາຍແດນ ເພື່ອສະເໜີລັດຖະມົນຕີກະຊວງການເງິນພິຈາລະນາ;
- ຄົ້ນຄວ້າກົນໄກ ແລະ ມາດຕະການໃນການຈັດຕັ້ງປະຕິບັດແຜນການເກັບລາຍຮັບພາສີ ແລະພັນທະອື່ນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ ແລະທັນກຳນົດເວລາຢ່າງລວມສູນ ເປັນເອກະພາບໃນຂອບເຂດທົ່ວປະເທດ;
- ຄົ້ນຄວ້າດ້ານນະໂຍບາຍ, ຄໍາສັ່ງ,ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການທາງດ້ານວິຊາສະເພາະ-ວິຊາການໃນການຈັດຕັ້ງປະຕິບັດວຽກງານພາສີກົດໝາຍ ແລະ ລະບຽບການ;
- ຄຸ້ມຄອງລວມສູນຕາມສາຍຕັ້ງດ້ານ ກົງຈັກ, ບຸກຄະລາກອນ, ວິຊາສະເພາະ-ວິຊາການ, ງົບປະມານ, ເຄຫາສະຖານ, ພາຫະນະ ແລະ ວັດຖຸອຸປະກອນຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງລັດຖະການພາສີແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ;
- ຊີ້ນໍາ-ນໍາພາ, ຊຸກຍູ້, ຕິດຕາມ, ກວດກາ-ກວດການ ດ້ານກົງຈັກ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ-ວິຊາການ ແລະການເຄື່ອນໄຫວ ຂອງບັນດາພະແນກອ້ອມຂ້າງກົມ, ກອງຄຸ້ມຄອງພາສີ, ດ່ານພາສີຊາຍແດນ, ພະນັກງານ ແລະ ເຈົ້າໜ້າທີ່ພາສີ ໃນຂອບເຂດທົ່ວປະເທດ ຕາມກົດໝາຍ ແລະ ລະບຽບການ;
- ດຳເນີນການກວດສອບຄືນການແຈ້ງພາສີ,ກວດກາແລະສະກັດກັ້ນການລັກລອບຫຼົບຫຼີກພາສີ, ການຄ້າຂາຍເຖື່ອນ, ຄ້າຂາຍສິນຄ້າປະເພດລັດຄວບຄຸມ ແລະ ເກືອດຫ້າມ, ພິຈາລະນາ ແກ້ໄຂຄະດີທາງພາສີ ແລະ ດຳເນີນມາດຕະການຕໍ່ຜູ້ລະເມີດ;
- ອອກຄໍາສັ່ງຍຶດ, ອາຍັດ, ສືບສວນ-ສອບສວນ,ສະເໜີຮິບ ແລະ ດໍາເນີນມາດຕະການ ຕໍ່ການລະເມີດກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການ;
- ສືບສວນ-ສອບສວນຄະດີທາງພາສີ ແລະ ປະກອບສຳນວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນ ເພື່ອສັ່ງຟ້ອງຕໍ່ສານ ຕາມກົດໝາຍ ແລະ ລະບຽບການ;
- ຄົ້ນຄວ້າ, ແກ້ໄຂຄຳສະເໜີຄືນຂອງຜູ້ແຈ້ງພາສີຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍ ແລະ ລະບຽບການ;
- ຄົ້ນຄວ້າ ແລະ ສະເໜີສ້າງຕັ້ງ ລະບົບສາງ, ຮ້ານຄ້າປອດພາສີ ຕໍ່ລັດຖະມົນຕີກະຊວງການເງິນພິຈາລະນາ, ຄຸ້ມຄອງການເຄື່ອນໄຫວດຳເນີນກິດຈະການດັ່ງກ່າວ ລວມທັງ ເຂດເສດຖະກິດພິເສດ ຫຼື ເຂດເສດຖະກິດອື່ນ ຕາມກົດໝາຍ ແລະ ລະບຽບການ;
- ເກັບກໍາ ແລະສະໜອງຂໍ້ມູນສະຖິຕິ ກ່ຽວກັບການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ;
- ຈັດພິມ, ຄຸ້ມຄອງ, ແຈກຢາຍ, ກວດກາການນຳໃຊ້ບັນດາແບບພິມ, ສະແຕັມພາສີ, ສະຕິກເກີ, ອຸປະກອນການຄຸ້ມຄອງວິຊາສະເພາະ, ເຄື່ອງໝາຍແລະອື່ນໆຕາມກົດໝາຍ ແລະ ລະບຽບການ;
- ເປັນຫົວໜ່ວຍງົບປະມານຂັ້ນສອງແລະ ຖືບັນຊີ ຕາມກົດໝາຍ ແລະ ລະບຽບການ;
- ຄຸ້ມຄອງ, ນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານແລະຫັນການຄຸ້ມຄອງວຽກງານພາສີໃຫ້ທັນສະໄໝ;
- ສະເໜີ ແລະ ຍ້ອງຍໍຊົມເຊີຍບຸກຄົນ, ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານໃນການຈັດຕັ້ງປະຕິບັດວຽກງານພາສີ;
- ຄົ້ນຄວ້າ ກ່ຽວກັບການສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງ; ຂື້ນແຜນກໍານົດຄວາມຕ້ອງການພະນັກງານ-ລັດຖະກອນ, ພະນັກງານນໍາພາ-ຄຸ້ມຄອງ, ກໍານົດຕໍາແໜ່ງງານ, ບໍາລຸງ-ກໍ່ສ້າງ (ຝຶກອົບຮົມ ແລະ ພັດທະນາ) ແລະ ປະເມີນຜົນພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ຄົ້ນຄວ້າ ການສັບຊ້ອນ, ຈັດວາງ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ປະສານສົມທົບກັບຂະແໜງການຂັ້ນສູນກາງແລະອົງການປົກຄອງທ້ອງຖິ່ນກ່ຽວກັບວຽກງານພາສີ;
- ພົວພັນ,ຮ່ວມມືກັບຕ່າງປະເທດ ແລະ ປະຕິບັດຂໍ້ຕົກລົງ ສັນຍາສາກົນ, ສົນທິສັນຍາຂອງພາກພື້ນ ແລະ ສາກົນ ກ່ຽວກັບວຽກງານພາສີທີ່ລັດຖະບານແຫ່ງ ສປປ ລາວ ເປັນພາຄີ ຕາມການມອບໝາຍ;
- ສະຫຼຸບລາຍງານ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນ ປະຈໍາອາທິດ, ເດືອນ, ງວດ ແລະ ປີ ຕາມລະບຽບການ;
- ປະຕິບັດໜ້າທີ່ອື່ນຕາມກົດໝາຍ, ລະບຽບການ ແລະຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ.
- ຂອບເຂດສິດ
- ສະເໜີສ້າງ, ປັບປຸງ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ນິຕິກໍາ ແລະ ມາດຕະການຕ່າງໆ ຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງກົມ ໃຫ້ສອດຄ່ອງໃນແຕ່ລະໄລຍະ;
- ປະກອບຄຳເຫັນ, ຕົກລົງບັນຫາຕ່າງໆແລະເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ;
- ສະເໜີ ລັດຖະມົນຕີກະຊວງການເງິນພິຈາລະນາ ໃນການ ປັບປຸງ, ແກ້ໄຂ,ໂຈະການປະຕິບັດ, ລົບລ້າງບັນດາມະຕິ, ຄໍາສັ່ງ ແລະ ລະບຽບການ ທີ່ບໍ່ສອດຄ່ອງ ກັບກົດໝາຍວ່າດ້ວຍພາສີ;
- ກວດຄົ້ນຕົວບຸກຄົນ, ພາຫະນະ, ເຄຫາສະຖານ ຕາມກົດໝາຍ ແລະ ລະບຽບການ;
- ອອກຄໍາສັ່ງເປີດການສືບສວນ-ສອບສວນ, ອອກໝາຍຮຽກ, ໝາຍເຊີນ ຫຼື ແຈ້ງເຊີນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕາມກົດໝາຍ ແລະ ລະບຽບການ;
- ສະເໜີ ລັດຖະມົນຕີກະຊວງການເງິນອອກຄໍາສັ່ງຮິບ, ຍຶດ, ອາຍັດສິນຄ້າ, ເຄື່ອງຂອງ ທີ່ຜິດກົດ ໝາຍ ແລະ ລະບຽບການ;
- ສະເໜີສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງ,ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດ ຕໍາແໜ່ງ ຫົວໜ້າ ແລະ ຮອງຫົວໜ້າລັດຖະການພາສີປະຈໍາຢູ່ ແຕ່ລະຂັ້ນ; ສັບຊ້ອນໝູນວຽນ ລັດຖະກອນວິຊາການ; ສະເໜີ ຍ້ອງຍໍ, ປະຕິບັດນະໂຍບາຍ(ເລື່ອນຊັ້ນ, ເລື່ອນຂັ້ນ ແລະ ອື່ນໆ) ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມລະບຽບການ;
- ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ຄັງວິຊາການ, ພາຫະນະ, ເຄຫາສະຖານ, ວັດຖຸອຸປະກອນຕ່າງໆຕາມການແບ່ງປັນຂອງກະຊວງການເງິນ ແລະ ຕາມລະບຽບການ;
- ປະຕິບັດສິດອື່ນ ຕາມກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງລັດຖະມົນຕີກະຊວງການເງິນ.
Customs Department
Contact
Content
Tel/Fax:
Email: