ກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ, ຂຽນເປັນຕົວອັກສອນຫຍໍ້ວ່າ “ກງຕສ” ເປັນພາສາອັງກິດ Department of External Finance and Debt Management (DEFD), ແມ່ນກົງຈັກໜຶ່ງຂອງກະຊວງການເງິນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີກະຊວງການເງິນ ໃນວຽກງານການຮ່ວມມືການເງິນຕ່າງປະເທດ, ການຄຸ້ມຄອງໜີ້ສິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນພາຍໃນ ທີ່ມີອາຍຸແຕ່ໜຶ່ງປີຂຶ້ນໄປ.
- ໜ້າທີ່
- ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ແຜນຍຸດທະສາດຂອງກະຊວງການເງິນ ກ່ຽວກັບ ວຽກງານ ຮ່ວມມືການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ທີ່ຢູ່ໃນຄວາມຮັບຜີດຊອບຂອງຕົນ ໃຫ້ມີຜົນສຳເລັດ;
- ຄົ້ນຄວ້າສ້າງ ແລະ ປັບປຸງ ນິຕິກໍາລຸ່ມກົດໝາຍ ກ່ຽວກັບ ການກູ້ຢືມ, ການລະດົມທຶນ, ການຄຸ້ມຄອງການນຳໃຊ້ທຶນກູ້ຢືມ ແລະຊ່ວຍເຫຼືອລ້າ, ການຄຸ້ມຄອງໜີ້ສິນ, ການພັດທະນາ ແລະຄຸ້ມຄອງຕະຫຼາດພັນທະບັດ ແລະ ວຽກງານຮ່ວມມືການເງິນກັບຕ່າງປະເທດ ເພື່ອສະເໜີຕໍ່ ລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ໂຄສະນາເຜີຍແຜ່, ແນະນໍາ ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບ ວຽກງານ ຮ່ວມມືການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ເພື່ອໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງເຊື່ອມຊຶມ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;
- ເຂົ້າຮ່ວມໃນການສ້າງ ແລະ ປັບປຸງ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບ ການລະດົມທຶນພາຍໃນ ແລະຕ່າງປະເທດ ແລະ ປະຕິບັດການລະດົມທຶນ ແຕ່ອາຍຸໜຶ່ງປີຂຶ້ນໄປ;
- ເປັນເສນາທິການໃຫ້ລັດຖະມົນຕີກະຊວງການເງິນ ແລະ ເປັນຈຸດປະສານງານ ໃນວຽກງານ ຮ່ວມມື ການເງິນກັບບັນດາປະເທດ, ສະຖາບັນການເງິນ ແລະ ອົງການຈັດຕັ້ງສາກົນຕ່າງໆ; ເຊື່ອມໂຍງ ເສດຖະກິດ-ການເງິນ ລະດັບພາກພື້ນ ແລະ ສາກົນ ໂດຍສະເພາະ ແມ່ນການຮ່ວມມື ແລະ ເຊື່ອມໂຍງເສດຖະກິດ-ການເງິນ ພາຍໃນປະຊາຄົມເສດຖະກິດອາຊຽນ ກໍຄື ກັບ ບັນດາປະເທດຄູ່ເຈລະຈາ ແລະ ພາກພື້ນອື່ນໆ;
- ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມໂຄງການ ແລະ ແຜນງານທີ່ນຳໃຊ້ທຶນກູ້ຢືມ, ຊ່ວຍເຫຼືອລ້າ ແລະ ການອອກໜັງສືຄໍ້າປະກັນຂອງລັດຖະບານ;
- ເປັນເຈົ້າການ ເຈລະຈາ ແລະ ດໍາເນີນຂັ້ນຕອນ ເຊັນສັນຍາການສະໜອງທຶນ ກັບ ຜູ້ໃຫ້ທຶນ ແລະ ການອອກໜັງສືຄໍ້າປະກັນຂອງລັດຖະບານ, ການລະດົມທຶນ ໃນຕະຫຼາດທຶນ ພາຍໃນ ແລະ ຕ່າງປະເທດ, ການແກ້ໄຂ ຫຼື ປັບປຸງໂຄງສ້າງໜີ້ສິນ;
- ເປັນເສນາທິການ ໃຫ້ລັດຖະມົນຕີກະຊວງການເງິນ ໃນການເຄື່ອນໄຫວວຽກງານຜູ້ວ່າການ ຂອງ ສປປ ລາວ ປະຈຳສະຖາບັນການເງິນສາກົນຕ່າງໆ (Governor of the Lao PDR to the Banks/Funds) ຕາມລະບຽບການ;
- ຄົ້ນຄວ້າເປົ້າໝາຍບຸກຄະລາກອນ ທີ່ມີເງື່ອນໄຂ ເປັນຕົວແທນ ຂອງກະຊວງການເງິນ ໄປປະຈໍາການ ຢູ່ຫ້ອງການກຸ່ມ ໃນສະຖາບັນການເງິນຕ່າງໆ ເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ປະກອບຄວາມເຫັນຕໍ່ຮ່າງ ສົນທິສັນຍາ, ໜັງສືແລກປ່ຽນ, ສັນຍາຂອບການຮ່ວມມື, ຮ່າງຂໍ້ຕົກລົງ ແລະ ຮ່າງສັນຍາອື່ນໆ ໃນວຽກງານການຮ່ວມມື ແລະ ການສະໜອງທຶນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຈັດຕັ້ງ ແລະ ສະຖາບັນການເງິນສາກົນ, ອົງການຈັດຕັ້ງຫຼາຍຝ່າຍ ແລະ ຕ່າງປະເທດ;
- ສັງລວມແຜນການນຳໃຊ້, ການຄຸ້ມຄອງ, ຕິດຕາມການເງິນໂຄງການ ແລະ ແຜນງານ ທີ່ນໍາໃຊ້ທຶນ ກູ້ຢືມ ແລະຊ່ວຍເຫຼືອລ້າ; ດໍາເນີນຂັ້ນຕອນການເບີກຖອນເງິນຈາກບັນຊີຜູ້ໃຫ້ທຶນຕາມການສະເໜີຂອງພາກສ່ວນຈັດຕັ້ງປະຕິບັດໂຄງການ ແລະ ແຜນງານ;
- ການດໍາເນີນຂັ້ນຕອນໃນການດັດແກ້ສັນຍາ, ດັດແກ້ຮ່ວງລາຍຈ່າຍ ສຳລັບທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າ;
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໂຄງການ ແລະ ການເກັບກໍາຂໍ້ມູນ, ເຂົ້າຮ່ວມກັບຄະນະກວດກາຊັບສົມບັດຂອງບັນດາໂຄງການ ແຕ່ລະໄລຍະ;
- ເປັນເຈົ້າການ ຄົ້ນຄວ້າ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ, ກຳນົດເງື່ອນໄຂການກູ້ຢືມຕໍ່ ໃຫ້ສອດຄ່ອງກັບສັນຍາສະໜອງທຶນ, ດໍາເນີນການເຊັນສັນຍາເງິນກູ້ຢືມຕໍ່ ແລະ ລາຍງານລັດຖະມົນຕີກະຊວງການເງິນ ແລະ ມອບສັນຍາດັ່ງກ່າວ ໃຫ້ກົມກ່ຽວຂ້ອງ;
- ຄົ້ນຄວ້າ ແລະ ສະເໜີຂັ້ນເທິງ ພິຈາລະນາອະນຸມັດການປະຕິບັດນະໂຍບາຍດ້ານພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ ຂອງໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ;
- ຄຸ້ມຄອງ, ສັງລວມ, ສ້າງແຜນ ແລະ ສະເໜີແຜນຊໍາລະຕົ້ນທຶນ ແລະ ດອກເບ້ຍ ເງິນກູ້ຢືມ, ພັນທະບັດ ແຕ່ອາຍຸໜຶ່ງປີຂຶ້ນໄປ, ເງິນແຮຊຳລະໜີ້ສິນສຳຮອງ ແລະ ເງິນບໍາລຸງອົງການຈັດຕັ້ງສາກົນ;
- ເປັນເຈົ້າການປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າອອກ, ຄຸ້ມຄອງ ພັນທະບັດ ແຕ່ອາຍຸໜຶ່ງປີຂຶ້ນໄປ;
- ດໍາເນີນການຊໍາລະ ໜີ້ສິນເງິນກູ້ຢືມ ແລະ ພັນທະບັດ ແຕ່ອາຍຸໜຶ່ງປີຂຶ້ນໄປ ຕາມແຜນການທີ່ສະພາແຫ່ງຊາດຮັບຮອງ ແລະ ອະນຸມັດຈາກກົມງົບປະມານແຫ່ງລັດ ໃຫ້ຖືກຕ້ອງຕາມສັນຍາ;
- ສັງລວມ ແລະ ສ້າງຖານຂໍ້ມູນໜີ້ສິນສາທາລະນາ ເພື່ອເປັນຂໍ້ມູນ ໃນການວິເຄາະ, ວິໄຈ ເພື່ອລາຍງານ ລັດຖະມົນຕີກະຊວງການເງິນ;
- ສະຫຼຸບ ແລະ ສົມທຽບບັນຊີການເບີກຖອນເງິນກູ້ຢືມ ແລະຊ່ວຍເຫຼືອລ້າ ກັບຜູ້ໃຫ້ທຶນ, ກະຊວງແຜນການ ແລະ ການລົງທຶນ, ຂະແໜງການກ່ຽວຂ້ອງ ໃນແຕ່ລະອາທິດ, ເດືອນ, ງວດ ແລະ ປີ ເພື່ອສັງລວມເຂົ້າໃນບົດສະຫຼຸບງົບປະມານແຫ່ງລັດ;
- ຄົ້ນຄວ້າ ແລະ ນຳສະເໜີກ່ຽວກັບການ ສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງ, ກໍານົດຕຳແໜ່ງງານ; ຄົ້ນຄວ້າການຂຶ້ນແຜນກໍານົດ ຄວາມຕ້ອງການພະນັກງານ-ລັດຖະກອນ, ພະນັກງານນໍາພາ-ຄຸ້ມຄອງ, ການບໍາລຸງ-ກໍ່ສ້າງ ( ຝຶກອົບຮົມ ແລະ ພັດທະນາ ) ແລະ ການປະເມີນຜົນ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ຄົ້ນຄວ້າການ ສັບຊ້ອນ, ຈັດວາງ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ພົວພັນ, ຮ່ວມມື, ປະສານງານ ແລະ ເປັນໃຈກາງ ແລກປ່ຽນບົດຮຽນກັບຕ່າງປະເທດ, ອົງການຈັດຕັ້ງ ສາກົນ ແລະ ພາກພື້ນ;
- ສະຫຼຸບລາຍງານ ກ່ຽວກັບວຽກງານການເງິນຕ່າງປະເທດ ແລະ ການຄຸ້ມຄອງໜີ້ສິນ ປະຈຳອາທິດ, ເດືອນ, ງວດ, ປີ, ສາມປີ ແລະ ຫ້າປີ ເພື່ອລາຍງານຕາມລະບຽບການ;
- ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ.
- ຂອບເຂດສິດ
- ສະເໜີສ້າງ, ປັບປຸງ ນະໂຍບາຍ, ກົດໝາຍ, ນິຕິກໍາ ແລະ ມາດຕະການຕ່າງໆ ກ່ຽວກັບວຽກງານ ການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ;
- ສະເໜີປັບປຸງແກ້ໄຂ ນະໂຍບາຍ, ກົດໝາຍ, ລະບຽບການ ແລະ ສັນຍາຕ່າງໆ ທີ່ບໍ່ສອດຄ່ອງ;
- ເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ນຳໃຊ້ງົບປະມານ, ພາຫະນະ ແລະ ອຸປະກອນຕ່າງໆ ຕາມການແບ່ງປັນຂອງກະຊວງການເງິນ ແລະ ຕາມລະບຽບການ;
- ຕິດຕາມ, ກວດກາ, ກວດການ ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານທີ່ນໍາເງິນກູ້ຢືມ ແລະ ຊ່ວຍເຫຼືອ, ໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ;
- ສະເໜີສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກກົງຈັກການຈັດຕັ້ງ; ສະເໜີ ແຕ່ງຕັ້ງ, ຍົກຍ້າຍ, ຫຼື ປົດຕໍາແໜ່ງ ຫົວໜ້າ ແລະ ຮອງຫົວໜ້າພະແນກຂອງກົມ; ສັບຊ້ອນໝູນວຽນ ລັດຖະກອນວິຊາການ; ສະເໜີຍ້ອງຍໍ, ປະຕິບັດນະໂຍບາຍ (ເລື່ອນຊັ້ນ, ເລື່ອນຂັ້ນ ແລະ ອື່ນໆ) ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
- ປະຕິບັດສິດອື່ນ ຕາມກົດໝາຍ, ລະບຽບການ ແລະ ການມອບໝາຍຂອງລັດຖະມົນຕີກະຊວງການເງິນ.
ຊື່ກົມ
ເບີໂທຕິດຕໍ່
ອີເມວຕິດຕໍ່
ເນື້ອຫາ
Tel/Fax:
Email: