ວິທະຍາໄລການເງິນ ຂຽນເປັນຕົວອັກສອນຫຍໍ້ວ່າ: “ວກງ” ເປັນພາສາອັງກິດ Financial College (FC), ແມ່ນກົງຈັກໜຶ່ງຂອງກະຊວງການເງິນ, ມີພາລະບົດບາດເປັນເສນາທິການ ໃຫ້ລັດຖະມົນຕີກະຊວງການເງິນ ໃນການສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດ ດ້ານການເງິນ ລະດັບຊັ້ນກາງ ຫຼື ອະນຸປະລິນຍາຂຶ້ນໄປ, ຝຶກອົບຮົມ ເພື່ອບໍາລຸງຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ-ລັດຖະກອນ ກ່ຽວກັບວຽກງານດ້ານເສດຖະກິດ-ການເງິນ, ຄົ້ນຄວ້າວິທະຍາສາດ ແລະ ໃຫ້ການບໍລິການວິຊາດ້ານເສດຖະກິດ-ການເງິນ.
- ໜ້າທີ່
- ຈັດຕັ້ງຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານການກໍ່ສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດ ຕາມພາລະບົດບາດຂອງຕົນ;
- ຄົ້ນຄວ້າສ້າງ ແລະ ປັບປຸງ ແຜນພັດທະນາວິທະຍາໄລການເງິນ, ຫຼັກສູດການຮຽນ-ການສອນ, ຫຼັກສູດຝຶກອົບຮົມພະນັກງານ-ລັດຖະກອນຂອງຂະແໜງການເງິນ, ແຜນງົບປະມານ ແລະລະບຽບການຕ່າງໆຂອງວິທະຍາໄລການເງິນ ຕາມພາລະບົດບາດຂອງຕົນ ເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ໂຄສະນາເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກການກໍ່ສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ທົ່ວສັງຄົມ ຮັບຮູ້ເຊື່ອມຊຶມ;
- ສຶກສາອົບຮົມການເມືອງ-ແນວຄິດ, ຄຸນສົມບັດ, ກົດໝາຍ ແລະ ລະບຽບການ ໃຫ້ແກ່ພະນັກງານບໍລິຫານ, ລັດຖະກອນຄູ ແລະ ຜູ້ເຂົ້າຮັບການສຶກສາຢູ່ວິທະຍາໄລການເງິນ ໃຫ້ເປັນພົນລະເມືອງດີຂອງຊາດ;
- ຄົ້ນຄວ້າ, ສອບເສັງ, ຄັດເລືອກເອົານັກສຶກສາເຂົ້າຮຽນຕາມ ຫຼັກສູດ ແລະ ການແບ່ງປັນຕົວເລກຂອງກະຊວງສຶກສາທິການ ແລະ ກິລາ;
- ຈັດຕັ້ງການຮຽນ-ການສອນວິຊາສະເພາະໃຫ້ແກ່ຜູ້ທີ່ມີລະດັບການສຶກສາຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າຂຶ້ນໄປ ໃນບັນດາສາຂາວິຊາທີ່ນອນຢູ່ໃນຂົງເຂດເສດຖະກິດ-ການເງິນ ລະດັບຊັ້ນກາງ ຫຼື ອະນຸປະລິນຍາຂຶ້ນໄປ;
- ຈັດຕັ້ງ ແລະ ໃຫ້ການບໍລິການ ການຝຶກອົມຮົມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໃຫ້ແກ່ສັງຄົມ; ຈັດສໍາມະນາ, ໃຫ້ຄຳປຶກສາ, ສະໜອງຂໍ້ມູນຂ່າວສານທາງດ້ານເສດຖະກິດ-ການເງິນ;
- ຄົ້ນຄວ້າສ້າງ ແລະ ພັດທະນາ ຫຼັກສູດການຮຽນ-ການສອນ ແລະ ເຕັກໂນໂລຊີທີ່ທັນສະໄໝ, ຄົ້ນວິທະຍາສາດດ້ານການເງິນ ເພື່ອຍົກສູງຄຸນນະພາບໃຫ້ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ສາກົນ ໃນແຕ່ລະໄລຍະ;
- ເຜີຍແຜ່ ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດດ້ານການເງິນ ໃຫ້ທຸກພາກສ່ວນກ່ຽວຂ້ອງໃນສັງຄົມຕາມຄວາມເໝາະສົມ ແລະ ນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າດັ່ງກ່າວເຂົ້າໃນການພັດທະນາເສດຖະກິດ-ສັງຄົມ;
- ເກັບຄ່າລົງທະບຽນ, ຄ່າຮຽນ, ຄ່າທໍານຽມ, ຄ່າບໍລິການຕ່າງໆ ຕາມກົດໝາຍ, ລະບຽບການ ແລະ ຕາມການຕົກລົງຂອງລັດຖະມົນຕີກະຊວງການເງິນໃນແຕ່ລະໄລຍະ;
- ຈັດຕັ້ງ, ນໍາພາພະນັກງານບໍລິຫານ, ລັດຖະກອນຄູ ແລະ ນັກສຶກສາເຂົ້າຮ່ວມ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການເຄື່ອນໄຫວກິດຈະກໍາຕ່າງໆ;
- ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ເພື່ອຮັບປະກັນໃຫ້ວິທະຍາໄລ ເຂົ້າສູ່ລະບົບປະກັນຄຸນນະພາບການສຶກສາ ຕາມມາດຕະຖານການສຶກສາແຫ່ງຊາດ ໃນແຕ່ລະໄລຍະ;
- ຄົ້ນຄວ້າຂຶ້ນແຜນກຳນົດ ພະນັກງານນຳພາຄຸ້ມຄອງ, ພະນັກງານ-ລັດຖະກອນ, ກຳນົດມາດຖານ ແລະຕຳແໜ່ງງານ, ບຳລຸງສ້າງ, (ຝຶກອົບຮົມ ແລະ ພັດທະນາ) ແລະ ປະເມີນຜົນພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ຄົ້ນຄວ້າການສັບຊ້ອນ, ຈັດວາງ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນ ຕໍ່ພະນັກງານລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ພົວພົນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ໃນວຽກງານການເງິນ ຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ;
- ປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ ຊັບສົມບັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ສະຫຼຸບລາຍງານ ການຈັດຕັ້ງປະຕິບັດພາລະບົດບາດຂອງຕົນ ປະຈຳອາທິດ, ເດືອນ, ງວດ ແລະ ປີ ໃຫ້ລັດຖະມົນຕີກະຊວງການເງິນ;
- ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ.
- ຂອບເຂດສິດ
- ສະເໜີສ້າງ ແລະ ປັບປຸງ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ນິຕິກຳ ແລະ ມາດຕະການຕ່າງໆ ຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງວິທະຍາໄລການເງິນ;
- ສະເໜີປັບປຸງ, ແກ້ໄຂ, ລົບລ້າງບັນດາມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບວຽກງານການເງິນ;
- ເຊັນຢັ້ງຢືນບັນດາເອກະສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ;
- ຕົກລົງ, ປະກາດໃຊ້ ບັນດານິຕິກໍາ ແລະ ລະບຽບການຕ່າງໆຂອງວິທະຍາໄລ;
- ຄົ້ນຄວ້າ, ຄັດເລືອກຮັບເອົານັກສຶກສາເຂົ້າຮຽນ, ຈັດຕັ້ງການຮຽນ-ການສອນ ແລະ ຮັບຮອງວຸດທິການສຶກສາທຸກລະດັບຢູ່ວິທະຍາໄລ ຕາມຫຼັກສູດທີ່ໄດ້ຮັບອະນຸມັດໃຫ້ຈັດຕັ້ງປະຕິບັດ;
- ສະເໜີຂັ້ນເທິງທີ່ກ່ຽວຂ້ອງ ເພື່ອພິຈາລະນາຮັບຮອງວິທະຍາຖານະ;
- ຄຸ້ມຄອງ, ປົກປ້ອງ ສິດທິບັດ, ລິຂະສິດ ແລະ ຜົນສໍາເລັດ ຂອງການຄົ້ນຄວ້າທາງດ້ານວິຊາການຂອງວິທະຍາໄລການເງິນ;
- ສ້າງລາຍຮັບດ້ານວິຊາການ ໂດຍຕິດພັນກັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງຕົນບົນພື້ນຖານລະບຽບການ ທີ່ກໍານົດໄວ້;
- ເຊັນບົດບັນທຶກຮ່ວມມືທາງດ້ານວິຊາການ ກັບສະຖາບັນການສຶກສາຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ;
- ສະເໜີສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ ກົງຈັກການຈັດຕັ້ງ;
- ສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຮອງຜູ້ອຳນວຍການ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ຫົວໜ້າ ແລະ ຮອງຫົວໜ້າສູນຝຶກອົບຮົມ ແລະ ຜູ້ດຳລົງຕຳແໜ່ງບໍລິຫານອື່ນ ຕາມກົດໝາຍ ແລະ ລະບຽບການ; ສັບຊ້ອນໝູນວຽນລັດຖະກອນວິຊາການ ທີ່ຢ່ໃນຄວາມຮັບຜິດຊອບຂອງວິທະຍາໄລການເງິນ;
- ສະເໜີຍ້ອງຍໍຜົນງານ, ປະຕິບັດນະໂຍບາຍ (ເລື່ອນຊັ້ນ, ເລື່ອນຂັ້ນ ແລະ ອື່ນໆ) ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ຄຸ້ມຄອງ ແລະ ນໍາໃຊ້ ງົບປະມານ, ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດອື່ນໆ ຂອງວິທະຍາໄລການເງິນ ຕາມການແບ່ງປັນຂອງກະຊວງການເງິນ;
- ປະຕິບັດສິດອື່ນ ຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ.
ໂຄງປະກອບກົງຈັກຂອງວິທະຍາໄລການເງິນ ປະກອບດ້ວຍ:
- ສະພາບໍລິຫານວິທະຍາໄລ;
- ຄະນະອຳນວຍການ;
- ສະພາວິຊາການ;
- ສະພາວິທະຍາສາດ;
- ກົງຈັກດ້ານການບໍລິຫານ.
ກົງຈັກດ້ານການບໍລິຫານຊ່ວຍວຽກຄະນະວິທະຍາໄລການເງິນ ປະກອບມີ 6 ຂະແໜງ ແລະ 1 ສູນຝຶກອົບ ມີຄື:
- ຂະແໜງຈັດຕັ້ງ ແລະ ບໍລິຫານ;
- ຂະແໜງແຜນການ-ການເງິນ;
- ຂະແໜງວິຊາການ;
- ຂະແໜງຄຸ້ມຄອງ ແລະ ກິດຈະກຳນັກສຶກສາ;
- ຂະແໜງຄົ້ນຄວ້າວິທະຍາສາດ;
- ຂະແໜງກວດກາ ແລະ ປະກັນຄຸນນະພາບການສຶກສາ;
- ສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານ.
ຊື່ກົມ
ເບີໂທຕິດຕໍ່
ອີເມວຕິດຕໍ່
ເນື້ອຫາ
Tel/Fax:
Email: