ພະແນກການເງິນ ແຂວງສາລະວັນ ເຊື່ອມຊຶມເນື້ອໃນເອກະສານ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ 2 ວາລະແຫ່ງຊາດ
ໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມພະແນກການເງິນ ແຂວງສາລະວັນ, ໄດ້ຈັດພິທີເຊື່ອມຊຶມເນື້ອໃນເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ 2 ວາລະແຫ່ງຊາດ, ໂດຍການເຂົ້າຮ່ວມບັນລະຍາຍຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງສາລະວັນ, ເຂົ້າຮ່ວມຮັບຟັງມີບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຫົວຫ້ອງການ, ຮອງຫ້ອງການ, ຫົວໜ້າຂະແໜງ, ຮອງຂະແໜງ ແລະພະນັກງານລັດຖະກອນ, ສະມາຊິກພັກພາຍໃນພະແນກເຂົ້າຮ່ວມ. ໂອກາດນີ້, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ໄດ້ບັນຍາຍເອກະສານອົບຮົມມະຕິກອງປະຊຸມໃຫຍ່…