ປະກາດຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນຂອງ 3 ໜ່ວຍພັກ
ໃນວັນທີ 3 ມີນາ 2021 ຄະນະພັກຮາກຖານພະແນກການເງິນແຂວງໄຊສົມບູນ, ໄດ້ຈັດພິທີປະກາດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຂອງ 3 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນແຂວງເປັນທາງການ, ໂດຍການເປັນປະທານຂອງສະຫາຍ ປອ ທອງປະເສີດ ໄຊຍະລາດ ກໍາມະການພັກແຂວງ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫົວໜ້າພະແນກການເງິນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແຂວງໄຊສົມບູນ, ມີຄະນະໜ່ວຍພັກທັງ 3 ໜ່ວຍພັກ,…