ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ລະບົບຖານຂໍ້ມູນ
ໃນວັນທີ 23-27 ຕຸລາ 2023, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ລະບົບຖານຂໍ້ມູນ, ພື້ນຖານການຄຸ້ມຄອງນຳໃຊ້, ແກ້ໄຂບັນຫາລະບົບຄອມພິວເຕີ ແລະ ພື້ນຖານການນຳໃຊ້ໂປແກມ ໂດຍການເປັນປະທານຂອງທ່ານ ນິເວດ ຟອງແສງແກ້ວ ຮອງກົມກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ມີຜູ້ຕາງຫນ້າຈາກບັນດາກົມ ແລະ ນັກສຳມະນາກອນ, ມາຈາກພະແນກການກ່ຽວຂ້ອງຈາກບັນດາກົມອ້ອມຂ້າງກະຊວງການເງິນເຂົ້າຮ່ວມ. ຈຸດປະສົງຂອງຫຼັັກສູດດັ່ງກ່າວນີ້ກໍແມ່ນເພື່ອ ເຮັດໃຫ້ນັກສຳມະນາກອນສາມາດເຂົ້າໃຈຢ່າງເລິກເຊິີ່ງກ່ຽວກັບການຄຸ້ມຄອງນຳໃຊ້ຄອມພິມເຕີ, ເຄື່ອງມືໄອທີ, ການເຊື່ອຕໍ່ເຄື່ອຄ່າຍ ແລະ ການປ້ອງກັນຄວາມປອດໄພຂອງຂໍ້ມູນຂະແໜງການເງິນ…