ສ້າງຄວາມເຂົ້າໃຈໃນການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ
ໃນວັນທີ 16 ມັງກອນ 2023 ທີ່ສໍານັກງານໃຫ່ຍລັດວິສາຫະກິດໄຟຟ້າລາວ, ໄດ້ຈັດກອງປະຊຸມກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານຂອງ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫ່ຍລັດວິສາຫະກິດໄຟຟ້າລາວ, ມີລັດຖະມົນຕີຈາກກະຊວງອ້ອມຂ້າງ, ຄະນະຄົ້ນຄວ້າລາຄາໄຟຟ້າຂັ້ນສູນກາງ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ, ຄະນະອໍານວຍການ, ຄະນະຝ່າຍລັດວິສາຫະກິດໄຟຟ້າລາວ ແລະ ບັນນາທິການສື່ມວນຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ປອ…