ສະບັບທີ 572 (8-12.10.2018)
ໜັງສືພິມການ ເງິນ ສະບັບທີ 572 (8-12,10,18)
ໜັງສືພິມການ ເງິນ ສະບັບທີ 572 (8-12,10,18)
ນສພ ການເງິນ ສະບັບ571 (01-05-2018) ສະບັບປັບປຸງ
ໃນ 9 ເດືອນປີ 2018 ການຈັດເກັບລາຍຮັບພາສີ-ອາກອນ ແລະ ພັນທະອື່ນໆຂອງດ່ານພາສີສາກົນບໍ່ເຕັນ ລວມທັງບັນດາດ່ານປະເພນີ, ດ່ານພາສີທ້ອງຖິ່ນທີ່ຂຶ້ນກັບດ່ານພາສີສາກົນບໍ່ເຕັນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ສາມາດຈັດເກັບລາຍຮັບໄດ້ທັງໝົດ 146 ຕື້ດວ່າກີບ ເທົ່າກັບ 68,59% ຂອງແຜນການ 9 ເດືອນ ແລະ ເທົ່າກັບ 51,44% ຂອງແຜນການປີ. ອີງຕາມການລາຍງານຂອງທ່ານ ຄຳຫຼ້າ ວິສີສົມບັດ ຮອງຫົວໜ້າດ່ານພາສີສາກົນບໍ່ເຕັນໃຫ້ຮູ້ວ່າ: ການ ເຄື່ອນໄຫວ…
ໜັງສືພິມການ ເງິນ ສະບັບທີ 570 (24-28,09, 2018)
ໜັງສືພິມ ການ ເງິນສະບັບທີ 569(17-21,9,18)
ໜັງສືພິມການ ເງິນ ສະບັບທີ 568(10-14-09-2018)
ໜັງສືພິມການ ເງິນ ສະບັບທີ 567(03-07,09,2018) ສະບັບຫຼ້າສຸດ
ວັນທີ 30 ສິງຫາ 2018 ທີ່ເດີ່ນກິລາ ອາໂຣຮາ, ຫ້ອງການກະຊວງການເງິນ ແລະ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ (ລລບສ), ໄດ້ຈັດກິດຈະກໍາເຕະບານມິດຕະພາບຊາຍຂຶ້ນ, ຕາງໜ້າກະຊວງການເງິນໂດຍທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ຕາງໜ້າ ລລບສ ໂດຍທ່ານ ນາງ ສອນມະນີເພັດ ພູມສະຫວັນ ຮອງຜູ້ອໍານວຍການລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ, ພ້ອມດ້ວຍບັນດານັກກິລາຈາກສອງພາກສ່ວນເຂົ້າຮ່ວມແຂ່ງຂັນຢ່າງເປັນຂະບວນຟົດຟຶ້ນ. ການຈັດກິດຈະກໍາແຂ່ງຂັນກິລາດັ່ງກ່າວຂຶ້ນໃນຄັ້ງນີ້, ເພື່ອເປັນການຜູກແໜ້ນຄວາມສາມັກຄີ ມິດຕະພາບລະ ຫວ່າງພະນັກງານ-ລັດຖະກອນຂອງສອງພາກສ່ວນ ທັງເປັນການເຄື່ອນໄຫວສ້າງຂະບວນການແຂ່ງຂັນກິລາ, ແລກປ່ຽນບົດຮຽນເຊິ່ງກັນ…
ໃນວັນທີ 30 ສິງຫາ 2018 ທີ່ກະຊວງການເງິນ, ຄັງເງິນແຫ່ງຊາດ, ກະຊວງການເງິນໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວຮອບດ້ານຂອງຄັງເງິນແຫ່ງຊາດ 6 ເດືອນຕົ້ນປີ ແລະ ທິດທາງແຜນ 6 ເດືອນທ້າຍປີ 2018 ໂດຍການເປັນປະທານຂອງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ, ມີຮອງຫົວໜ້າຄັງເງິນແຫ່ງຊາດ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວຄັງເງິນແຫ່ງຊາດເຂົ້າຮ່ວມ. ທ່ານ ພຸດທະຂັນ ຂັນຕິ ຮອງຫົວໜ້າຄັງເງິນແຫ່ງຊາດ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄັງເງິນແຫ່ງຊາດຮອບດ້ານເປັນຕົ້ນດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ ແລະ…
Edit ໃນວັນທີ 28 ສິງຫາ 2018 ທ່ານ ສະໝານ ອະເນກາ ຜູ້ອຳນວຍການ ແລະ ຜູ້ຈັດການດ້ານການພົວພັນກັບຜູ້ມີສ່ວນຮ່ວມບໍລິສັດ ລ້ານຊ້າງ ມີເນໂຣນສ ລິມິເຕັດ ບໍ່ຄຳ-ທອງເຊໂປນ (MMG LXML) ໄດ້ມອບເງິນຄ່າພາສີຊັບພະຍາກອນແຮ່ທາດຈາກການຜະລິດ-ຈຳໜ່າຍ ໃນໄຕມາດທີ2 ປີ 2018 ຈຳນວນ 5.331.494 ໂດລາສະຫະລັດ ໃຫ້ແກ່ກະຊວງການເງິນ, ໂດຍການກ່າວຮັບຂອງທ່ານ ນາງ ກະເສີມສີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດກະຊວງການເງິນ.…